ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ມອບອຸປະກອນ ຕ້ານການຄ້າຢາເສບຕິດ ໃຫ້ແກ່ ສປປ ລາວ


ທ່ານແດນຽລ ຄລູນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ທ່ານກຸ ຈັນສີນາ ປະທານຄະນະກຳມະການແຫ່ງຊາດ ເພື່ອຄວບຄຸມ ແລະ ກວດກາຢາເສບຕິດ ແລະ ທ່ານ ດຣ. ວິໄລວົງ ບຸດດາຄຳ ເລຂາສູນກາງຊາວໜຸ່ມ ສປປ ລາວ ໃນພິທີມອບຮັບ ອຸປະກອນເຄຶ່ອງມື.
ທ່ານແດນຽລ ຄລູນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ທ່ານກຸ ຈັນສີນາ ປະທານຄະນະກຳມະການແຫ່ງຊາດ ເພື່ອຄວບຄຸມ ແລະ ກວດກາຢາເສບຕິດ ແລະ ທ່ານ ດຣ. ວິໄລວົງ ບຸດດາຄຳ ເລຂາສູນກາງຊາວໜຸ່ມ ສປປ ລາວ ໃນພິທີມອບຮັບ ອຸປະກອນເຄຶ່ອງມື.

ເມື່ອວັນ​ທີ ​30 ​ມິຖຸນາ 2015 ຜ່ານມານີ້ ສະຖານ​ທູດສະຫະລັດ
ອາ​ເມຣິກາ ພ້ອມ​ດ້ວຍ​ຄະນະ​ກຳມະການແຫ່ງ​ຊາດ ​ເພື່ອ​ກວດ
ກາ​ແລະຄວບ​ຄຸມ​ຢາ​ເສບຕິດ ​ໄດ້​ມອບ​ອຸປະ​ກອນ​ເຄຶ່ອງມື ​ໃຫ້​
ແກ່​ສູນ​ກາງ​ຊາວ​ໜຸ່ມ ສປປ ລາວ ຊຶ່ງ​ມີ​ມູນ​ຄ່າ​ ປະມານ 7, 500
​ໂດ​ລາ ​ເພື່ອ​ຮັບ​ໄຊ້​ເຂົ້າ​ໃນ​ວຽກ​ງານໂຄສະນາ​ ເຜີ​ຍ​ແຜ່​ຜົນ​ຮ້າຍ
ແລະ​ຕ້ານຢາ​ເສບ​ຕິດໃນ​ນະຄອນຫຼວງ​ວຽງ​ຈັນກໍ່​ຄື​ບັນດາ​ແຂວງ​
ທີ່​ໃກ້​ຄຽງ.

​ເຂົ້າ​ຮ່ວມ​ໃນ​ພິທີ່​ມອບຮັບ​ດັ່ງກ່າວ​ ມີທ່ານ​ແດ​ນຽລ ​ຄລູນ ​ເອກ​ອັກຄະ​ລັດຖະທູດສະຫະລັດ
ອາ​ເມຣິກາ ທ່ານ​ກຸ ຈັນ​ສີນາ ປະທານຄະນະ​ກຳມະການ​ແຫ່ງ​ຊາດ ​ເພື່ອ​ຄວບ​ຄຸມ ​ແລະ ກວດກາ​ຢາ​ເສບ​ຕິດ ​ແລະ ທ່ານ ດຣ. ວິ​ໄລ​ວົງ ບຸດ​ດາ​ຄຳ ​ເລຂາສູນ​ກາງ​ຊາວ​ໜຸ່ມ ສປປ
ລາວ.

