ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ແລະ ຣັດເຊຍ​ ເລີ້ມການເຈລະຈາ ຫາທາງຢຸດຍິງ ໃນຊີເຣຍ


ມືປືນຊາວເຄີດ ກຳລັງມອງເບິ່ງຊາກຫັກພັງ ທີ່ເມືອງ Kobani ຂອງຊີເຣຍ.
ມືປືນຊາວເຄີດ ກຳລັງມອງເບິ່ງຊາກຫັກພັງ ທີ່ເມືອງ Kobani ຂອງຊີເຣຍ.

ສະຫະລັດແລະຣັດ​ເຊຍ​ໄດ້​ເປີດ​ການ​ເຈລະຈາ​ເພື່ອ​ໄກ່​ເກ່ຍ​ໃຫ້
​ມີ​ການ​ຢຸດ​ຍິງ​ຢູ່​ໃນຊີ​ເຣຍຫຼັງ​ຈາກ​ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ
ທີ່​ຈະ​ເຮັດ​ໃຫ້​ວັນສຸກ​ວານ​ ນີ້​ເປັນກຳນົດ​ເສັ້ນຕາຍເພື່ອ​ຍຸຕິ​ການ​
ສູ້​ລົບ​ກັນ.

​ເຈົ້າໜ້າ​ທີ່​ ຂອງ​ທັງ​ສອງ​ປະ​ເທດ ​ໄດ້​ທຳ​ການ​ເຈລະຈາ​ກັນ​ ທີ່​ນະ
ຄອນ​ເຈ​ນີວາ​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້​ເພື່ອ​ຊອກ​ຫາ​ຊ່ອງ​ທາງ
​ໃຫ້​ມີ​ການ​ຍຸຕິ​ການ​ເປັນ​ປໍ​ລະ​ປັກໃນ​ໄລຍະ​ຍາວ ທີ່​ຈະ​ຊ່ອຍການ​
ດຳ​ເນີນ​ຄວາມ​ພະຍາຍາມ ​ເພື່ອ​ຈັດ​ສົ່ງ ປັດ​ໄຈບັນ​ເທົາ​ທຸກ ດ້ານ
​ມະນຸດສະທຳ​ໄປ​ໃຫ້​ເຂດ​ທີ່ຍັງ​ຖືກ​ປິດ​ລ້ອມ​ຕ່າງໆ.

ກຸ່ມ​ນາໆ​ຊາດສະໜັບສະໜຸນ​ຊີ​ເຣຍທີ່​ປະກອບ​ດ້ວຍ 17​ ປະ​ເທດໄດ້​ຕົກລົງ​ກັນສ້າງຕັ້ງຄະ
ນະ​ກຳມະການ​ຢຸດ​ຍິງ ​ໃນ​ຊີ​ເຣຍ ທີ່ຢູ່​ພາຍ​ໃຕ້​ຄວາມ​ອຸບປະ​ຖຳຂອງ​ອົງການ​ສະຫະ​ປະຊາ
​ຊາດ​ໃນ​ລະຫວ່າງ​ການ​ປະຊຸມ​ກັນ​ຢູ່​ນະຄອນ​ມິ​ວນິກເມື່ອ​ວັນ​ສຸກ​ອາທິດ​ແລ້ວ. ກຸ່ມ​ດັ່ງກ່າວ
​ໄດ້ຕົກລົງ​ກັນ ​ໃຫ້​ສະຫະລັດ ​ແລະຣັດ​ເຊຍ ​ເປັນ​ປະທານ​ຮ່ວມ ​ຂອງ​ຄະນະ​ກຳມະການ​ດັ່ງ
ກ່າວ​.

ພາຍ​ໃຕ້​ແຜນການ​ຂອງ​ຄະນະ​ກຳມະການ​ນີ້ ການ​ຍຸຕິ​ຄວາມ​ເປັນ​ປໍ​ລະ​ປັກກັນ​ຈະ​ເລີ້ມຂຶ້ນ
ພາຍ​ໃນ​ເວລາ​ນຶ່ງ​ອາທິດໃນ​ຂະນະ​ທີ່​ກຳມະການ​ຫາ​ທາງ​ສ້າງຕັ້ງກົນ​ໄກ​ກ່ຽວກັບ​ແຜນການ
ຢຸດ​ຍິງ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ຢູ່​ນັ້ນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດທ່ານ John Kerry ​ຮັບ​ຮູ້​ກ່ຽວກັບບັນຫາ​ທ້າ​ທາຍ​
ຕ່າງໆ​ໃນ​ການ​ທີ່​ຈະ​ບັນລຸ​ຂໍ້​ຕົກລົງ​ດັ່ງກ່າວ​ນີ້.

ທ່ານ Kerry ກ່າວໃນ​ລະຫວ່າງ​ການ​ຢຸດ​ແວ່ຢູ່​ທີ່​ກຸງ​ລອນ​ດອນ ຂະນະ​ທີ່​ເດີນທາງ​ໄປ​ຍັງ​ນະ
ຄອນຫລວງ​ອຳ​ມານ​ຂອງ​ຈໍ​ແດັນ​ ບ່ອນ​ທີ່​ທ່ານ​ມີແຜນການ ​ທີ່​ຈະ​ຫາລື​ວິກິດ​ການ​ຊີ​ເຣຍ ກັບ
ພວກ​ເຈົ້າໜ້າທີ່​ຈໍ​ແດັນ​ວ່າ ທຸກໆ​ຄົນ​ແມ່ນຮັບ​ຮູ້​ ເຖິງຄວາມ​ສັບສົນ ຂອງ​ຄວາມ​ພະຍາຍາມ ດັ່ງກ່າວ​ ​ແລະ​ແນ່ນອນ ຍັງ​ມີ​ອີກ​ຫລາຍ​ສິ່ງ​ຫລາຍ​ຢ່າງ ​ທີ່ຈະ​ຕ້ອງ​ໄດ້​ກະທຳ.

Syria Ceas Fire Talks
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG