ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກປະທ້ວງພະຍາຍາມ ບຸກເຂົ້າໄປໃນ ຫໍພິພິດທະພັນອະວະກາດຂອງສະຫະລັດ (ເບິ່ງວີດີໂອ)


ກຸ່ມພວກປະທ້ວງ Occupy DC
ກຸ່ມພວກປະທ້ວງ Occupy DC

ຫໍພິພິດທະພັນອາກາດແລະອະວະກາດແຫ່ງຊາດທີ່ວໍຊິງຕັນດີຊີ ຫລື National Air and
Space Museum ໄດ້ປິດລົງ​ໃນ​ຕອນ​ບ່າຍວັນເສົາວານນີ້ ຫລັງຈາກພວກປະທ້ວງກຸ່ມ​
ໃຫຍ່​ກຸ່ມ​ນຶ່ງໄດ້ພະຍາຍາມ​ຈະບຸກຜ່ານໜ່ວຍຮັກສາຄວາມປອດໄພ ເຂົ້າໄປໃນຕຶກ.

ພວກເຈົ້າໜ້າທີ່ສະຖາບັນ Smithsonian ຊຶ່ງ​ເປັນ​ຜູ້​ກໍາກັບ​ດູ​ແລ​ຫໍພິພິດທະພັນຕ່າງໆ​
ແຫ່ງ​ຊາດ​ ກ່າວວ່າ ມີຜູ້ຖືກຈັບກຸມຢ່າງໜ້ອຍນຶ່ງຄົນ ແລະຜູ້ປະທ້ວງຄົນນຶ່ງຖືກສີດສະເປ
ໝາກເຜັດ​ໃສ່ ເວລາພວກປະທ້ວງ ປະມານ 100 ຫາ 200 ຄົນ ພະຍາຍາມບຸກເຂົ້າໄປ
ໃນຕຶກພິພິດທະພັນພ້ອມດ້ວຍປ້າຍໃຫຍ່ໆ ທີ່ຫ້າມບໍ່ໃຫ້ຖືເຂົ້າໄປໃນຫໍພິພິດທະພັນນັ້ນ.

ພວກປະທ້ວງບາງຄົນເປັນສະມາຊິກຂອງກຸ່ມປະທ້ວງທີ່ເອີ້ນວ່າ Occupy DC ຫລື​
ຄອບ​ຄອງ​ດີ​ຊີ ທີ່ລະເບີດຂຶ້ນເມື່ອອາທິດຜ່ານມາໃນນະ​ຄອນ​ຫລວງ​ ຂອງ​ສະຫະລັດ
ຊຶ່ງເປັນໜໍ່​ແໜ່​ງທີ່​ແຕກ​ອອກ​ມາ​ຈາກ​ຂະ​ບວນການຄອບ​ຄອງ​ຕະຫລາດ​ຫລັກ​ຊັບ ຫລື
Occupy Wall Street ທີ່ໃຫຍ່ກວ່າ ທີ່ເລິ່ມຕົ້ນຂຶ້ນ​ທີ່​ນະຄອນນີວຢ໊ອກ ເມື່ອເດືອນ
ຜ່ານມາ ​ແລະໄດ້ແຜ່ລາມອອກໄປຍັງຫົວເມືອງໃຫຍ່ອື່ນໆຂອງສະຫະລັດ ​ໂດຍ​ມີພວກ
ປະທ້ວງທີ່ພາກັນປະທ້ວງ ຫລາຍໆບັນຫາ ໂຮມທັງຄວາມໂລບມາກຂອງບໍລິສັດໃຫຍ່ໆ
ແລະຄວາມບໍ່ສະເໝີພາບທາງດ້ານເສດຖະກິດ.

ເບິ່ງວີດີໂອລາຍງານ ກ່ຽວກັບການແຜ່ລາມໄປທົ່ວປະເທດ ຂອງພວກປະທ້ວງ:

XS
SM
MD
LG