ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ປະຕິຮູບ ການລົງໂທດ ຜູ້ກະທຳຜິດ ດ້ານຢາເສບຕິດ (ວີດີໂອ)


ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາສະຫະລັດ ທ່ານ Eric Holder ຈະເອົາ ບາດກ້າວຫລຸດຜ່ອນ ການກະທໍາຜິດ
ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາສະຫະລັດ ທ່ານ Eric Holder ຈະເອົາ ບາດກ້າວຫລຸດຜ່ອນ ການກະທໍາຜິດ
ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາສະຫະລັດ ທ່ານ Eric Holder ກ່າວ​
ວ່າ ກະຊວງ​ຍຸຕິ​ທໍາ ກໍາລັງ​ວາງ​ແຜນ​ທີ່​ຈະ​ເອົາ​ບາດ​ກ້າວ ​ເພື່ອ​ຫຼຸດ
ຜ່ອນ​ຈໍານວນ​ພວກກະທໍາ​ຜິດທີ່​ບໍ່​ຮຸນແຮງດ້ານ​ຢາ​ເສບ​ຕິດທີ່ປະ
​ເຊີນກັບ​ການ​ບັງຄັບ​ໃຫ້​ຖືກໂທດ​ຈຳ​ຄຸກ​ເປັນ​ເວລາຍາວ​ນານນັ້ນ.

ກົດໝາຍສະຫະລັດ ​ໃນ​ຊຸມ​ປີ 1980 ບັງ​ຄັບ​ໃຫ້ ​ຜູ້​ໃດ​ກໍ​ຕາມ ທີ່​
ຖືກ​ພົບ​ເຫັນ​ວ່າ​ມີຄວາມ​ຜິດກ່ຽວກັບ​ຢາ​ເສບ​ຕິດບາງ​ຢ່າງຕ້ອງ​ໄດ້
ຕິດ​ຄຸກ​ເປັນ​ເວລາ​ດົນ​ນານ. ​ແຕ່​ໃນ​ຄໍາ​ປາ​ໄສໃນ​ວັນ​ຈັນ​ວານ​ນີ້
ຕໍ່ສະມາຄົມທະນາຍຄວາມອາ​ເມຣິກັນ ​ທີ່​ນະຄອນ ​San
Francisco ນັ້ນ ທ່ານ Holder ກ່າວ​ວ່າ ທ່ານ​ໄດ້​ອອກ​ຄໍາ​ສັ່ງ​ໃຫ້ບັນດາ ໄອ​ຍະ​ການ ​ເປັນ​ທີ່​ແນ່​ໃຈວ່າ ຜູ້ກະທໍາ​ຜິດ​ເລັກໆ​ນ້ອ​ຍໆ ບໍ່​ຖືກ​ກ່າວ​ຫາ​ໃນຄວາມ​ຜິດ ສຳລັບ​ໂທດ​ທີ່​ເໝາະ​ສົມກັບພວກ​ລາຊາ​ຄ້າ​ຢາ​ເສບ​ຕິດ.

ທ່ານ Holder ກ່າວ​ວ່າ ລະ​ບົບການ​ລົງ​ໂທດ​ໃນ​ປັດຈຸບັນ​ນີ້ ​ເຮັດ​ໃຫ້ຊາວ​ອາ​ເມ ຣິກັນເປັນ​ຈຳນວນ​ຫຼວງຫລາຍຕົກ​ຢູ່​ໃນ​ວົງ​ຈອນ​ຂອງຄວາມທຸກ​ຍາກ​ແລະ​ຖືກຄຸມຂັງ​. ທ່ານ​ກ່າວ​ວ່າ ຄວາມ​ຜິດ​ເລັກ​ໆນ້ອຍໆ ສົມຄວນ​ທີ່​ຈະ​ຖືກຟ້ອງ​ໃນ​ຄວາມ​ຜິດ​ ຂອງ​ໂທດທີ່ “​ເໝາະ​ສົມ​ກັບ​ການ​ກະທຳ​ຂອງແຕ່ລະບຸກຄົນ.”

ທ່ານ Eric Holder ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາສະຫະລັດ ກ່າວວ່າ:

“ນີ້ ບໍ່​ພຽງ​ແຕ່ເປັນ​ທີ່​ຮັບເອົາ​ບໍ່​ໄດ້​ເທົ່າ​ນັ້ນ ​ແຕ່ຍັງ​ເປັນ​ທີ່ອັບອາຍ ບໍ່ສົ​ມຄວນ​ແກ່​ປະ​ເທດອັນ​ຍິ່ງ​ໃຫຍ່​ຂອງ​ພວກ​ເຮົາ. ມັນ​ບໍ່​ສົມຄວນ​ແກ່​ປະ​ເພນີ​ອັນ​ຍິ່ງ​ໃຫຍ່​ທາງ ດ້ານ​ກົດໝາຍ​ຂອງ​ພວກ​ເຮົາ.”

ການ​ລົງ​ໂທດແບບ​ບັງ​ຄັບຢ່າງຕໍ່າ​ສຸດ ​ໄດ້​ຖືກຕິຕຽນຍ້ອນ​ບໍ່​ສາມາດໂຍະຍານ​ໃຫ້ ​ເຂົ້າ
ກັບ​ສະພາບ​ການ​ໄດ້ ຊຶ່ງ​ພວກ​ຕຳ​ໜິ​ເວົ້າວ່າເອົາ​ຄົນ​ເຂົ້າ​ຄຸກ​ຫລາຍ​ໂພດແລະ ​ກໍ​ຖືກ​ຄຸກດົນ​ນານ​ເກີນ​ໄປ. ການ​ລົງ​ໂທດ​ແບບ​ບັງຄັບ ​ໄດ້​ເກີດ​ຂື້ນ​ຈາກ​ກົດໝາຍ​ຕໍ່ຕ້ານ​ຢາ​ເສບ​ຕິດ​ ໃນຊຸມ​ປີ 1980.

ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາສະຫະລັດກ່າວວ່າ ການ​ປະຕິ​ຮູບ​ຈະ​ຊ່ວຍ​ໃຫ້ສະຫະ ລັດ ​ປະຢັດ​ເງິນ​ໄດ້​ ຫລາ​ຍພັນ​ລ້ານ​ໂດ​ລາ.

ປັດ​ຈຸ​ບັນ​ນີ້ ຄຸກ​ລັດຖະບານ​ກາງ ມີ​ພວກ​ນັກ​ໂທດ​ຕິດ​ຄຸກຫລາຍ​ກວ່າ 219,000 ຄົນຊຶ່ງ 47 ​ເປີ​ເຊັນ​ຂອງ​ຈຳນວນ​ນີ້ ແມ່ນ​ພວມຮັບ​ໃຊ້​ໂທດ​ຍ້ອນຄວາມ​ຜິດດ້ານ ​ຢາ​ເສບ​ຕິດ.

Drug
please wait
Embed

No media source currently available

0:00 0:01:50 0:00
XS
SM
MD
LG