ເຈົ້າໜ້າທີ່ຂັ້ນສູງຄົນນຶ່ງຂອງກະຊວງຕ່າງປະເທດສະຫະລັດ ກ່າວວ່າ ສະຫະລັດ ສືບ
ຕໍ່ໄດ້ຮັບຄວາມສຳພັນ “ອັນດີຫລາຍ”ກັບມຽນມາ ທ່າມກາງຄວາມຊາລືກັນວ່າ ປະເທດ
ດັ່ງກ່າວອຽງໄປໜ້າໄປຫາຈີນ ແລະເຖິງແມ່ນວ່າ ທີ່ຈິງແລ້ວ ຜູ້ນຳທ່ານນາງ Aung
San Suu Kyi ທີ່ແປທັບ ບໍ່ໄດ້ຫາໂອກາດພົບປະກັບ ລັດຖະມົນຕີຕ່າງປະເທດຄົນ
ໃໝ່ຂອງສະຫະລັດທ່ານ Rex Tillerson ໃນນະຄອນຫລວງ ວໍຊິງຕັນໃນອາທິດນີ້.
ອີງຕາມກະຊວງຕ່າງປະເທດ ທ່ານ Tliierson ໄດ້ຈັດງານຮັບຕ້ອນບັນດາລັດຖະມົນ
ຕີຕ່າງປະເທດຈາກຂົງເຂດເອເຊຍຕາເວັນອອກສຽງໃຕ້ ໃນວັນພະຫັດວານນີ້ ຊຶ່ງເປັນ
ການເຕົ້າໂຮມທີ່ແນໃສ່ເສີມຂະຫຍາຍ “ການເປັນພາຄີທາງຍຸດທະສາດ” ລະຫວ່າງ
ສະຫະລັດ ແລະບັນດາ 10 ປະເທດສະມາຊິກຂອງສະມາຄົມ ປະເທດໃນເຂດເອເຊຍ
ຕາເວັນອອກສຽງໃຕ້ ຫລື ASEAN.
ໃນການໂທລະສັບກັບພວກນັກຂ່າວ ຢູ່ໃນຂົງເຂດ ທ່ານ W. Patrick Murphy ລັດ
ຖະມົນຕີຊ່ວຍວ່າການຮັບຜິດຊອບຫ້ອງການເຂດອາເຊຍຕາເວັນອອກ ແລະປາຊິຟິກ
ໄດ້ປະຕິເສດທີ່ຈະຮັບເອົາຄວາມຄິດທີ່ວ່າ ການທີ່ທ່ານນາງ Suu Kyi ບໍ່ໄດ້ມາຮ່ວມ
ການເຕົ້າໂຮມກັນນັ້ນ ບໍ່ມີຫຍັງນອກເໜືອໄປຈາກການຂັດແຍ້ງໃນຕາຕະລາງເວລາ
ເທົ່ານັ້ນ.
ທ່ານ Murphy ກ່າວວ່າ “ຂ້າພະເຈົ້າຢາກໜັກວ່າ ສະຫະລັດ ແລະມຽນມາ ຫລືພະມ້າ
ມິຄວາມຊື່ນຊົມກັບ “ຄວາມສຳພັນອັນດີນໍາກັນ.” ສະຫະລັດຍັງຮ້ອງປະເທດດັ່ງກ່າວ
ວ່າພະມ້າ ຊຶ່ງລັດຖະບານທະຫານໄດ້ປ່ຽນຊື່ມາເປັນມຽນມາໃນປີ 1989.
ທ່ານ Murphy ກ່າວອີກວ່າ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດຂອງ ທ່ານນາງ Suu Kyi ໄດ້ຕາງໜ້າໃຫ້ມຽນມານໍາເອົາໜັງສື ທ່ານຈາກ ທ່ານນາງ ຊູຈີ ມາຍື່ໃຫ້ທ່ານ Tillerson
ແຕ່ວ່າ ທ່ານກໍບໍ່ໄດ້ບັນລະຍາຍວ່າ ໃນໜັງສືສະບັບນັ້ນເວົ້າຫຍັງແດ່.