ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ສົ່ງເສີມ ໂພຊະນາການ ສຳລັບເດັກ ແລະວຽກງານ ອະນາໄມ ແກ່ຊຸມຊົນ ຢູ່ ລາວ


ພິທີມອບເງິນການຊ່ວຍ​ເຫລືອ 6 ລ້ານ​ໂດ​ລາ​ ສະຫະລັດ ຫລື
​ປະມານ 48 ຕື້​ກີບ ເພື່ອຊ່ວຍຫລຸດຜ່ອນອັດຕາການຂາດສານ ອາຫານ ໃນ ສປປ ລາວ.
ພິທີມອບເງິນການຊ່ວຍ​ເຫລືອ 6 ລ້ານ​ໂດ​ລາ​ ສະຫະລັດ ຫລື ​ປະມານ 48 ຕື້​ກີບ ເພື່ອຊ່ວຍຫລຸດຜ່ອນອັດຕາການຂາດສານ ອາຫານ ໃນ ສປປ ລາວ.

ເມື່ອ​ວັນ​ທີ 5 ກຸມພາ ​ຜ່ານ​ມາ​ນີ້ ສະຫະລັດອາເມລິກາ ໄດ້ຖະ
ແຫລງເປີດໂຕ ບັນດາກິດຈະກຳທີ່ຈະມີຂຶ້ນ ໃນສາທາລະນະ
ລັດ ປະຊາທິປະໄຕ ປະຊາຊົນລາວ ​ໃນວົງ​ເງິນ​ຊ່ວຍ​ເຫລືອ 6
ລ້ານ​ໂດ​ລາ​ສະຫະລັດ ຫລື​ປະມານ 48 ຕື້​ກີບ ເພື່ອຊ່ວຍຫລຸດ
ຜ່ອນອັດຕາການຂາດສານ ອາຫານ ແລະພາວະການຈະເລີນ
ເຕີບໂຕຊ້າ ແກ່ຊຸມຊົນທີ່ມີຄວາມ ສ່ຽງ ໂດຍຜ່ານການເສີມໂພ
ຊະນາການ ວິທີປັບປຸງການໃຫ້ອາຫານ ເດັກອ່ອນ ແລະ ເດັກນ້ອຍໄວໜຸ່ມ ແລະ ລະບົບ
ອະນາໄມຊຸມຊົນ ທີ່ດີຂຶ້ນ

​ໃນ​ໂອກາດ​ນີ້ ທ່ານ Daniel Clune ເອກອັກຄະລັດຖະທູດສະຫະ ລັດອາເມລິກາ ປະຈຳ
ລາວ ກ່າວວ່າ “ການຊ່ວຍເຫລືອຈາກປະຊາຊົນ ສະຫະລັດອາເມລິກາໃນຄັ້ງນີ້ ຈະ
ຊ່ວຍເດັກນ້ອຍໃນ ສປປ ລາວ ໃຫ້ ໄດ້ຮັບສານອາຫານທີ່ພຽງພໍ ແລະເປັນຈຸດເລີ່ມ
ຕົ້ນທີ່ດີສຳລັບຊີວິດ ຂອງພວກເຂົາ. ເດັກນ້ອຍທີ່ໄດ້ຮັບສານອາຫານຄົບຖ້ວນແມ່ນ
ຈະ ສາມາດຮ່ຳຮຽນໄດ້ດີກວ່າ ມີລະບົບພູມຄຸ້ມກັນຮ່າງກາຍທີ່ເຂັ້ມແຂງສາມາດ
ຕ້ານເຊື້ອພະຍາດຕ່າງໆໄດ້ ແລະມີແນວໂນ້ມຈະເຕີບໃຫຍ່ເປັນ ບຸກຄະລາກອນທີ່
ມີຄຸນະພາບ ສາມາດປະກອບສ່ວນເຂົ້າໃນວຽກງານສ້າງສາພັດທະນາປະເທດ
ຊາດ”

ການຖະແຫລງຂ່າວໃນຄັ້ງນີ້ ແມ່ນກົງກັບການ​ໄປຢ້ຽມຢາມນະຄອນ ຫລວງວຽງຈັນຂອງ
ທ່ານ ເຈສັນ ໂຟລີ ຮອງຜູ້ຊ່ວຍຜູ້ບໍລິຫານຂອງ ອົງການພັດທະນາສາກົນຂອງສະຫະລັດ
ເຊິ່ງເພິ່ນໄດ້ເດີນທາງ​ໄປທົ່ວ ພາກພື້ນເພື່ອສະໜັບສະໜູນ ແນວຄິດລິເລີ່ມໃໝ່ທີ່ສຳຄັນນີ້.

ເຖິງແມ່ນວ່າໃນປະຈຸບັນ ສປປ ລາວ ຈະມີການຂະຫຍາຍຕົວທາງ ດ້ານເສດຖະກິດ ແຕ່
ລາວກໍຍັງປະສົບພາວະການຂາດສານອາຫານ ໃນອັດຕາທີ່ສູງຢູ່ໃນພາກພື້ນ​ເອ​ເຊຍ.
44 ສ່ວນຮ້ອຍ(44%) ຂອງ ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ ແມ່ນປະສົບກັບພາວະການ

ຈະເລີນ ເຕີບໂຕຊ້າໃນລະດັບປານກາງເຖິງຮຸນແຮງ ແລະໃນບາງແຂວງກໍ່ມີອັດຕາສູງເຖິງ 60 ສ່ວນຮ້ອຍ(60%).

ພິທີມອບທຶນຊ່ອຍເຫລືອດັ່ງກ່າວ​ໄດ້ມີຂຶ້ນ ຢູ່ທີ່ກະຊວງສາທາລະນະສຸກໂດຍແມ່ນທ່ານ
ເຈສັນ ໂຟລີ ເປັນຜູ້ມອບ ແລະ ສາດສະດາຈານ ດຣ. ເອກສະຫວ່າງ ວົງວິຈິດ ລັດຖະມົນຕີ
ວ່າການປະຊວງສາທາລະນະສຸກ ລາວ ເປັນຜູ້ຮັບ ໂດຍມີພາກສ່ວນກ່ຽວຂ້ອງຂອງທັງສອງ
ຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

US Promotes Childhood Nutrition and Community Sanitation in Lao PDR

The United States announced plans to launch activities in the Lao People’s Democratic Republic (Lao PDR) to help reduce malnutrition rates and growth stunting in vulnerable communities through nutritional supplements, improved methods of feeding infants and young children, and better community sanitation.

“The support provided by the American people will help children in areas of Lao PDR to receive adequate nutrition and get a good start in life,” said U.S. Ambassador to Lao PDR, Daniel A. Clune. “A well-nourished child will perform better in school, develop a stronger immune system to fight off disease, and is more likely to become a productive adult, contributing more to the development of the country.”

The announcement coincided with a visit to Vientiane by Jason Foley, Deputy Assistant Administrator for Asia for the U.S. Agency for Interna-
tional Development, who traveled to the region to support this important new initiative. The program will promote community-based practices that lead to higher rates of exclusive breastfeeding, improved feeding prac-
tices for infants and young children, and elimination of open defecation and management of other sources of fecal contamination.

Despite recent economic growth in Lao PDR, the country experiences some of the highest rates of malnutrition in Southeast Asia. Forty-four percent of children under five are moderately to severely stunted, with numbers as high as 60 percent in certain provinces. These children have an increased risk of mortality, illness and infections, delayed develop- ment, cognitive deficits, poor school performance and reduced productivity as adults.

XS
SM
MD
LG