ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ປ່ອຍພວກນັກໂທດ 5 ຄົນ ທີ່ຖືກຄຸມຂັງ ຢູ່ອ່າວ Guantanamo


ສູນກາງຄຸມ​ຂັງ​ທີ່ອ່າວ Guantanamo
ສູນກາງຄຸມ​ຂັງ​ທີ່ອ່າວ Guantanamo

ສະຫະລັດ ​ໄດ້​ຍ້າຍພວກຜູ້ຊາຍ 5 ຄົນ ຈາກ​ສູນກາງ​ຄຸມ​ຂັງ​ທີ່
ຄວບຄຸມໂດຍພວກທະຫານ ຢູ່ອ່າວ Guantanamo ປະ​ເທດ
ກຸຍ​ບາ ໃນຂະນະ​ທີ່ລັດຖະບານ​ຂອງ​ປະທານາທິບໍດີ​ໂອ​ບາ​ມາ
ເລັ່ງລັດ ເປົ້າ​ໝາຍຂອງຕົນຕາມທີ່​ໄດ້​ວາງ​ແຜນ​ໄວ້ ເພື່ອ​ຈະ​ປິດ​
ສະຖານ​ທີ່​ດັ່ງກ່າວນີ້.

​ທຳນຽບຫ້າ​ແຈໄດ້ປະກາດກ່ຽວກັບການຍົກຍ້າຍດັ່ງກ່າວ ໃນ​ວັນ
​ພຸດ​ວານ​ນີ້. ພວກຜູ້“ຊາຍທັງ​ຫ້າ​ ​ແມ່ນ​ມາ​ຈາກ​ເຢ​ເມນ ​ແລະ​ໄດ້
​ຖືກ​ກັກ​ຂັງ​ຢູ່​ໃນ​ຄຸກ ທີ່ຄ້າຍ Guantanamo ​ດັ່ງກ່າວ​ນີ້ເປັນ
​ເວລາສິບກວ່າ​ປີ​ແລ້ວ ​ເຖິງ​ແມ່ນ​ວ່າ​ໄດ້​ຖືກພົບເຫັນວ່າ ບໍ່ມີ
ຄວາມຜິດ ໃນ​ປີ 2009​ ​ໂດຍ​ຄະນະກຳມະ ການ​ພິ​ເສດ​ຂອງ
ປະທາ​ນາ​ທິບໍດີບາຣັກ ​ໂອ​ບາ​ມາ. 4 ຄົນ​ໄດ້​ຖືກ​ປ່ອຍ​ໄປ​ຍັງ​ປະ​ເທດ​ໂອ​ມານ ທີ່ ຕັ້ງຢູ່ໃນ
ພາກ​ຕາ​ເວັນ​ອອກ​ກາງ ​ໃນຂະນະ ທີ່ຜູ້​ທີ 5 ​ແມ່ນ​ໄດ້​ຖືກຮັບ​ເອົາ​ໂດຍ​ປະ​ເທດ Estonia ທີ່ຕັ້ງຢູ່ໃນເຂດທະເລບາລຕິກ.

ແຜ່ນທີ່ Guantanamo ທີ່ ສົ່ງພວກນັກໂທດ ໄປຍັງ Oman and Estonia
ແຜ່ນທີ່ Guantanamo ທີ່ ສົ່ງພວກນັກໂທດ ໄປຍັງ Oman and Estonia

ສູນ​ຄຸມ​ຂັງທີ່ອ່າວ Guantanamo ​ໄດ້​ເປັນ​ສະຖານ​ທີ່​ກັກ​ຂັງ​ຜູ້ຕ້ອງ​ສົງ​ໄສ​ທີ່​ເປັນ​ພວກ​ກໍ່​ການ​ຮ້າຍ ທີ່ໄດ້​ຖືກ​ຈັບ​ກຸມໃນ​ຕ່າງປະ​ເທດ ​ໂດຍ​ກອງ​ກຳລັງ​ທະຫານ​ສະຫະລັດ​ ຫຼັງ​ຈາກ
ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ທີ່​ນະຄອນ​ນິວຢ໋ອກ ​ແລະ​ນະ​ຄອນ​ຫຼວງ​ວໍ​ຊີງຕັນ​ດີ​ຊີ ໃນ​ສະຫະລັດ ເມື່ອວັນ​ທີ 11 ກັນຍາ ​ປີ 2001 ນັ້ນ. ​ແຕ່ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດທິ​ມະນຸດ ​ໄດ້​ຕຳ​ນິຕິ​ຕຽນ​ສະຫະລັດ​ເຖິງ​ການ​ກັກ​ຂັງ​ພວກກ່ຽວຢ່າງບໍ່ມີກຳນົດ ​ໂດຍ​ປາດສະຈາກການຕັ້ງຂໍ້ຫາໃດໆ.

XS
SM
MD
LG