ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີຜູ້ສະໜັບສະໜູນ ຢ່າງແຂງຂັນ ໃຫ້ເກັບພາສີ ການປ່ອຍ ທາດຄາບອນ (ສະໄລດ໌/ວີດີໂອ)


ໃນ​ຂະນະ​ທີ່ ກອງ​ປະຊຸມ​ສຸດ​ຍອດຂອງສະຫະ​ປະຊາ​ຊາດ ກ່ຽວ
ກັບ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ ມີກຳນົດຈະເລີ້ມຂຶ້ນນີີ້
ກຸ່ມແນວໂຮມໃໝ່ ຂອງລັດຖະບານແຫ່ງຊາດ​ແລະ​ລັດຖະບານ
​ທ້ອງ​ຖິ່ນ ​ຕະຫຼອດທັງ​ບັນດາ​ທຸລະ​ກິດຕ່າງໆ ຈາກ​ທົ່ວ​ໂລກ ກຳ
ລັງ​ຊຸ​ກຍູ້ ​ໃຫ້​ມີ​ການ​ເກັບ​ພາສີ​ຄາ​ບອນ ​ເພື່ອ​ຫລຸດ​ຜ່ອນ ການ
ປ່ອຍແກັສເຮືອນແກ້ວແລະ​ຕໍ່​ສູ້​ຕ້ານສະພາບອາກາດຮ້ອນເອົ້າ​
ຂອງ​ໂລ​ກ.

ທະນະ​ຄານໂລກ​ໄດ້​ປະກາດ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ລັດຖະບານ
ຂອງ 73 ປະ​ເທດ ​ແລະ 22 ​ຂົງ​ເຂດ ຮ່ວມກັນ​ກັບປະມານ
1,000 ບໍລິສັດ​ຈະ​ໂຮມ​ກຳລັງ​ກັນເພື່​ອຊຸກຍູ້​ຕໍ່ນະ​ໂຍບາຍ ທີ່ສົ່ງ
ເສີມໃຫ້ມີ​ການ​ຫັນປ່ຽນໄປ​ໃຊ້ບັນດາເທັກ​ໂນ​ໂລ​ຈີ ທີ່​ເປັນພະລັງງາ​ນສະອາດ​.

People's Climate March Sounds Climate Alarm in New York
please wait

No media source currently available

0:00 0:03:26 0:00

ກຸ່ມແນວໂຮມນີ້ ແມ່ນຮວມ​ທັງ ຈີນ ອາ​ຟຣິກາ​ໃຕ້ ຣັດ​ເຊຍ ​ແລະ ໝູ່​ເກາະ Marshall ຕະ
ຫຼອດທັງ​ບັນດາ​ບໍລິສັດຕ່າງໆເຊັ່ນ ສາຍ​ການບິນອັງກິດ ບໍລິ ສັດ Unilever ​ແລະ ບໍລິ
ສັດຜະລິດຊີເມັນ​ Holcim ຂອງ Swiss. ປະເທດນຶ່ງ​ທີ່​ຮູ້​ກັນ​ດີ​ທີ່ບໍ່ມີຊື່ຢູ່ໃນບັນຊີກໍຄືມະ
ຫາອຳນາດເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກແລະ ສະໜັບສະໜຸນທີ່ຫລາຍທີ່ສຸດແກ່
ທະນາຄານ​ໂລກ ນັ້ນກໍ​ຄື ສະຫະລັດ.

XS
SM
MD
LG