ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີລາຍງານ ສຫລ ກະກຽມ ຕັ້ງຂໍ້ຫາ ຕໍ່ທ້າວ ຈູລຽນ ອັສຊາງ ຜູ້ກໍ່ຕັ້ງ ວິກກີ້ລິກ


ຜູ້ກໍ່ຕັ້ງວິກກີ້ລິກ ທ້າວ Julian Assange
ຜູ້ກໍ່ຕັ້ງວິກກີ້ລິກ ທ້າວ Julian Assange

ແຫຼ່ງຂ່າວ​ຂອງ​ສະຫະລັດແຈ້ງ​ໃຫ້​ໂທລະພາບ CNN ຊາບວ່າ ​ເຂົາ​ເຈົ້າກຳລັງກະກຽມ
​ທີ່​ຈະຕັ້ງຂໍ້​ຫາ​ ຕໍ່​ທ້າວ Julian Assange ຜູ້​ເປີດ​ເຜີຍຄວາມ​ລັບ ​ທີ່​ກໍ່ຕັ້ງ​ອົງການ Wiki-
Leaks.

ກະຊວງ​ຍຸຕິ​ທຳ​ສະຫະລັດ ​ໄດ້ເລີ້ມທຳ​ການ​ສືບສວນ​ທ້າວ Assange ມາ​ແຕ່​ປີ 2010 ​
ເວລາ​ອົງການ WikiLeaks ພິມ​ເຜີຍ​ແຜ່ ​ເອກ​ກະສາ​ນລັບ ດ້ານ​ຄວາມ​ປອດໄພ ​ຂອງ​ສະຫະລັດຫຼາຍພັນ​ໜ້າ​ທີ່​ລັກຂະ​ໂມ​ຍມາ.

​ໃນ​ຄຳ​ປາ​ໄສ​ທີ່​ນະຄອນຫຼວງວໍ​ຊິງ​ຕັນ​ເມື່ອ​ອາທິດແລ້ວນີ້ ທ່ານ Mike Pompeo ຜູ້ອຳ
ນວຍການ​ອົງການ​ສືບ​ລັບ​ຊີ​ໄອ​ເອ ກ່າວ​ວ່າ ອົງການ WikiLeaks ​ໄດ້​ເພັ່ງເລັງໃສ່ການ​
ວິ​ເຄາະ​ ຂອງ​ກອງທັບ​ບົກ​ສະຫະລັດ ​ໃນ​ປີ 2010 ​ເພື່ອ​ຖອດເອົາ ຂໍ້​ມູນ​ລັບ ​ທີ່​ເຈາະ​ຈົງ ​
ໂດຍແນ​ໃສ່​ສະຫະລັດ​ຢ່າງ​ເປັນ​ການສະ​ເພາະ​ນັ້ນ.

ຜຸ້ອຳນວຍການ ອົງການສືບລັບຊີໄອເອ ທ່ານ Mike Pompeo
ຜຸ້ອຳນວຍການ ອົງການສືບລັບຊີໄອເອ ທ່ານ Mike Pompeo

ໜັງສືພິມ Washington Post ລາຍ​ງານ​ວ່າ ​ໄອ​ຍະ​ການ​ ຂອງ​ກະຊວງ​ຍຸຕິ​ທຳພວມ
​ຮ່າງ​ໜັງສື​ເພື່ອພິຈາລະນາ​ໃນ​ການ​ຕັ້ງຂໍ້​ຫາ ​ຕໍ່​ພວກ​ທີ່​ມີ​ສ່ວນພົວພັນ​ກັບ​ອົງການ Wi-
kiLeaks. ​ແຕ່​ໜັງ​ສື​ພິມ Washington Post ລາຍ​ງານ​ວ່າ ການ​ຕັ້ງຂໍ້​ຫາ​ໃດໆ​ກໍ​ຕາມ
ຕໍ່​ບຸກຄົນ​ເຫລົ່ານັ້ນຈະ​ຕ້ອງ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ເຈົ້າໜ້າ​ທີ່​ໃນລະດັບ​ສູງ​ສຸດ​ຂອງ
​ກະຊວງ​ຍຸຕິ​ທຳ​ກ່ອນ.

​ອົງການ​ສືບ​ລັບ​ຂອງ​ສະຫະລັດກ່າວ​ວ່າ ຣັດ​ເຊຍ​ໄດ້​ໃຊ້​ອົງການ WikiLeaks ພິມ​ເຜີຍ
​ແຜ່​ອີ​ແມ​ລ ຂອງ​ອະດີດ​ຜູ້​ສະໝັກ ​ເປັນ​ປະທານາທິບໍດີ ​ສະ​ຫະລັດ ທ່ານນາງ Hillary
Clinton ກ່ອນ​ການ​ເລືອກ​ຕັ້ງປະທານາທິບໍດີ​ໃນ​ປີ​ກາຍ​ນີ້.

​ເປັນ​ທີ່​ເຊື່ອ​ກັນ​ວ່າ ພວກ​ເຈາະ​ຂໍ້​ມູນ​ທີ່​ເຮັດ​ວຽກ​ໃຫ້ຣັດ​ເຊຍ ​ໄດ້​ເຈາະ​ເຂົ້າ​ໄປ​ໃນ​ບັນຊີ
ຄະນະ​ໂຄສະນາ​ຫາ​ສຽງ ​ຂອງ​ທ່ານ​ນາງ Clinton ​ແລະ​ຄະນະ​ກຳມະການແຫ່ງ​ຊາດ​
ຂອງ​ພັກ​ເດ​ໂມ​ແຄຣັດ ແລ້ວ​ກໍ​ພິມ​ເຜີ​ຍ​ແຜ່​ອີ​ແມ​ລ​ເຫລົ່ານັ້ນ ຢູ່​ເວັບ​ໄຊ WikiLeaks ​
ເພື່ອ​ຊັກ​ຈູງ​ຜົນ​ຂອງ​ການ​ເລືອກ​ຕັ້ງ.

ລັດຖະມົນຕີ ກະຊວງຍຸຕິທຳ ສຫລ ທ່ານ Jeff Sessions
ລັດຖະມົນຕີ ກະຊວງຍຸຕິທຳ ສຫລ ທ່ານ Jeff Sessions

ທ່ານ Pompeo ກ່າວ​ວ່າ “ມັນ​ເຖິງ​ເວລາ​ແລ້ວ ທີ່​ຈະ​ລະ​ບຸ​ຊື່​ກຸ່ມ WikiLeaks ​ໃນ​ອັ​ນ
ທີ່​ກຸ່ມ​ດັ່ງກ່າວ​ເປັນ ຄື​ອົງການ​ສືບ​ລັບ ​ທີ່​ເປັນ​ປໍ​ລະ​ປັກ​ ບໍ່​ມີ​ປະ​ເທດ ທີ່​ມັກຈະ​ຖືກ​ຍຸ​ຍົງ​
ໂດຍ​ອົງການ​ສືບ​ລັບ ​ທີ່​ມີ​ປະ​ເທດ ​ເຊັ່ນຣັດ​ເຊຍ.

US Assange
please wait
Embed

No media source currently available

0:00 0:02:12 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG