ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ​ກຳລັງ​ທົບ​ທວນ ​ນະ​ໂຍບາຍ ​ຍົກເລີກ ການຫ້າມຂາຍອາວຸດ​ ໃຫ້ຫວຽດນາມ


ທຸງຊາດສະຫະລັດ ພັດໄປພັດມາ ຄຽງຂ້າງທຸງຊາດ ຂອງຫວຽດນາມ ໃນລະຫວ່າງ ພິທີການຕ້ອນຮັບ ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ໃນນະຄອນ Hanoi, ປະເທດຫວຽດນາມ, ເມື່ອວັນທີ 1 ມິຖຸນາ 2015.
ທຸງຊາດສະຫະລັດ ພັດໄປພັດມາ ຄຽງຂ້າງທຸງຊາດ ຂອງຫວຽດນາມ ໃນລະຫວ່າງ ພິທີການຕ້ອນຮັບ ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ໃນນະຄອນ Hanoi, ປະເທດຫວຽດນາມ, ເມື່ອວັນທີ 1 ມິຖຸນາ 2015.

ສະຫະລັດ​ກຳລັງ​ທົບ​ທວນ​ນະ​ໂຍບາຍ​ການໂອນອາວຸດ​ໃນ​ປັດ​ຈຸ​ບັນຂອງ​ຕົນ ​ເພື່ອ​ພິຈາ ລະນາ​ເບິ່ງ​ວ່າ ຖ້າຫາກ​ມີ​ຍົກ​ເລີກ​ການ​ຫ້າມ​ຂາຍ​ອາວຸດ​ແກ່​ຫວຽດນາມ​ໂດຍ​ເຕັມ​ແລ້ວ ຈະມີ​ຜົນສະທ້ອນ​ທີ່ດີ​ຂຶ້ນ ​ຕໍ່​ການ​ພັດທະນາ ກ່ຽວ​ກັບສາຍສຳພັນ​ລະ ຫວ່າງສອງ​ປະ​ເທດ ຫລື​ບໍ່.

ທັງ​ລັດຖະມົນ​ຕີຊ່ວຍ​ວ່າການ​ກະຊວງ​ຕ່າງປະ​ເທດສະຫະລັດ ຮັບຜິດ ຊອບ​ກິດຈະການ​ເອ​ເຊຍ​ປາຊິ​ຟິກ ທ່ານ Daniel Russel ​ແລະ ລັດຖະມົນຕີ​ຊ່ອຍ​ວ່າການ ຕ່າງປະ​ເທດ ຮັບຜິດຊອບ​ໃນ​ເລື້ອງປະຊາທິປະ​ໄຕ ສິດທິ​ມະນຸດ ​ແລະ​ແຮງ​ງານ ທ່ານ Tom Malinowski ທີ່​ກຳລັງ​ຢ້ຽມຢາມ​ຫວຽດນາມໃນອາ ທິດ​ນີ້ ກ່ອນ​ການໄປ​ຢ້ຽມຢາມ ຮ່າໂນ້ຍຄັ້ງປະຫວັດສາດ ​ຂອງ​ປະທານາທິ ບໍດີ Barack Obama ​ໃນ​ທ້າຍ​ເດືອນ​ນີ້.

​ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ການຕ່າງປະ​ເທດສະຫະລັດ ຮັບຜິດຊອບ​ກິດຈະການ​ເອ​ເຊຍ​ປາຊິ​ຟິກ ທ່ານ Daniel Russel
​ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ການຕ່າງປະ​ເທດສະຫະລັດ ຮັບຜິດຊອບ​ກິດຈະການ​ເອ​ເຊຍ​ປາຊິ​ຟິກ ທ່ານ Daniel Russel