ທ່ານ​ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ ​ເພື່ອ​ຄວບ​ຄຸມ ​ແລະ​ກວດກາ​ຢາ​ເສບ​ຕິດ ກ່າວ​
ວ່າ ອຸ​ປະກອນ​ທີ່​ນຳ​ມາ​ມອບ ​ໃນ​ຄັ້ງ​ນີ້ ຈະ​ເປັນ​ການ​ຊ່ວຍ​ຊຸກຍູ້ໃຫ້ ສູນ​ກາງ​ຊາວໜຸ່ມ ສາ
ມາດ​ດຳ​ເນີນ​ວຽກ​ງານ​ໂຄສະນາ ​ເຜີ​ຍແຜ່ຜົນ​ຮ້າຍ ​ແລະ​ຕ້ານ​ຢາ​ເສບ​ຕິດ ຢູ່​ໃນ​ບັນດາ​ໂຮງ
ຮຽນ​ຕ່າງໆ ​ແລະ​ທ່ານ​ທູດ​ແດ​ນຽລ ຄລູນ ​ໄດ້​ກ່າວ​ເສີມ​ວ່າ ວຽກ​ງານ​ໂຄສະນາ​ເຜີຍແຜ່​ໃນ​ບັນດາ​ໂຮງຮຽນ​ນັ້ນ ​ເປັນ​ສ່ວນ​ສຳຄັນ​ທີ່​ສຸດ​ ເພື່ອເຕືອນ​ໃຫ້​ບັນດາ​ນັກຮຽນ ​ເຫັນ​ໄດ້ເຖິງ
ໄພ​ອັນ​ຕະລາຍ​ຂອງ​ຢາ​ເສບ​ຕິດ. ທ່ານ​ທູດ​ແດ​ນຽລ ຄລູນ ກ່າວວ່າ “ພວກ​ຂ້າພະ​ເຈົ້າ​ຍິນ​ດີ
ທີ່​ຈະ​ໃຫ້ການ​ຊ່ວຍ​ເຫລືອ ລັດຖະບານ​ລາວ ​ໃນ​ວຽກ​ງານ​ຕ້ານ​ຢາ​ເສບ​ຕິດ” ​ແລະ​ໄດ້​ກ່າວ​
ຕື່ມ​ອີກ​ວ່າ ​ສປປ ລາວ ກຳລັງ​ກ້າວ​ເຂົ້າ​ສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ການ​ຄ້າຂາຍຜ່ານ
​ແດນ​ກໍ​ຈະ​ນັບ​ມື້​ນັບ​ເພີ້​ມຂື້ນ ຊຶ່ງ​ຈະ​ກາຍ​ເປັນ​ສິ່ງ​ທ້າ​ທາຍ​ໃໝ່​ຂອງ​ປະ​ເທດ​ລາວ ​ໃນ​ການ
​ສະກັດ​ກັ້ນ ການ​ເສບ​ແລະ​ການ​ຄ້າຂາຍ​ຢາ​ເສ​ບຕິດ.” ​ນັບແຕ່​ປີ 1989 ເປັນ​ຕົ້ນ​ມາ ລັດ
ຖະບານ​ສະຫະລັດ ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ ລັດຖະບານ​ລາວ ​ໃນ​ດ້ານວຽກ​ງານ​ສະກັດ​
ກັ້ນ ​ແລະ​ຕ້ານ​ຢາ​ເສບ​ຕິດ ເປັນ​ມູນ​ຄ່າ​ຫລາຍ​ກວ່າ 47 ລ້ານ​ໂດ​ລາ​.

​ໃນ​ໄລຍະ​ຜ່ານ​ມາ ກໍ່​ຄື​ປັດ​ຈຸ​ບັນ ງົບປະມານ​ການ​ຊ່ວຍ​ເຫລືອ ​ເຂົ້າ​ໃນ​ການ​ເຮັດ​ວຽກ​ງານ
​ສະກັດ​ກັ້ນ ​ແລະ​ຕ້ານ​ຢາ​ເສບ​ຕິດ ມີ​ທັງ​ອຸປະກອນ​ເຄື່ອງມື ​ແລະ​ການ​ຝຶກ​ອົບຮົມ​ຕ່າງໆ​ໃນ​
ຫລາຍ​ດ້ານ​ເຊັ່ນ ການ​ປະຕິບັດ ມາດ​ຕະການ​ດ້ານ​ກົດໝາຍ ການ​ບຳບັດ ​ຟື້ນ​ຟູ​ຜູ້​ຕິດ​ຢາ
ເສບ​ຕິດ ການ​ໂຄສະນາ​ເຜີຍ​ແຜ່​ຜົນ​ຮ້າຍ​ຂອງຢາ​ເສບ​ຕິດ ​ແລະໂຄ​ງການ​ປູກພືດ​ທົດ​ແທນ​
​ເພື່ອ​ຊ່ວຍ​ໃຫ້​ຊາວ​ກະ​ສິກອນຜູ້​ຂາ​ດ​ເຂີນສາ ມາດ​ສ້າງ​ລາຍ​ຮັບ ຈາກ​ການ​ປູດ​ພືດ ​ແລະ​
ລ້ຽງສັດ ທີ່​ຖືກຕ້ອງ​ເໝາະ​ສົມ.

On June 30, 2015 the U.S. Embassy and Lao National Commission on Drug Control (LCDC) turned over $7,500 (more than 60 Million Lao Kip) worth of office supplies and media equipment to the Lao Youth Union to assist them in carrying out an Anti-Drug Civic Awareness Campaign in Vientiane and neighboring provinces.

U.S. Ambassador to the Lao PDR Daniel Clune took part in the ceremony, along with Mr. Kou Chansina, the Chairman of the LCDC and the Secretary General of the Lao Youth Union, Dr. Vilavong Bouddakham.

LCDC Director Kou Chansina said that the LCD projectors received will assist the Lao Youth Union in making anti-drug educational presentations for school children.U.S. Ambassador Clune remarked that anti-drug campaigns in schools play an important role in warning children about the dangers of illegal drug use.“We are pleased to support the Lao PDR in its efforts to fight drugs,” the Ambassador explained. “As the Lao PDR takes steps to integrate into the ASEAN Economic Community, increased cross-border trade will pose new challenges for the prevention of illicit drug trade and consumption.”Since 1989, the U.S. has contributed over $47 million in anti-narcotics assistance to Laos.

Past and current U.S. anti-narcotics assistance includes training and equipment for law enforcement, treatment of drug users, activities to warn the public against illicit narcotics, and alternative development programs, which assist poor opium farmers to increase their income by growing legitimate crops.

XS
SM
MD
LG