ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບັນດາ​ຜູ້ສະມັກ ເປັນປະທານາທິບໍດີ ສຫລ ໂຄສະນາຫາສຽງ ໃນນາທີສຸດທ້າຍ


Iowa Campaign
please wait
Embed

No media source currently available

0:00 0:01:00 0:00

ບັນດາ​ຜູ້​ມີ​ຄວາມ​ຫວັງທີ່​ຈະເປັນປະທານາທິບໍດີສະຫະລັດຂອງ
ພັກ​ເດ​ໂມ​ແຄ​ຣັດແລະຣີພັບ​ບລິ​ກັນ ​ໄດ້ໂຄສະນາຫາ​ສຽງ​ສະ​ລັບ
​ກັນ​ໄປມາຢູ່​ທີ່​ລັດ Iowa ​ໃນ​ວັນ​ສຸກ​ວານ​ນີ້ ​ເພື່ອຮ້ອງ​ຂໍ ໃນນາ​ທີ​
ສຸດ​ທ້າ​ຍຕໍ່​ບັນດາ​ຜູ້​ມີ​ສິດປ່ອນ​ບັດ​ແລະເພີ້ມທະວີ​ໂຈມ​ຕີ​ຕໍ່​ຄູ່​ແຂ່ງ
ກ່ອນ​ໜ້າການ​ລົງ​ຄະ​ແນນ​ສຽງ ​ທີ່​ສຳຄັນ ຂອງ​ລັດ ຊຶ່​ງ​ເປັນ​ການ
ປ່ອນ​ບັດ​ເລືອກ​ຕັ້ງບ່ອນ​ທຳ​ອິດ​ຂອງ​ປະ​ເທດ ​ໃນ​ການ​ຄັດ​ເລືອກ​
ເອົາ​ຜູ້ຕາງໜ້າ​ຂອງ​ພັກ.

ຍັງ​ເວລາພຽງ​ແຕ່​ສາມ​ມື້ ກ່ອນ​ກອງ​ປະຊຸມຄັດ​ເລືອກ​ຂອງພັກຢູ່
ທີ່​ລັດ Iowa ການ​ແຂ່ງຂັນທັງ​ຂອງ​ພັກ​ເດ​ໂມ​ແຄຣັດ ​ແລະ​ຣີພັບ​
ບລິ​ກັນປາກົດວ່າໄດ້​ເພີ້ມທະວີ​ຄວາມ​ເຂັ້ມຂຸ້ນຂຶ້ນ. ​ເກືອບ​ວ່າບັນ
ດາ​ຜູ້​ສະ​ມັກ​ທີ່​ສຳ ຄັນໆໃນ​ທັງສອງ​ພັກ ​ໄດ້​ຈັດການ​ໂຄສະນາ​ຫາ​ສຽງແລະ​ກ່າວ​ຄຳ​ປາ​ໄສ
ຢູ່ທີ່​ລັດ Iowa ຊຶ່ງ​ເປັນ​ລັດ​ທີ່​ສອກຫລີກໃນພາກ​ກາງ​ທາງຕາ​ເວັນຕົກຂອງ​ສະຫະລັດ.

Some Iowa Victors Go All the Way, Others Fade Away
please wait

No media source currently available

0:00 0:01:06 0:00

ຜູ້​ທີ່ຮູ້ກັນ​ດີວ່າ ​ມີ​ຄະ​ແນນ​ສຽງນຳ​ໜ້າຂອງ​ພັກຣີພັບ​ບລິ​ກັນ ​ໄ​ດ້​ແກ່​ທ່ານ Donald Trump
ມະຫາ​ເສດຖີ​ອະ​ສັງຫາ​ລິ​ມະ​ຊັບ ​ໄດ້​ເບິ່ງຂ້າມລັດ Iowa ໂດຍ​ທຳ​ການໂຄສະນາ​ຫາ​ສຽງ​ຢູ່
​ທີ່​ລັດ New Hampshire ​ແທນ ຊຶ່ງຈະ​ຈັດການຄັດ​ເລືອກ​ຜູ້ຕາງໜ້າ​ຂອງ​ພັກ​ເປັນ​ບ່ອນ​ຕໍ່​
ໄປ​ຂອງປະ​ເທດ ​ໃນ​ວັນ​ທີ 9 ເດືອນ​ກຸ​ມພາ.

​ໃນ​ການ​ຖະ​ແຫຼງ ​ຢູ່​ບ່ອນ​ໂຄສະນາ​ຫາ​ສຽງ​ ​ທີ່​ເມືອງ Nashua ດາຣາ​ໂທລະພາບ​ໄດ້​ກ່າວ
ປ້ອງ​ກັນ ການ​ຕັດສິນ​ໃຈ​ຂອງ​ທ່ານ ທີ່​ໄດ້​ຖອນ​ຕົວ ອອກ​ຈາກ​ການ​ໂຕ້​ວາທີ ຜູ້​ສ​ະມັກເປັນ
ປະທານາທິບໍດີພັກຣີພັບ​ບລິ​ກັນໃນ​ວັນ​ພະຫັດ​ທີ່​ຜ່ານ​ມາຢູ່ໃນ​ເມືອງ Des Moines ຫລັງ​
ຈາກ​ໄດ້​ມີ​ການໂຕ້​ຖຽງ​ກັນ ​ກັບເຈົ້າ​ພາບຈັດການໂຕ້​ວາ​ທີ​ຂອງໂທລະ​ພາບ Fox.

ສ່ວນທ່ານ Cruz ສະມາຊິກ​ສະພາ​ສູງ​ ຈາກ​ລັດ Texas ທີ່​ມີ​ຄະ​ແນນນິຍົມ ​ເປັນທີ​ 2 ຮອງ
​ລົງ​ມາ​ຈາກທ່ານ Trump ​ໃນ​ການ​ຢັ່ງສຽງຫົ່ວປະເທດ ​ໄດ້​ໃຊ້​ເວລາ​ສ່ວ​ນໃຫຍ່​ຂອງວັນ​ສຸກ
ວານ​ນີ້ ພະຍາມທີ່​ຈະ​ປົວແປງ ​ໃນອັນ​ທີ່​ຜູ້​ຊ່ຽວຊານເຫັນ​ວ່າ ເປັນ​ໜຶ່ງໃນການ​ໂຕ້​ວາທີ ​ທີ່​ຂີ້​
ຮ້າຍສຸດຂອງ​ການເລືອກ​ຕັ້ງຂັ້ນ​ຕົ້ນ.

ການສະ​ແດງ​ໂຕ້​ວາ​ທີ​ ທີ່​ບໍ່​ໜັກ​ແໜ້ນ​ຂອງ​ທ່ານ Cruz ​ແລະ​ການ​ບໍ່ໄປປາກົດ​ໂຕ​ຂອງທ່ານ
Trump ​ໄດ້ເຮັດໃຫ້ບໍ່​ເປັນ​ທີ່​ແນ່ນອນ ກ່ຽວ​ກັບ​ວ່າ ​ໃຜ​ຈະ​ນຳ​ໜ້າ​ໝູ່ ​ເວລາ​ສະມາຊິກພັກຣີ
ພັບ​ບລີ​ກັນ ​ປະຊຸມ​ຄັດ​ເລືອກ​ເອົາຜູ້ຕາງໜ້າຂອງພັກ ໃນ​ແລງ​ວັນຈັນ​ຈະ​ມາ​ນີ້. ອີ​ງຕາມ​ອົງ
ການ RealClearPolitics ​ແລ້ວການ​ຢັ່ງ​ຫາງ​ສຽງ​ໂດຍ​ສະ​ເລ່ຍທ່ານ Trump ຍັງ​ຄົງ​ຄອງ​
ຄວາມ​ເປັນ​ທີໜຶ່ງ ​ໂດຍ​ໄດ້​ຮັບ​ຄະ​ແນນ​ສຽງ ປະມານ 31 ​ເປີີ​ເຊັນ ປຽບທຽບໃສ່​ທ່ານ Cruz
ທີ່​ໄດ້​ຮັບ 25 ​ເປີ​ເຊັນ​. ຢູ່​ໃນ​ອັນ​ດັບ​ສາມ​ ໄດ້ແກ່ສະມາຊິກ​ສະພາ​ສູງ Marco Rubio ທີ່​ໄດ້​
ຮັບປະມານ 14 ​ເປີ​ເຊັນ.

Trump Supporters, Critics Discuss Candidate Before Rally
please wait

No media source currently available

0:00 0:01:34 0:00

XS
SM
MD
LG