ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ສະໝັກ ປະທານາທິບໍດີ ສຫລ ໃຫ້ຄວາມເຫັນ ກ່ຽວກັບ ແຜນການເນລະເທດ


ຜູ້ສະໝັກ ປະທານາທິບໍດີ ຂອງພັກຣີພັບບລີກັນ ທ່ານ
Donald Trump ພວມຖະແຫຼງ ລະຫວ່າງໂຄສະນາຫາສຽງ
ຜູ້ສະໝັກ ປະທານາທິບໍດີ ຂອງພັກຣີພັບບລີກັນ ທ່ານ Donald Trump ພວມຖະແຫຼງ ລະຫວ່າງໂຄສະນາຫາສຽງ

ບັນດາ​ຜູ້​ສະໝັກ​ເປັນ​ປະທານາທິບໍດີ ຕ່າງ​ກໍ​ໄດ້​ພາກັນ​ສະ​ແດງ
​ປະ​ຕິ​ກິລິ​ຍາ​ ຕໍ່​ລາຍ​ງານ​ຂ່າວ ​ທີ່​ວ່າ ສະ​ຫະລັດ​ອາດ​ຈະ​ເລີ້ມ​ເນ
ລະ​ເທດບັນດາ​ຄອບຄົວ ​ທີ່​ເຂົ້າມາ​ໃນ​ສະຫະລັດຢ່າງແບບ​ຜິດ
​ກົດໝາຍ ພາຍ​ໃນ​ຕົ້ນ​ເດືອນ​ມັງກອນ​ນີ້

ຜູ້​ສະໝັກ​ ທີ່​ມີ​ຄະ​ແນນ​ສຽງ​ນຳ​ໜ້າ​ຂອງ​ພັກ​ເດ​ໂມ​ແຄຣັດ​ພ້ອມ
​ທັງ​ເຄີຍ​ເປັນ​ອະດີດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ມາ
​ກ່ອນ ທ່ານ​ນາງ Hillary Clinton ກ່າວ​ວ່າ​ ທ່ານ​ນາງ​ມີ​ຄວາມ
​ເປັນ​ຫ່ວງ​ຢ່າງແທ້​ຈິງ​ ກ່ຽວ​ກັບ​ລາຍ​ງານ​ຂ່າວ​ທີ່​ວ່າ ກະຊວງ​ຮັກ
ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ສະຫະລັດ ອາດ​ຈະ​ເລີ້ມການ​ເນລະເທດ​ຂະໜາດ​ໃຫຍ່​
ເທື່ອ​ທຳ​ອິດ ​ເພື່ອ​ສົ່ງ​ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ ​ກັບຄືນປະ​ເທດ.​ ຄະນະ​ໂຄສະນາ​
ຫາ​ສຽງ​ຂອງ​ທ່ານ​ນາງ Clinton ກ່າວ​ໃນ​ວັນ​ພະຫັດວານ​ນີ້ວ່າ ທ່ານ​ນາງ​ເຊື່ອ​ວ່າ​ມັນ​ເປັນ
​ສິ່ງ​ສຳຄັນ ​ທີ່​ທຸກໆ​ຄົນ​ຈະ​ໄດ້​ມີ​ໂອກາດ ເພື່ອ​ໃຫ້ການ​ຊີ້​ແຈງ ​ແບບ​ຍຸຕິ​ທຳ ​ແລະ​ໂດຍ​ເຕັມ​ ​
ແລະ​ປະ​ເທດ​ຂອງ​ພວກ​ເຮົາ​ໃຫ້​ບ່ອນພັກ​ພາ​ແກ່​ພວກ​ທີ່​ມີ​ຄວາມ​ຈຳ​ເປັນ.

ສ່ວນ​ຄູ່​ແຂ່ງ​ ຂອງ​ທ່ານ​ນາງ Clinton ​ໃນ​ພັກ​ເດ​ໂມ​ແຄຣັດ​ ສະມາຊິກ​ສະພາ​ສູງ Bernie
Sanders ກ່າວ​ໃນ​ວັນ​ພະຫັດ​ວານນີ້ວ່າ ທ່ານ​ຮູ້ສຶກ​ລົບ​ກວນ​ຈິດ​ໃຈ​ຫຼາຍ ກ່ຽວ​ກັບ​ລາຍ​
ງານ​ນີ້. ຢູ່​ໃນ​ຖະ​ແຫລ​ງການ ສະມາຊິກ​ສະພາ​ສູງ​ທ່ານ​ນີ້ິ້ກ່າວ​ວ່າ ປະ​ເທດ​ຂອງ​ພວກ​ເຮົາ​ແມ່ນເຄີຍ​ເປັນແສງ​ໄຟ​ແຫ່ງ​ຄວາມ​ຫວັງສະ​ເໝີ​ມາ​ສຳລັບ​ພວກ​ອົບພະຍົບຫລື​ພວກ​ທີ່​ຖືກ​
ກົດ​ຂີ່ ພວກ​ເຮົາ​ຈຳ​ເປັນ ຕ້ອງ​ໄດ້​ເອົາ​ບາດກ້າວ ເພື່ອ​ຄຸ້ມ​ຄອງ​ພວກ​ເດັກນ້ອຍ ແລະ​ຄອບ
ຄົວທີ່​ຊອກ​ສະ​ແຫວ​ງຫາ​ບ່ອນ​ຫລົບ​ລີ້​ຢູ່ນີ້ ບໍ່​ແມ່ນໄລ່​ພວກ​ເຂົາ​ໜີ.

ຜູ້​ສະໝັກ​ທີ່​ມີ​ຄະ​ແນນ​ສຽງນຳ​ໜ້າ​ຂອງ​ພັກ​ຣີພັບ​ບລີ​ກັນ ມະຫາ​ເສດຖີ​ພັນ​ລ້ານ​ອະສັງຫາ
ຣິມມະ​ຊັບ​ແລະ​ດາລາ​ລາຍການ​ໂທລະພາບ​ຄົນ​ຈິງ​ທ່ານ Donald Trump ​ໄດ້​ອ້າງ​ເອົາ
​ຜົນງານ​ກ່ຽວ​ກັບ​ຂ່າວ​ດັ່ງກ່າວໂດຍ​ໄດ້​ສະ​ແດງ​ຄວາມ​ເຫັນຜ່ານ​ທາງ Tweeter ວ່າ ​ແຜນ
ການ​ເນລະ​ເທດ​ນີ້ ​ໄດ້​ມີ​ການ​ພິຈາລະນາ​ ກໍ​ຍ້ອນ ທ່ານ​ກົດ​ດັນ​ໃຫ້​ລັດຖະບານ ​ເຮັດແລະ​
ເວົ້າວ່າ ມັນ​ເຖິງ​ເວລາ​ແລ້ວ.

XS
SM
MD
LG