ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ສະໝັກແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ທີ່ຍັງມີຄວາມຫວັງຢູ່ ສືບຕໍ່ຕາມຫາເອົາ ຜູ້ແທນ ໃນລັດຕ່າງໆ


ຜູ້ສະໝັກແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກ
ເດໂມແຄຣັດ ສະມາຂິກສະພາສູງ ທ່ານ Bernie Sanders ຖະແຫລງເມື່ອຢຸດແວ່ໂຄສະນາຫາສຽງ, ວັນທີ 26 ມີນາ 2016, ໃນນະຄອນ Madison, ລັດ Wisconsin.
ຜູ້ສະໝັກແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກ ເດໂມແຄຣັດ ສະມາຂິກສະພາສູງ ທ່ານ Bernie Sanders ຖະແຫລງເມື່ອຢຸດແວ່ໂຄສະນາຫາສຽງ, ວັນທີ 26 ມີນາ 2016, ໃນນະຄອນ Madison, ລັດ Wisconsin.

ເຖິງແມ່ນວ່າ ຄວາມສົນລະວົນ ຂອງການເລືອກຕັ້ງຂັ້ນຕົ້ນ ຂອງ
ປະທານາທິບໍດີ ສະຫະລັດ ແມ່ນເບິ່ງຄືວ່າ ຈະເບົາບາງແດ່ກໍຕາມ
ແຕ່ການແຂ່ງຂັນເພື່ອຈະໃຫ້ໄດ້ຖືກສະເໜີຊື່ເປັນຕົວແທນ ຂອງ
ພັກຣີພັບບລີກັນ ແລະ ພັກເດໂມແຄຣັດ ກໍແມ່ນຍັງສືບຕໍ່ທະວີຂຶ້ນຢູ່.

ຜູ້ນຳໜ້າຈາກພັກເດໂມແຄຣັດ ອະດີດລັດຖະມົນຕີຕ່າງປະເທດ
ທ່ານນາງ Hillary Clinton ໄດ້ຮັບການປະລາໄຊຢ່າງເຈັບຊ້ຳ
ໂດຍຄູ່ແຂ່ງ ສະມາຊິກສະພາສູງລັດ Vermont ທ່ານ Bernie
Sanders ເມື່ອວັນເສົາຜ່ານມາ ໃນຕອນທີ່ທ່ານໄດ້ກວດເອົາໄຊຊະນະ ໃນກອງປະຊຸມ
ເລືອກຕັ້ງຂອງພັກ ໃນລັດ Washington, Hawaii ແລະ Alaska.

ໄຊຊະນະເຫຼົ່ານັ້ນ ກໍບໍ່ໄດ້ເຮັດໃຫ້ຍັບເຂົ້າໃກ້ ຄະແນນນຳໜ້າຂອງທ່ານນາງ ຄລິນຕັນ ທີ່ມີຢູ່ນັ້ນ ຊຶ່ງເບິ່ງຄືວ່າຈະບໍ່ສາມາດໄຫລ່ທັນໄດ້ ໃນການແຂ່ງຂັນ - ເຫຼືອພຽງແຕ່ການໄດ້
ຮັບຜູ້ແທນ ຕ່ຳກວ່າ 300 ທ່ານເທົ່ານັ້ນ. ແຕ່ໄຊຊະນະນັ້ນ ໄດ້ເສີມສ້າງທ່າແຮງ ຂອງການ
ໂຄສະນາຫາສຽງພຽງພໍ ທີ່ຈະເຮັດໃຫ້ທ່ານ Sanders ປະກາດວ່າ ບັດນີ້ ທ່ານ ສາມາດ
ເຫັນ “ເສັ້ນທາງໄປສູ່ໄຊຊະນະ.” ແລ້ວ

ພັກເດໂມແຄຣັດ ຈະແຂ່ງຂັນຕໍ່ໄປ ໃນວັນທີ 5 ເມສາ ໃນລັດ Wisconsin ແລະ ອີກຄັ້ງ
ນຶ່ງ ໃນວັນທີ 9 ເມສາ ໃນລັດ Wyoming ທີ່ມີປະຊາກອນທີ່ກະຈັກກະຈາຍອອກໄປ.
ທ່ານນາງ ຄລິນຕັນ ແມ່ນເພັ່ງເລັງໃສ່ວັນທີ 19 ເມສາ ໃນເວລາ ພວກມີສິດອອກສຽງ
ໃນລັດ New York ທີ່ເປັນລັດ ທີ່ທ່ານນາງ ເຄີຍເປັນຜູ້ແທນສະມາຊິກສະພາສູງ
ໃນຄັ້ງນຶ່ງ ຕັດສິນວ່າ ຈະຈັດສັນຜູ້ແທນຈຳນວນ 291 ທ່ານຂອງພວກເຂົາເຈົ້າຈັ່ງໃດ.

ຜູ້ສະໝັກລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ສັງກັດພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງ ໃນລະຫວ່າງ ການຊຸມນຸມໂຄສະນາຫາສຽງ ໃນວັນເສົາທີ 19 ມີນາ 2016, ໃນນະຄອນ Tucson ລັດ Arizona.
ຜູ້ສະໝັກລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ສັງກັດພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງ ໃນລະຫວ່າງ ການຊຸມນຸມໂຄສະນາຫາສຽງ ໃນວັນເສົາທີ 19 ມີນາ 2016, ໃນນະຄອນ Tucson ລັດ Arizona.

​ສ່ວນຝ່າຍພັກຣີພັບບລີກັນ ການແຂ່ງຂັນທີ່ຈະໄດ້ຖືກສະເໜີຊື່ ລະຫວ່າງ ຜູ້ນຳໜ້າ ທີ່
ເປັນນັກທຸຸລະກິດ ອະພິມະຫາເສດຖີ ທ່ານ Donald Trump ແລະ ສະມາຊິກສະພາສູງ
ລັດ Texas ທ່ານ Ted Cruz ນັ້ນ ປາກົດວ່າ ໄດ້ທະວີຂຶ້ນຈົນກາຍເປັນສົງຄາມ ຂອງ
ການໂຕ້ຖຽງເລື້ອງສ່ວນຕົວ ຢ່າງເຕັມສ່ວນ.

ການເລືອກຕັ້ງຂັ້ນຕົ້ນທີ່ສຳຄັນ ຂອງພັກຣີພັບບລີກັນ ຂັ້ນຕໍ່ໄປ ແມ່ນວັນທີ 5 ເມສາ ໃນ
ລັດ Wisconsin. ບັນດານັກວິເຄາະບາງສ່ວນ ຄາດຄະເນວ່າ ມັນອາດຈະກາຍເປັນການ
ແຂ່ງຂັນເທື່ອສຸດທ້າຍ ສຳລັບ ຜູ້ສະໝັກສັງກັດພັກຣີພັບບລີກັນ ທີ່ມີຄະແນນ ອັນດັບທີ 3
ຄືຜູ້ປົກຄອງລັດ Ohio ທ່ານ John Kasich ນັ້ນ.

XS
SM
MD
LG