ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ.ໂອບາມາ ສະແດງ ຄວາມເຄົາລົບ ຕໍ່ມູນເຊື້ອ ຂອງມື້ລາງ ປ. Kennedy (ວີດີໂອ)


ປ. ບາຣັກ ໂອບາມາ ແລະສະຕີໝາຍເລກນຶ່ງ Michelle Obama ແລະອະດີດ ປ. ບີລ ຄລິນຕັນ ແລະອະດີດ ສະຕີໝາຍເລກນຶ່ງ Hillary Clinton ທີ່ປ່າຊ້າ Arlington National Cemetery ໃກ້ກັບກຸງວໍຊິງຕັນ.
ປ. ບາຣັກ ໂອບາມາ ແລະສະຕີໝາຍເລກນຶ່ງ Michelle Obama ແລະອະດີດ ປ. ບີລ ຄລິນຕັນ ແລະອະດີດ ສະຕີໝາຍເລກນຶ່ງ Hillary Clinton ທີ່ປ່າຊ້າ Arlington National Cemetery ໃກ້ກັບກຸງວໍຊິງຕັນ.
ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ​ໄດ້​ໄປສະ
​ແດງ​ຄວາມ​ເຄົາລົບ​ຕໍ່ມໍລະດົກ​ຫຼືມູນ​ເຊື້ອຂອງ​ມື້​ລາງ​ປະທານາ
ທິບໍດີ John F. Kennedyເພື່ອ​ເປັນ​ຂີດ​ໝາຍ​ໃນ​ວັນ​ຄົບຮອບ
50 ປີ ​ແຫ່ງ​ການ​ລອບ​ສັງຫານທ່ານ.

ຜູ້​ທີ່​ຕິດຕາມ​ທ່ານ​ໂອ​ບາ​ມາ​ໄປໃນ​ວັນ​ພຸດ​ວານ​ນີ້ ກໍມີ​ອະດີດ​ປະ
ທານາທິບໍດີ ບີ​ລ ຄລິນ​ຕັນ ພ້ອມ​ດ້ວຍ​ທ່ານ​ນາງ Michelle
Obama ສະ​ຕີ​ໝາຍ​ເລກ​ນຶ່ງ ​ແລະ​ທ່ານ​ນາງ Hillary Clinton
ອະດີດ​ລັດ​ຖະມຸນຕີ​ການ​ຕ່າງປະ​ເທດ​ສະຫະລັດ ​ໃນ​ການ​ໄປ​
ວາງ​ພວງມາລາ​ໃສ່ຂຸມ​ຝັງ​ສົບ​ຂອງ​ທ່ານ Kennedy ທີ່ປ່າຊ້າ
Arlington National Cemetery ​ໃກ້ໆ​ກັບ​ນະຄອນ​ຫຼວງ
ກຸງ​ວໍ​ຊິງ​ຕັນ​ນັ້ນ.

ພວກ​ສະມາຊິກ​ຄອບຄົວ​ຂອງ​ທ່ານ Kennedy ຫຼາຍ​ຄົນ​ໄດ້​ໄປ​ຮ່ວມ​ໃນ​ພິທີ​ວາງ​ພວງມາລາດັ່ງກ່າວ​ນີ້.

​ໃນ​ຕອນ​ເຊົ້າ​ວັນ​ພຸດ​ວານ​ນີ້ ທ່ານ​ໂອ​ບາ​ມາ ​ໄດ້​ມອບ​ຫຼຽນ​ໄຊ​ອິດ​ສະລະ​ພາບ​ປະທານາທິບໍ ດີໃຫ້​ແກ່​ອະດີດ​ປະທານາທິບໍດີ​ຄລິນ​ຕັນ ​ແລະ​ຊາວ​ອະ​ເມຣິກັນ​ທີ່​ມີ​ຊື່​ສຽງ​ຕື່ມ​ອີກ 16 ທ່ານ ທີ່​ໄດ້​ອຸທິດ​ໂຕ​ຢ່າງ​ຫຼວງ​ຫຼາຍ​ຕໍ່​ວັດທະນະທຳ​ ການ​ເມືອງ​ ກີລາແລະ​ວິທະຍາສາດຂອງ​ສະຫະລັດ ​ນັ້ນ. ມື້ລາງ​ປະທານາທິບໍດີ​ Kennedy ໄດ້​ສ້າງຫລຽນ​ໄຊດັ່ງກ່າວແຕ່​ທ່ານ ​ໄດ້​ຖືກ​ລອບ​ສັງຫານ 2 ສັບປະດາ ​ກ່ອນ​ທ່ານ​ໄດ້​ວາງ​ແຜນ​ໄວ້​ ເພື່ອ​ໃຫ້​ກຽດມອບ​ຫລຽນ​ໄຊ​ນີ້​ແກ່​ພວກ​ທີ່​ຈະ​ໄດ້​ຮັບຊຸດ​ທຳ​ອິດ.


Sixteen Americans Awarded Medal of Freedom
please wait

No media source currently available

0:00 0:01:50 0:00
ລິງໂດຍກົງ
XS
SM
MD
LG