ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ​ຈະເລັ່ງລັດ ການຈັດສົ່ງ ອຸບປະກອນ ທາງທະຫານ ໄປໃຫ້ ອີຣັກ (ສະໄລດ໌/ວີດີໂອ)


ພວກຕໍາຫຼວດອີຣັກ ສົ່ງສັນຍານ ຕົວອັກສອນ V ທີ່ໝາຍເຖິງ ການຕໍ່ສູ້ແບບມີໄຊ ຕໍ່ກຸ່ມ al-Qaida.
ພວກຕໍາຫຼວດອີຣັກ ສົ່ງສັນຍານ ຕົວອັກສອນ V ທີ່ໝາຍເຖິງ ການຕໍ່ສູ້ແບບມີໄຊ ຕໍ່ກຸ່ມ al-Qaida.
ສະຫະລັດໄດ້ໃຫ້ການ​ຢືນຢັນ​ອີກ​ຄັ້ງນຶ່ງ​ວ່າ ​ຕົນ​ຈະ​ໃຫ້ການ​
ສະໜັບສະໜູນ​ອີຣັກ​ ໃນ​ການ​ຕໍ່ສູ້ ກັບພວກ​ຫົວ​ຮຸນ​ແຮງ ທີ່
​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ al-Qaida ​ແລະ​ວ່າ​ຕົນ​
ຈະ​ເລັ່ງລັດການຂາຍແລະ​ຈັດ​ສົ່ງອຸບປະກອນທາງ​ທະຫານ​
ໄປໃຫ້​ປະ​ເທດ​ດັ່ງກ່າວ.

ຮອງ​ປະທານາທິບໍດີສະ​ຫະລັດ ທ່ານ Joe Biden ​ໄດ້ໂອ້​ລົມ
ສົນ​ທະນາ​ທາງ​ໂທລະສັບ​ໃນ​ວັນ​ຈັນ​ວານ​ນີ້ ກັບນາຍົກລັດຖະ
ມົນຕີອີຣັກທ່ານ Nouri al-Maliki ຊຶ່ງ​ໄດ້ກ່າວ​ເນັ້ນ​ເຖິງ​ຄວາມ
​ສໍາຄັນ​ຂອງ​ການ​ເຮັດ​ວຽກ​ຮ່ວມກັບ​ບັນດາ​ຜູ້​ນໍາ​ຂອງ​ສາສະໜາ
​ອິສລາມ​ນິກາຍ ຊຸນ​ນີ​ ເພື່ອ​ໂດດດ່ຽວ​ພວກ​ຫົວ​ຮຸນ​ແຮງ​ນັ້ນ.



​ໂຄສົກ​ທໍານຽບຂາວ​ທ່ານ Jay Carney ​ໄດ້​ກ່າວ​ວ່າ ສະຫະລັດແມ່ນ​ຈະ​ສົ່ງ​ເຮືອບິນ​ສອດ
​ແນມບໍ່​ມີຄົນ​ ​ແລະລະບົບລູກສອນ​ໄຟ Hellfire ​ໃນ​ຈຳນວນ​ເພີ້ມຂຶ້ນ ​ໄປ​ໃຫ້​ອີຣັກ​ໃນ​ປີ​ນີ້ ​
ແຕ່​ອີຣັກຕ້ອງເອົາ​ບາດ​ກ້າວ​ໃນ​ການເປັນຜູ້ນໍາ​ພາແລະ​ແກ້ໄຂ​ບັນຫາ​ຂັດ​ແຍ້​ງດ້ວຍ​ຕົນ​ເອງ.

​ໃນ​ເຊົ້າ​ວັນ​ຈັນ​ວານ​ນີ້ ທ່ານ Maliki ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ ແລະຊົນເ​ຜົ່າທີ່​ອາ​ໄສ​ຢູ່
ໃນ​ເມືອງ Fallujah ທີ່​ຖືກຫ້ອມ​ລ້ອມນັ້ນ ໃຫ້ຂັບ​ໄລ່ພວກ​ຫົວ​ຮຸນ​ແຮງ​ ທີ່​ເປັນ​ເຄືອ​ຂ່າຍ​
ຂອງ​ກຸ່ມກໍ່​ການ​ຮ້າຍ​ al-Qaida ອອກ​ໄປ​ຈາກ​ເມືອງ​ດັ່ງກ່າວ ລ່ວງ​ໜ້າການ​ບຸກ​ໂຈມ​ຕີ​
ທາງ​ທະ ຫານ ທີ່​ເຈົ້າໜ້າ​ທີ່ກ່າວ​ວ່າ ​ທີ່​ອາດ​ມີ​ຂຶ້ນພາຍໃນ​ບໍ່​ເທົ່າ​ໃດ​ມື້ຂ້າງ​ໜ້າ​ນີ້.

IRAQ VOSOT
please wait
Embed

No media source currently available

0:00 0:00:35 0:00
XS
SM
MD
LG