ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ. ໂອບາມາ ຈະຮຽກຮ້ອງ ໃຫ້ສະພາ ຕົກລົງກັນ ເລື່ອງ ງົບປະມານ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ເປັນທີ່ຄາດກັນວ່າ ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາ
ມາ ຈະຖະແຫຼງ ກ່ຽວກັບເລື່ອງເສດຖະກິດຂອງສະຫະລັດ ໃນວັນ
ສຸກມື້ນີ້ຂະນະທີ່ການຕັດງົບປະມານຄັ້ງໃຫຍ່ທີ່ເອີ້ນກັນວ່າ “fiscal
cliff” ໃນວັນທີ 1 ມັງກອນ ພວມປະກົດໃຫ້ເຫັນເປັນລາງໆວ່າ ຈະ
ມີການຕັດການໃຊ້ຈ່າຍລົງຢ່າງຫຼວງຫຼາຍແບບອັດຕະໂນມັດແລະ
ຂຶ້ນພາສີ.

ຄາດວ່າ ປະທານາທິບໍດີ ຈະຮຽກຮ້ອງ ໃຫ້ບັນດາສະມາຊິກ ຂອງ
ລັດຖະສະພາສະຫະລັດຕົກລົງກັນກ່ຽວກັບແຜນງົບປະມານກ່ອນ
ກຳນົດເສັ້ນຕາຍ. ພວກນັກຊ່ຽວຊານມີຄວາມຢ້ານກົວວ່າການຕັດ
ງົບປະມານດັ່ງກ່າວ ຈະເຮັດໃຫ້ເສດຖະກິດ ກັບໄປສູ່ສະພາບຖົດ
ຖອຍຄືນອີກ.

ປະທານາທິບໍດີໂອບາມາ ທີ່ຊະນະການເລືອກຕັ້ງເຂົ້າຮັບຕຳແໜ່ງຕື່ມອີກ ເປັນສະໄໝທີ ສອງໃນອາທິດນີ້ໄດ້ສະໜັບສະໜຸນໃຫ້ຂຶ້ນພາສີສຳຫຼັບຊາວອາເມຣິກັນທີ່ມີລາຍໄດ້ຫຼາຍ ກວ່າ 250,000 ໂດລາຕໍ່ປີ. ສະມາຊິກຂອງພັກຣີພັບບລີກັນ ຫຼາຍໆຄົນ ໄດ້ຄັດຄ້ານຢ່າງ ແຂງຂັນຕໍ່ການຂຶ້ນພາສີໃດໆກໍຕາມ. ແຕ່ທ່ານ John Boehner ປະທານສະພາຕໍ່າຂອງ ສະຫະລັດກ່າວໃນມື້ວັນພຸດຜ່ານມານີ້ວ່າທ່ານແມ່ນເປີດກວ້າງກ່ຽວກັບການເພີ້ມລາຍຮັບ ໃໝ່ຂອງລັດຖະບານ ຕາບໃດທີ່ມັນຮວມທັງ ການປ່ຽນແປງກ່ຽວກັບໂຄງການຕ່າງໆ ເຊັ່ນ ໂຄງການປະກັນຄວາມໝັ້ນຄົງ ຂອງສັງຄົມ ແລະໂຄງການປະກັນສຸຂະພາບ ຂອງລັດຖະ ບານ ຫຼືເມດີແຄ.

ທ່ານ Harry Reid ຜູ້ນຳສຽງສ່ວນຫຼາຍໃນສະພາສູງສະຫະລັດທີ່ສັງກັດພັກເດໂມແຄຣັທ ກ່າວວ່າຈະບໍ່ມີຜູ້ໃດສາມາດແຕະຕ້ອງໂຄງການປະກັນຄວາມໝັ້ນຄົງສັງຄົມໃນຖານະເປັນ ພາກສ່ວນນຶ່ງຂອງການປະນີປະນອມໃດໆກໍຕາມ.

ປະທານາທິບໍດີໂອບາມາ ໄດ້ຊະນະທ່ານມິຕ ຣອມນີຄູ່ແຂ່ງຈາກພັກຣີພັບບລີກັນເພື່ອເຂົ້າ ຮັບຕຳແໜ່ງເປັນສະໄໝທີສອງຕື່ມອີກ 4 ປີ ໃນວັນອັງຄານຜ່ານມານີ້.

ກ່ຽວຂ້ອງກັນ

XS
SM
MD
LG