ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄອຍະການ ຫາທາງ ຢຶດເອົາ ປະກັນໄພຊີວິດ ຂອງມືປືນ ຢູ່ເມືອງ San Bernardino


ບັນດາຜູ້ເຄາະຮ້າຍ ຖືກຍິງທີ່ເມືອງ San Bernardino ລັດ California.
ບັນດາຜູ້ເຄາະຮ້າຍ ຖືກຍິງທີ່ເມືອງ San Bernardino ລັດ California.

ບັນດາ​ໄອ​ຍະ​ການ​ສະຫະລັດຕ້ອງການ​ຢາກ​ໃຫ້​ຜູ້​ເຄາະ​ຮ້າຍໃນການ​ໂຈມ​ຕີ​ໂດຍ ​ຜູ້​ກໍ່​ການ​ ຮ້າຍ​ປີ​ກາຍ​ນີ້ ​ທີ່ເມືອງ San Bernardino ລັດ California ​ໄດ້​ຮັບ​ສ່ວນ​ແບ່ງ​ຈາກ​ເງິນ​ ປະກັນ​ໄພ​ຊີວິດ​ຫລາຍ​ຮ້ອຍ​ພັນ​ໂດ​ລາທີ່​ມື​ປືນຄົນ​ນຶ່ງ​ເປັນ​ເຈົ້າ​ຂອງ.

ຢູ່​ໃນສຳນວນຟ້ອງ​ ທີ່ຍື່ນ​ໃນວັນ​ອັງຄານ​ວານ​ນີ້ ຢູ່ສານ​ລັດຖະບານ​ກາງ​ໃນ​ນະຄອນ Los Angeles ບັນດາ​ໄອ​ຍະ​ການ ​ໄດ້​ໂຕ້​ຖຽງ​ວ່າ​ເງິນ​ປະກັນ​ໄພ​ ຈາກການ​ເສຍ​ຊີວິດ​ຂອງທ້າວ Syed Rizwan Farook ​ຄວນຖືກຍຶດ​ເປັນ​ຂອງ​ລັດ ຖະບານ ​ເພາະວ່າ​ມັນ “​ໄດ້​ມາ​ຈາກ ​ການ​ກະທຳ​ຄວາມ​ຜິດ ໃນ​ການ​ກໍ່​ການ​ຮ້າຍ ຕໍ່ລັດຖະບານ​ກາງ.”

ກົດໝາຍ​ສະຫະລັດ​ກ່າວ​ວ່າ ​ເງິນ​ຈະ​ຖືກ​ຍຶດ​ຖ້າ​ຫາກ​ວ່າ​ ເປັນ​ການ​ກະທຳ​ຄວາມ​ຜິດ​ຈາກ ການ​ພົວພັນ ຫລື​ໃຊ້​ໃນ​ການກໍ່​ການ​ຮ້າຍ.

ທະນາຍຄວາມ​ສະຫະລັດ ທ່ານ​ນາງ Eileen Decker ກ່າວ​ຢູ່​ໃນ​ຖະ​ແຫລ​ງ ການ​ວ່າ “ພວກ​ກໍ່​ການ​ຮ້າຍ​ຕ້ອງ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ຖືກ​ແຕ່ງຕັ້ງ​ບັນດາ​ຜູ້​ທີ່ ​ຈະ​ໄດ້​ຮັບ​ຜົນ​ປະ ​ໂຫຍ​ດຈາກ​ການ​ກະທຳ​ຜິດ​ຂອງ​ເຂົາ​ເຈົ້າ.”

ທ້າວ Farook ​ແລະ​ເມຍ​ຂອງ​ລາວ ນາງ Teashfeen Malik ​ໄດ້​ສັງຫານ 14 ຄົນ ​ແລະ​ມີ ​ຜູ້ໄດ້​ຮັບ​ບາດ​ເຈັບອີກ 21 ຄົນ ຢູ່​ບ່ອນ​ເຕົ້າ​ໂຮມ​ຂອງ​ບັນດາ​ເພື່ອນ​ພະນັກງານ​ລັດຖະບານ ທ້ອງ​ຖິ່ນ​ໃນເດືອນ​ທັນວາ​ປີ​ກາຍ​ນີ້. ​ເຂົາ​ເຈົ້າ​ໄດ້​ພາກັນ​ຫລົບ​ໜີຈາກ​ສະຖານ​ທີ່ດັ່ງກ່າວຢູ່​ ໃນ​ລົດ ​ແລະ​ຕໍ່​ມາ​ໄດ້​ຖືກ​ສັງຫານໃນ ການ​ຍິງຕໍ່ສູ້ກັບ​ຕຳຫລວດ ​ຢູ່​ໃກ້​ກັບ​ຄຸ້ມ​ດັ່ງກ່າວ.

ສຳນວນ​ຟ້ອງໄດ້​ລະບຸ​ປະກັນ​ໄພ​ຊີວິດ​ສອງ​ອັນ​ຂອງທ້າວ Farook. ປະກັນ​ໄພ​ອັນ​ນຶ່ງ​ມີ​ມູນ​ຄ່າ 25,000 ​ໂດ​ລາ ທີ່​ມາ​ຈາກ​ວຽກ​ການ​ຂອງ​ລັດ​ຖະບານ ​ໃນ​ຂະນະ​ທີ່​ຜູ້ກ່ຽວ​ມີ​ປະກັນ​ໄພ​ ອີກ​ອັນ​ນຶ່ງ​ບສຳລັບໂຕ​ລາວ​ເອງ​ ໃນ​ມູນ​ຄ່າ 250,000 ​ໂດ​ລາ. ປະກັນໄພທັງ​ສອງ​ນີ້ແມ່ ​ນລະບຸ​ຊື່​ແມ່​ຂອງ​ທ້າວ Farook ນາງ Rafia ວ່າ​ ເປັນ​ບຸກຄົນ​ທີ່​ຈະ​ໄດ້​ຮັບ​ເງິນ ຖ້າ​ຫາກ ​ລາວ​ເສຍ​ຊີວິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG