ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີ ສະຫະລັດ ເພັ່ງເລັງໃສ່ ບັນຫາເຊື້ອຊາດ ໃນປະເທດ


US Presidential Contenders Focus on Race in America
please wait

No media source currently available

0:00 0:02:00 0:00

ສຳນວນຄຳເວົ້າ ກ່ຽວກັບການແຂ່ງຂັນ ໃນອາເມຣິກາ ສືບຕໍ່ຮ້ອນແຮງຂຶ້ນຕື່ມອີ່ກ ໃນການ ແຂ່ງກັນເປັນປະທານາທິບໍດີ ລະຫວ່າງ ທ່ານ Donald Trump ຈາກພັກຣີພັບບລີກັນ ແລະ ທ່ານນາງ Hillary Clinton ຈາກພັກເດໂມແຄຣັດ ໃນຂະນະທີ່ທັງສອງ ຊອກຫາ ການສະໜັບສະໜູນ ຈາກບັນດາຜູ້ລົງຄະແນນສຽງ ຊົນກຸ່ມນ້ອຍ ຫຼັງຈາກທີ່ໄດ້ເລືອກເອົາ ປະທານາທິບໍດີ ຄົນຜິວດຳຜູ້ທຳອິດ ຂອງສະຫະລັດເວລາ 8 ປີ ຜ່ານມາ.

ທ່ານ Trump ໄດ້ກ່າວ ຢູ່ທີ່ການຢຸດແວ່ໂຄສະນາຫາສຽງ ວ່າ “ຊາວອາເມຣິກັນ ເຊື້ອສາຍ ອາຟຣິກາ ຫຼາຍກວ່າ 6,000 ຄົນ ແມ່ນເປັນຜູ້ເຄາະຮ້າຍຈາກການຖືກຄາດຕະກຳຂອງ ການຄາດຕະກຳ ໃນແຕ່ລະປີ.” ແລະກ່າວຕື່ມວ່າ ນະໂຍບາຍຕ່າງໆຂອງພັກເດໂມ ແຄຣັດ ທີ່ໄດ້ລົ້ມແຫຼວ ແມ່ນເປັນສາເຫດ ສຳລັບອາຊະຍາກຳທີ່ມີລະດັບສູງ ແລະ ເສດຖະ ກິດທີ່ໄດ້ສ້າງຄວາມສັບສົນຫຍຸ້ງຍາກ ໃນໝູ່ປະຊາຄົມຊົນກຸ່ມນ້ອຍ.

ທ່ານນາງ Clinton ໄດ້ສວຍໂອກາດໂຈມຕີຄຳເຫັນດັ່ງກ່າວຂອງທ່ານ Trump.

ທ່ານນາງ Clinton ໄດ້ກ່າວໃນຄຳປາໄສ ເມືອສັບປະດາແລ້ວນີ້ ວ່າ “ທ່ານ Trump ໄດ້ ຢືນຂຶ້ນ ຢູ່ຕໍ່ໜ້າພວກຜູ້ຊົມຜິວຂາວສ່ວນໃຫຍ່ ແລະ ໄດ້ອະທິບາຍເຖິງພວກຊຸມຊົນຜິວ ດຳ ໃນແບບທີ່ດູຖູກ ແລະ ລັກສະນະບໍ່ຮູ້ຈັກທີບຈັກແດນເລີຍ. ເປັນທີ່ແນ່ນອນ ທ່ານ Trump ບໍ່ມີຂໍ້ແກ້ໄຂໃດໆເລີຍ ຕໍ່ຄວາມເປັນຈິງຂອງການແບ່ງແຍກສີຜິວ ທີ່ເປັນລະ ບົບ ແລະ ການສ້າງຄວາມສະເໝີພາບໃຫ້ຫຼາຍຂຶ້ນ ແລະ ສ້າງໂອກາດໃນຊຸມຊົນຂອງ ພວກຄົນສີຜິວຕ່າງໆ ແລະ ສຳລັບຊາວອາເມຣິກັນໝົດທຸກຄົນ.”

ປະຊາຊົນປະທ້ວງກຕໍ່ການຍິງທ້າວ Alton Sterling ເຊິ່ງເປັນຄົນຜິວດຳ ຢູ່ນອກສຳນັກງານໃຫຍ່ຂອງຕຳຫຼວດ Baton Rouge, ລັດ Louisiana. 10 ກໍລະກົດ, 2016.
ປະຊາຊົນປະທ້ວງກຕໍ່ການຍິງທ້າວ Alton Sterling ເຊິ່ງເປັນຄົນຜິວດຳ ຢູ່ນອກສຳນັກງານໃຫຍ່ຂອງຕຳຫຼວດ Baton Rouge, ລັດ Louisiana. 10 ກໍລະກົດ, 2016.

ທ່ານ Trump ໄດ້ເນັ້ນເຖິງອາຊະຍາກຳ ໃນຊຸມຊົນພວກຄົນຜິວດຳ ອັນເປັນສ່ວນໜຶ່ງຂອງ ເລື່ອງອັນໃຫຍ່ກວ່າ ກ່ຽວກັບໄພຂົ່ມຂູ່ທັງຫຼາຍ ຕໍ່ຄວາມປອດໄພຂອງມະຫາຊົນ ແລະ ການໃຫ້ຄຳໝັ້ນສັນຍາຂອງທ່ານ ວ່າຈະເປັນປະທານາທິບໍດີ ທີ່ເຄົາລົບກົດລະບຽບ ແລະ ກົດໝາຍບ້ານເມືອງ.

ການໂຄສະນາທາງໂທລະພາບຂອງທ່ານ Trump ໄດ້ອ້າງວ່າ “Donald Trump ຂອງ ອາເມຣິກາ ແມ່ນປອດໄພ. ພວກກໍ່ການຮ້າຍ ແລະ ພວກອາຊະຍາກອນທີ່ໂຫດຮ້າຍ ບໍ່ໃຫ້ເຂົ້າມາ. ຊາຍແດນທີ່ປອດໄພ. ຄອບຄົວຂອງພວກເຮົາປອດໄພ.”

ໃນຄະນະດຽວກັນ ທ່ານນາງ Clinton ໄດ້ວາດພາບຄູ່ແຂ່ງຂອງທ່ານນາງ ວ່າ ເປັນຜູ້ທີ່ ໜ້າຢ້ານກົວ ລວມທັງບາງພວກທີ່ສະໜັບສະໜູນທ່ານ. ການໂຄສະນາທາງອິນເຕີເເນັດ ທີ່ເອົາຂໍ້ຄວາມມາຕື່ມຕໍ່ເຂົ້າກັນ ຈາກພວກຜູ້ນຳສູງສຸດຂອງກຸ່ມນິຍົມຜິວຂາວ ຜູ້ທີ່ໃຫ້ການ ສະໜັບສະໜູນ ຜູ້ຖືກສະເໜີຊື່ຈາກພັກຣີພັບບລີກັນ ຢ່າງເປີດເຜີຍ.

ທ່ານນາງ Clinton ໄດ້ກ່າວວ່າ “ທ່ານ Trump ໄດ້ເນັ້ນຢ້ຳເຖິງຄວາມຕີລວດກວດພຽງ ທີ່ເປັນອັນຕະລາຍ

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG