ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີຄວາມ​ຫວັງຂຶ້ນ​ມາ​ວ່າ ຈະມີການຮັບຮອງເອົາ ສົນທິສັນຍາກ່ຽວກັບ ​ດິນ​ຟ້າ​ອາກາດ​ຂອງ​ໂລກ


UN Climate Summit Raises Hopes for Climate Treaty
please wait

No media source currently available

0:00 0:03:19 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບຂ່າວນີ້.

ກອງ​ປະຊຸມ​ສຸດ​ຍອດ​ ກ່ຽວ​ກັບ​ດິນ​ຟ້າ​ອາກາດ​ ຂອງ​ສະຫະ​ປະ
ຊາ​ຊາດ ​ເມື່ອ​ວັນ​ອັງ​ຄານແລ້ວ​ນີ້ ທີ່​ນະຄອນ​ນິວຢອກ ​ໄດ້​ນຳ​
ເອົາ​ປະ​ມຸກ​ລັດ ກັບ​ຜູ້ນຳ​ພາກ​ສ່ວນເອກະ​ຊົນ​ ແລະ​ສັງຄົມ​ພົນ​
ລະ​ເມື​ອງ ມາ​ໂຮມ​ກັນ ​ເພື່ອ​ຫາ​ທາງ​ແກ້​ໄຂ​ວິ​ກິດ​ການ​ດ້ານ​ອາ
ກາດ​ຂອງ​ໂລກ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Rosanne Skirble ລາຍ​
ງານວ່າ ໃນ​ຂະນະ​ທີ່​ກອງ​ປະຊຸມ​ນີ້ ບໍ່​ແມ່ນ​ກອງ​ປະຊຸມ​ເຈລະ
ຈາ​ຕໍ່​ລອງ​ກັນ ຜົນ​ຂອງ​ມັນ​ກໍສາມາດສ້າງ​ແຮງ​ກະ​ຕຸ້ນ​ໃຫ້​ມີ​
ການ​ເຄື່ອນ​ໄຫວ ​ໄປ​ສູ່​ການ​ເຮັດສົນທິສັນຍາສະບັບໃໝ່​ ກ່ຽວ
ກັບ​ດິນ​ຟ້າ​ອາກາດ ​ໃນປີ 2015 ຊຶ່ງກິ່ງ​ສະຫວັນ ມີລາຍ​ລະ
ອຽດມາ ສະ​ເໜີ​ທ່ານ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ໄດ້ຮຽກກອງປະຊຸມສຸດຍອດນີ້
​ຂຶ້ນ ​ເພື່ອຍົກ​ລະດັບ​ຄວາມ​ຕັ້ງ​ໃຈ​ທາງ​ການ​ເມືອງ ​ແລະກະ​ຕຸ້ນ​ໃຫ້​ມີ​ການ​ເອົາບາດກ້າວ
ຕ້ານ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ. ຫລັງ​ຈາກ​ນຶ່ງ​ມື້ຂອງ​ການ​ປະຊຸມ ທີ່ເຕັມ​ໄປດ້ວຍ
ການວາງ​ແຜນການໃໝ່ໆ ​ແລະໃຫ້ຄວາມ​ໝາຍໝັ້ນ​ທີ່​ຈະ​ຫລຸດຜ່ອນການ​ປ່ອຍ​ແກັ​ສເຮືອນ
​ແກ້ວ ກໍ​ຄືຄາບ​ອນ ​ໄດ​ອອ໊ກ​ໄຊ ທີ່​ເປັນອັນຕະລາຍ​ ພາ​ໃຫ້​ມີ​ດິນ​ຟ້າອາກາດປ່ຽນແປງນັ້ນ
ທ່ານ Ban ​ໄດ້​ກ່າວ​ຕໍ່ກອງ​ປະຊຸມ​ວ່າ ທຸກໆ​ການ​ເຄື່ອນ​ໄຫວ ແມ່ນມີ​ຄວາມ​ສຳຄັນ. ທ່ານ
Ban Ki-moon ກ່າວວ່າ :

"ມື້​ນີ້​ໄດ້​ເປັນ​ມື້ທີ່​ຍິ່ງ​ໃຫຍ່ ​ເປັນ​ວັນ​ປະຫວັດ​ສາດ. ຂ້າພະ​ເຈົ້າໄດ້​ຮ້ອງ​ຂໍ ຄຳ​ປະກາດ
ທີ່​ກ້າຫານ​ຈາກ ບັນດາ​ລັດຖະບານ ພາກສ່ວນທຸລະ​ກິດ ​ພາກສ່ວນການ​ເງິນ ​ແລະ​ສັງຄົມພົນລະ​ເຮືອນ ​ໃນ​ຫ້າ​ດ້ານ​ທີ່ສຳຄັນ ຊຶ່ງກອງ​ປະຊຸມ​ກໍ​ໄດ້ມອບ​ໃຫ້.”

​ການ​ປ່ອຍແກັສເຮືອນແກ້ວອອກ ໃນ​ທົ່ວ​ໂລກ ຍັງ​ສືບ​ຕໍ່​ຖີບ​ສູງ​ຂຶ້ນ ​ໂດຍ​ມີ​ການ​ສູງ​ຂຶ້ນ 2.3
ເປີ​ເຊັນ​ ໃນ​ປີ 2013 ​ອີງ​ຕາມ​ລາຍ​ງານ​ໃນ ວາລະ​ສານ Nature GeoScience​. ອັດຕາ
ດັ່ງກ່າວ​ນີ້ ​ແມ່ນ​ຈະເຮັດໃຫ້ໂລກ ຢູ່​ໃນ​ເສັ້ນທາງ​ໄປ​ສູ່​ ສະພາວະ​ຮ້ອນ​ເອົ້າ​ຂຶ້ນ ຫລາຍກ່ວາ​
2 ອົ​ງສາ ແຊລຊຽສ ເກີນລະດັບ​ກ່ອນ​ຢຸກອຸດສາຫະກຳ. ນີ້​ແມ່ນ​ຂີດ​ຈຳກັດທີ່​ບັນດານັກວິທະ
ຍາ​ສາດ ກ່າວ​ວ່າ ອາດ​ສາມາດ​ເຮັດ​ໃຫ້​ໂລກ​ມະນຸດ​ ຖືກ​ເຜີຍ​ແບ​ໃສ່​ຜົນ​ກະທົບ ທີ່ເປັນອັນ​
ຕະລາຍ​ທີ່​ສຸດຈາກ​ການ​ປ່ຽນ​ແປງ​ຂອງດີ​ນຟ້າ​ອາກາດ ກໍ​ຄື ​ນຳ້ທະ​ເລ​ທີ່ສູງ​ຂື້ນ ​ແຜ່ນນໍ້າ
ກ້ອນ​ຢູ່ຂວັ້ນ​ໂລກ​ເປື່ອ​ຍ ແລະ​ພາຍຸ​ຮ້າຍ​ແຮງ ​ແລະ​ໄພ​ແຫ້ງ​ແລ້ງທີ່​ຮຸນ​ແຮງຫລາຍຂຶ້ນ. ໃນ​
ຖານະ​ເປັນ​ປະ​ເທດ​ ທີ່​ສ້າງ​ມົນ​ລະ​ພິດ​ອາກາດຫລາຍ​ທີ່​ສຸດອັນ​ດັບ​ສອງຂອງ​ໂລກ ຕໍ່ຈາກ​
ຈີນ ສະຫະລັດ ​ກໍກຳລັງ​ປະຕິບັດ​ຕາມ​ຄຳໝັ້ນ​ໝາຍ​ຂອງ​ຕົນຕໍ່ນາ​ໆ​ຊາດ ທີ່​ຈະຫລຸດຜ່ອນ​
ແກັສ​ເຮືອນ​ແກ້ວລົງນັ້ນ. ປະທານາທິບໍດີ Barack Obama ກ່າວ​ວ່າ ສະຫະລັດກຳລັງ​
ປະຕິບັດ​ພາກສ່ວນ​ຂອງ​ຕົນ ​ໂດ​ຍການ​ຮັບ​ເອົາ​ນະ​ໂຍບາຍ​ໃໝ່ຢູ່​ໃນທຸກໆພາກສ່ວນຂອງ ເສດຖະກິດ. ທ່ານ​ໄດ້​ຊັກ​ຊວນ​ໃຫ້​ປະ​ເທດ​ອຶ່ນໆ ກ້າວ​ອອກ​ມາ​ຂ້າງ​ໜ້າເຊັ່ນ​ກັນ.

ປະທານາທິບໍດີ ໂອບາມາ ກ່າວວ່າ :

“​ພວກ​ເຮົາ​ສຳນຶກ​ດີ​ວ່າ​ ພວກ​ເຮົາ​ມີ​ບົດບາດໃນ​ການ​ສ້າງ​ບັນຫາ​ນີ້. ພວກ​ເຮົາ​ຮັບ​ເອົາ
​ຄວາມຮັບຜິດຊອບຂອງ​ເຮົາ ​ໃນ​ການຕໍ່ສູ້​ກັບ​ມັນ. ພວກ​ເຮົາ​ຈະ​ປະ​ຕິ​ບັດ​ພາກສ່ວນ​
ຂອງ​ພວກເຮົາ. ແລະ​ພວກ​ເຮົາ​ຈະ​ຊ່ວຍ​ ບັນດາ​ປະ​ເທດພວມພັດທະນາປະຕິບັດ
ພາກສ່ວນ​ຂອງເຂົາເຈົ້າ. ​ແຕ່​ວ່າ ພວກ​ເຮົາຈະ​ສາມາດປະສົບ​ຄວາມ​ສຳ​ເລັດ​ ​ໃນ​ການຕໍ່ສູ້ກັບ​ການ​ປ່ຽນແປງຂອງດິນ​ຟ້າ​ອາກາດ​ນີ້ໄດ້ ​ກໍ​ຕໍ່ເມື່ອທຸກໆ​ປະ​ເທດເຂົ້າ​
ຮ່ວມ​ກັບ​ພວກ​ເຮົາ​ ​ໃນ​ຄວາມ​ພະຍາຍາ​ມດັ່ງ​ກ່າວນີ້ ບໍ່​ວ່າ​ປະ​ເທດທີ່ພັດທະນາ​ແລ້ວ
​ຫລື​ພວມ​ພັດທະນາ. ບໍ່​ມີປະ​ເທດ​ໃດ​ຂ້າມຜ່ານ​ໄປ​ໄດ້.”

ຮອງ​ປະທານປະ​ເທດ​ຈີນ ທ່ານ Zhang Gaoli ​ໄດ້ຮັບ​ຮູ້ ໃນຄວາມ​ຮັບຜິດຊອບ​ຂອງ​ຈີນ
​ໃນ​ຖານະເປັນ​ປະ​ເທດ​ປ່ອຍ​ແກັສ​ເຮືອນ​ແກ້ວ ຫລາຍທີ່ສຸດຂອງ​ໂລກ. ​ໃນ​ຄຳ​ຕອບ​ກ່ຽວກັບ
​ເລື້ອງ​ການ​ປ່ອຍ​ແກັສ​ເຮືອນ​ແກ້ວ​ອອກ​ມາ​ ໃນ​ອັດຕາ​ສູງ​ຂຶ້ນ​ເລື້ອຍໆ ​ໃນ​ໄລຍະສິບ​ປີ​ທີ່​
ຜ່ານ​ມານັ້ນ ທ່ານ​ໄດ້ກ່າວ​ປ້ອງ​ກັນ​ປະ​ເທດ​ຂອງ​ທ່ານ ​ໂດຍເວົ້າ​ວ່າ ຈີນ​ເປັນ​ຜູ້ນຳ​ໂລກ​ໃນ
​ການໝຸນໃຊ້​ພະລັງງານຄືນ​ໃໝ່ ​ແລະກຳ​ລັງເຄື່ອນ​ໄ​ຫວ​ໄປ​ສູ່​ການຄວບຄຸ​ມ ຄາບ​ອນ ໄດ
ອອ໊ກ​ໄຊ ​ພ້ອມ​ທັງກຳລັງພັດທະນາຕະຫລາດຄ້າຄາ ບ​ອນ​ແຫ່ງ​ຊາດ. ທ່ານ​ໄດ້ໃຫ້​ຄຳ​ໝັ້ນ​
ສັນຍາ​ວ່າ ຈີນ​ຈະ​ເຮັດຫລາຍ​ກ່ວາ​ນັ້ນ​ອີກ.

ທ່ານ Zhang Gaoli ກ່າວ​ວ່າ :

“ພວກ​ເຮົາ​ຈະ​ປະກາດ ​ແຜນປະຕິບັດ​ງານ ​ຕ້ານ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ
​ທີ່​ພວກ​ເຮົາ​ຈະ​ເຮັດຫລັງ​ຈາກ ປີ 2020 ນັ້ນໃຫ້​ຮູ້ ໃນ​ທັນທີ​ທີ່​ພວກ​ເຮົາ​ສາ​ມາ​ດຫລຸດ​ຜ່ອນຄວາມ​ໜາ​ຂອງຄາບ​ອນລົງ​ຢ່າງ​ເຫັນ​ໄດ້ຈະແຈ້ງ ​ເພີ້​ມສ່ວນ​ແບ່ງຂອງ​ການ​ຜະລິດ​ເຊື້ອ​ໄຟ ຈາກຊາກຫີນ​ຂອງ​ສັດ​ ແລະ​ພືດ​ດຶກ​ດຳ​ບັນ​ ​ແລະ​ເພີ້ມການ​ປູກ​ປ່າ​ໄມ້.”

ກອງ​ປະຊຸມ​ສຸດ​ຍອດ ຍັງ​ໄດ້​ເຄື່ອນ​ໄຫວ​ ​ເພື່ອລະດົມ​ທຶນຮອນ​ໃນ​ຈຳນວນ 200 ພັນ​ລ້ານ​
ໂດລາ ໃຫ້ແກ່​ບັນດາ​ເມືອງ​ ຟາ​ມ ປ່າໄມ້ ​ແລະ​ອຸດສາຫະກຳ ພາຍ​ໃນທ້າຍ​ປີ 2015 ຮວມ​
ທັງ 9 ພັນ​ລ້ານ​ໂດ​ລາ ​ທີ່​ເປັນ​ຄຳໝັ້ນ​ສັນຍາ​ໃໝ່ ​ໃຫ້​ແກ່ກອງ​ທຶນ​ອາກາດຂຽວ ຫລື Green
Climate Fund ​ເພື່ອ​ຊ່ວຍບັນດາປະ​ເທດທີ່​ທຸກ​ຍາກ. ນອກ​ນັ້ນ ພວກຜູ້ນຳຍັງ​ໄດ້​ປະກາດ
ຈະ​ຈັດ​ຕັ້ງ​ເຂດພະລັງງາ​ນໝຸນ​ໃຊ້​ຄືນ​ໃໝ່ຜ່ານທະວີ​ບ​ອາ​ຟຣິກາ ອັນ​ເປັນ​ຂໍ້​ຕົກລົງຮ່ວມກັນ​ ​
ລະຫວ່າງ 2.000 ຫົວ​ເມືອງ ​ເພື່ອ​ຫລຸ​ດຜ່ອນ​ການ​ປ່ອຍ​ແກັສຄາບ​ອນ ​ແລະ​ປະກາດ​ການ
ຈັດ​ຕັ້ງພັນທະ​ມິດ​ທົ່ວ​ໂລກ ​ເພື່ອ​ສະໜັບ​ສະໜູນ​ການ​ຂົນ​ສົ່ງ​ຄາບ​ອນ ​ໃນ​ລະດັບ​ຕໍ່າ.

ກອງ​ປະຊຸມ​ສຸດ​ຍອດຄັ້ງ​ນີ້ ​ໄດ້ເຮັດ​ໃຫ້​ມີຄວາມ​ຫວັງຂຶ້ນ​ມາ​ວ່າ ສົນທິສັນຍາ​ດິນ​ຟ້າ​ອາກາດ​ຂອງ​ໂລກ ຈະຖືກ​ຮັບ​ເອົາ ​ໃນ​ກອງ​ປະຊຸມ ​ທີ່ ນະຄອນ​ຫລວງປາຣີ ​ປີໜ້າ.

Obama Calls for World Action on Climate Change
please wait

No media source currently available

0:00 0:02:06 0:00

XS
SM
MD
LG