ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາຄານ້ຳມັນ ແລະລາຄາຮຸ້ນ ສູງຂຶ້ນຢ່າງໃຫຍ່ ໃນມື້ວັນສຸກ


ບ່ອນດູດນ້ຳມັນ ທີ່ເມືອງ Dewitt ລັດເທັກຊັສ
ບ່ອນດູດນ້ຳມັນ ທີ່ເມືອງ Dewitt ລັດເທັກຊັສ

ລາຄາ​ນ້ຳມັນ​ແລະ​ຮຸ້ນ​ ຖີບໂຕ​ສູງ​ຂຶ້ນ​ໃນວັນ​ສຸກ​ວານ​ນີ້ ຫລັງ​ຈາກ​
ມີ​ລາຍ​ງານ​ວ່າ ບັນດາ​ບໍລິສັດ​ສົ່ງ​ອອກ​ນ້ຳມັນ​ອາດ​ບັນລຸ​ການ​ຕົກ
ລົງເພື່ອ​ຕັດ​ການ​ຜະລິດ ແລະຂໍ້​ມູນ​ໃໝ່ສະ​ແດງ​ໃຫ້​ເຫັນ​ວ່າ ການ
​ໃຊ້​ຈ່າຍ​ຂອງ​ຜູ້​ບໍລິ​ໂພ​ກສະຫະລັດ​ມີ​ຄວາມ​ເຂັ້ມ​ແຂງ​ກວ່າ​ເກົ່າ.

ລາຄາ​ນ້ຳມັນ​ດິບ ຢູ່​ໃນ​ຕະຫລາດ​ໂລກ​ສູງ​ຂຶ້ນ 10 ​ເປີ​ເຊັນ​ຫຼືຫຼາຍ
ກວ່າ​ນັ້ນ ຫລັງຈາກ​ໄດ້​ຕົກ​ລາຄາ​ສູ່​ລະດັບ​ຕ່ຳ​ສຸດ ​ໃນ​ຮອບ 12 ປີ
​ເມື່ອ​ຕົ້ນອາທິດ​ນີ້. ລາຄານ້ຳມັນ​ດິບ Brent ​ໄດ້​ສູງ ​ຂຶ້ນ ກາຍ 12 ​
ໂດ​ລາ​ຕໍ່​ຖັງ​ໃນ​ວັນ​ສຸກ​ວານ​ນີ້​ ຂຶ້ນຈາກ​ລາຄາ​ເມື່ອ​ໄວໆ​ມານີ້ທີ່​ຕ່ຳ
​ກວ່າ 30 ​ໂດ​ລາ​ຕໍ່​ຖັງ. ລາຄາ​ນ້ຳມັນ​ດິບ​ຂອງ​ສະຫະລັດ ກໍ​ສູງ​ຂຶ້ນ
​ໃນ​ລັກສະນະ​ທີ່​ຄ້າຍຄື​ກັນນີ້.

ລາຄາ​ນ້ຳມັນ​ດິບ ​ໄດ້​ຕົກ​ຕ່ຳລົງ ຍ້ອນ​ມີ​ຫລາຍ​ເກີນ​ກວ່າຄວາມ​ຕ້ອງການ ທັງ​ນີ້ກໍຍ້ອນ​ບໍລິ
ສັດ​ສະຫະລັດ ​ໄດ້​ໃຊ້​ຂັ້ນຕອນ ທີ່​ເອີ້ນວ່າ fracking ​ເພີ້ມການ​ຜະລິດ​ຂອງ​ຕົນ ​ໃນ​ຂະນະ​
ທີ່​ຊາ​ອຸ​ດີ ອາຣາ​ເບຍແລະ​ປະ​ເທດ​ສົ່ງ​ອອກ​ທີ່​ສຳຄັນ​ອື່ນໆ​ສືບ ຕໍ່​ການ​ຜະລິດ​ໃນ​ລະດັບ​ສູງ
ທັງໆ​ທີ່​ລາຄາ​ນ້ຳມັນ​ຖືກ​ລົງ.​ ຄວາມ​ຕ້ອງການ​ນ້ຳມັນ ​ໄດ້​ຊັກ​ຊ້າ​ລົງ​ຍ້ອນ​ວ່າ ການ​ເຕີບ​ໂຕ​
ຂອງ​ເສດຖະກິດ​ໄດ້​ລ່ອຍ​ຫລໍລົງ ແລະ​ຍ້ອນ​ມີການ​ນຳໃຊ້​ພະລັງງານ ​ແບບ​ມີ​ປະສິດທິ​ຜົນ​
ຫຼາຍຂຶ້ນຫຼັງຈາກ​ລາຄາ​ນ້ຳມັນ​ສູງ​ຂຶ້ນ ​ເທື່ອ​ແລ້ວນີ້.

XS
SM
MD
LG