ໂຄສົກ ຫ້ອງການ ​ການ​ເມືອງ ​ແລະ​ກິດຈະການ​ດ້ານ​ທະຫານ ຂອງ​ກະຊວງ​ການ ຕ່າງປະ​ເທດ ທ່ານ David Mckeeby ກ່າວ​ຕໍ່ ວີ​ໂອ​ເອ ​ໃນ​ວັນ​ຈັນ​ວານີ້ວ່າ “ໃນ​ຂະນະ​ທີ່ ວໍ​ຊິງ​ຕັນ ກຳລັງ​ຫ້າມ​ການໂອນອາວຸດທີ່​ຮ້າຍ​ແຮງ​ທາງ​ທະ​ເລ​ແກ່​ຮາ​ໂນ່ຍນັ້ນ ມັນ​ສາມາດ​ດັດ​ແປງໄດ້ເພື່ອ​ໃຫ້​ສະທ້ອນ​ເຖິງ​ສະພາບ​ການທີ່​ປ່ຽນ​ແປງ​ບາງ​ຢ່າງ​."

ທ່ານ​ກ່າວ​ເພີ້​ມອີກ​ວ່າ “ພວກ​ເຮົາ​ຈະສືບ​ຕໍ່ປຶກ​ສາ​ຫາລື​ຢ່າງ​ໃກ້​ຊິດ​ກັບ​ສະພາ ​ແລະ​ໃຫ້ ຂໍ້ສັງ​ເກດວ່າ​ ສິດທິ​ມະນຸດ​ຈະ​ສືບ​ຕໍ່​ເປັນ​ອົງ​ປະກອບ​ທີ່​ສຳຄັນ​ຂອງການ​ຕັດສິນ​ກ່ຽວ​ກັບນະ​ໂຍບາຍຂອງ​ພວກ​ເຮົາ.”

ທ່ານ Murray Hiebert ຜູ້​ຊ່ຽວຊານດ້ານ​ຂົງ​ເຂດ​ ຂອງສູນ​ກາງ​ຍຸດ​ທະ​ສາດ ​ແລະ​ການ​ຄົ້ນຄວ້າ​ຕ່າງປ​ະ​ເທດ ກ່າວ​ຕໍ່​ວີ​ໂອ​ເອ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ມີ “ການ​ສົນທະນາ​ກັນ​ໜ້ອຍ​ນຶ່ງ​ເກີດ​ຂຶ້ນ​ ໃນ​ວໍຊິ​ງຕັນ ປັດ​ຈຸ​ບັນ​ນີີ້ ​ໂດຍ​ສະ​ເພາະ​ເວລາ​ຫວຽດນາມ​ເຮັດ​ວຽກ​ຢ່າງ​ໃກ້ຊິດ​ ກັບ​ສະຫະລັດ ກ່ຽວ​ກັບ​ເລື້ອງ​ດັ່ງກ່າວ ​ເຊັ່ນ​ວ່າຄວາມ​ປອດ​ໄພ​ທາງ​ທະ​ເລ ຢູ່ ​ໃນຮູບ​ແບບ​ທີ່​ຈີນ​ກຳລັງ​ເພີ້ິມການກໍ່ກວນ​ໃນ​ທະ​ເລ​ຈີນ​ໃຕ້.”

ລັດຖະມົນຕີ​ຊ່ອຍ​ວ່າການ ຕ່າງປະ​ເທດ ຮັບຜິດຊອບ​ໃນ​ເລື້ອງປະຊາທິປະ​ໄຕ ສິດທິ​ມະນຸດ ​ແລະ​ແຮງ​ງານ ທ່ານ Tom Malinowski (N. Ching/VOA)
ລັດຖະມົນຕີ​ຊ່ອຍ​ວ່າການ ຕ່າງປະ​ເທດ ຮັບຜິດຊອບ​ໃນ​ເລື້ອງປະຊາທິປະ​ໄຕ ສິດທິ​ມະນຸດ ​ແລະ​ແຮງ​ງານ ທ່ານ Tom Malinowski (N. Ching/VOA)

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG