ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ກັບ ທ່ານຣອມນີ ຈະໂຕ້ວາທີກັນ ໃນວັນພຸດມື້ອື່ນ (ວີດີໂອ)


ທ່ານບາຣັກ ໂອບາມາ ປະທານາທິບໍດີສະຫະລັດ ແລະທ່ານມິດ
ຣອມນີ ຜູ້ທ້າແຂ່ງທ່ານ ຈາກພັກຣີພັບບລິກັນ ກໍາລັງກຽມຕົວ
ກ້າວເຂົ້າສູ່ຂັ້ນຕອນທີ່ສໍາຄັນທີ່ສຸດຂອງລະດູການເລືອກຕັ້ງປີ
2012 ນີ້. ນັ້ນກໍຄືການໂຕ້ວາທີ ລະຫວ່າງຜູ້ສະມັກເລືອກຕັ້ງປະ
ທານາທິບໍດີ. ຜູ້ສະມັກເລືອກຕັ້ງທັງສອງທ່ານ ຈະທໍາການໂຕ້
ວາທີກັນຄັ້ງທໍາອິດ ໃນທັງໝົດສາມຄັ້ງດ້ວຍນັ້ນ ໃນວັນພຸດຈະ
ມານີ້ ຢູ່ເດັນເວີ ເມືອງຫຼວງຂອງລັດ Colorado ທາງພາກກາງ
ຂ້ອນໄປທາງຕາເວັນຕົກ ຫລືເຂດ Midwest ຂອງສະຫະລັດ.
ຫົວຂໍ້ສໍາ ຄັນຂອງການໂຕ້ວາທີຄັ້ງນີ້ ມີໂຮມທັງເລຶ່ອງເສດຖະກິດ
ການຮັກສາສຸຂະ ພາບ ແລະ ບົດບາດຂອງລັດຖະບານ. ແລະ
ຫຼາຍໆຄົນກ່າວວ່າ ທ່ານຣອມນີ ເປັນຜູ້ທີ່ຈະຕ້ອງທໍາການພິສູດ
ຫຼາຍທີ່ສຸດ.

ຍັງເຫລືອເວລາພຽງບໍ່ເທົ່າໃດມື້ ກ່ອນການໂຕ້ວາທີຄັ້ງທໍາອິດນັ້ນ ປະທານາທິບໍດີໂອບາມາ ໄດ້ສຸມໃສ່ເລື້ອງນຶ່ງໃນຫຼາຍໆເລື້ອງສໍາຄັນຂອງການໂຕ້ວາທີ ໃນຄໍາປາໄສປະຈໍາອາທິດ ຂອງທ່ານໃນວັນເສົາຜ່ານມາ. ນັ້ນກໍຄືເລື້ອງເສດຖະກິດ.

ປະທານາທິບໍດີໂອບາມາໄດ້ຕໍາໜິຕິຕຽນສະພາຄອງແກຣສ ໂດຍສະເພາະພັກຣີພັບບລິກັນ ທີ່ບໍ່ເຄື່ອນໄຫວກ່ຽວກັບແຜນການທີ່ທ່ານເວົ້າວ່າຈະສາມາດຊ່ວຍປະຢັດເງິນໃຫ້ແກ່ ບັນດາ ເຈົ້າຂອງເຮືອນໄດ້ ໃນຈໍານວນຫຼາຍພັນໂດລາ.
ຜູ້ສວມບົດບາດເປັນທ່ານໂອບາມາ ກັບທ່ານຣອມນີ ທົດລອງຊ້ອມໂຕວາທີ ຢູ່ສະຖານທີ່
ຜູ້ສວມບົດບາດເປັນທ່ານໂອບາມາ ກັບທ່ານຣອມນີ ທົດລອງຊ້ອມໂຕວາທີ ຢູ່ສະຖານທີ່


ທ່ານໂອບາມາກ່າວວ່າ: “ຄວາມຈິງນັ້ນ ກໍຄືວ່າ ມັນຈະຕ້ອງໄດ້
ໃຊ້ເວລາ ດົນພໍສົມຄວນ ສໍາລັບຕະຫຼາດຊື້ຂາຍເຮືອນຈະຟື້ນ
ຕົວຄືນໄດ້. ແຕ່ມັນກໍຈະໃຊ້ເວລາດົນກ່ວານັ້ນອີກ ແລະສ້າງ
ຄວາມເດືອດຮ້ອນຫຼາຍກ່ວານັ້ນ ຖ້າຫາກວ່າສະພາຄອງແກຣສ
ຍັງຂວາງທາງ ເລຶ່ອງນີ້ຢູ່.”

ປະທານາທິບໍດີໂອບາມາເອັງ ກໍໄດ້ຖືກໂຈມຕີຄືກັນ ວ່າບໍ່ໄດ້ກະ
ທໍາຢ່າງ ພຽງພໍເພື່ອແກ້ໄຂ ບັນຫາວິກິດການຊື້ຂາຍເຮືອນນັ້ນ ແຕ່ທ່ານເວົ້າຢູ່ໃນຄໍາປາໄສຂອງທ່ານນັ້ນວ່າ ຕະຫຼາດຊື້ຂາຍ
ເຮືອນກໍາລັງດີຂຶ້ນ.

ແລະນັ້ນ ກໍບໍ່ແມ່ນຂ່າວທາງບວກດ້ານເສດຖະກິດ ພຽງຢ່າງດຽວເທົ່ານັ້ນ

ຕົວເລກທີ່ແກ້ໄຂໃໝ່ຈາກກະຊວງແຮງງານ ພົບວ່າ ເວລານີ້ ປະເທດຊາດ ມີຄົນເຮັດວຽກ ຫຼາຍກວ່າເວລາປະທານາທິບໍດີໂອບາມາເຂົ້າດໍາລົງຕໍາແໜ່ງໃໝ່ໆ ໃນເດືອນມັງກອນປີ 2009 ນັ້ນ.

ຕົວເລກໃໝ່ດັ່ງກ່າວແມ່ນຂັດກັນກັບການກ່າວອ້າງຂອງທ່ານຣອມນີ ທີ່ວ່າປະເທດຊາດໄດ້ ສູນເສຍໜ້າວຽກໄປຫຼາຍແສນວຽກ ພາຍໃຕ້ການບໍລິຫານຂອງທ່ານໂອບາມາ.

ການສູນເສຍອາວຸດຂອງການໂຄສະນາຫາສຽງດັ່ງກ່າວນີ້ ແມ່ນຕິດຕາມມາຫຼັງຈາກການ ໂຄສະນາຫາສຽງຢ່າງໜັກໜ່ວງເປັນເວລາສອງອາທິດ ຂອງຜູ້ສະໝັກເລືອກຕັ້ງຈາກພັກ ຣີພັບບລິກັນ ເພື່ອແກ້ໂຕຫຼັງຈາກພາບວິດີໂອພາບນຶ່ງຂອງທ່ານປາກົດອອກມາ ຊຶ່ງໃນວີດີ ໂອນັ້ນ ທ່ານໄດ້ບອກບັນ ດາຜູ້ສະໜັບສະໜຸນທີ່ຮັ່ງມີທັງຫຼາຍວ່າ ປະຊາຊົນຜູ້ມີສິດປ່ອນ ບັດ 47 ເປີເຊັນ ຖືວ່າ ພວກເຂົາເຈົ້າເອງເປັນຜູ້ຮັບເຄາະ ທີ່ຄວນໄດ້ຮັບການສະໜັບ ສະໜຸນຈາກລັດຖະບານ.

Mathew Dowd ຫົວໜ້າຄະນະວາງແຜນຍຸທະສາດສໍາລັບການໂຄສະນາຫາສຽງປີ 2004 ຂອງອະດີດປະທານາທິບໍດີ George W. Bush ກ່າວຕໍ່ໂທລະພາບຊ່ອງ ເອບີຊີ ວ່າ ການໂຕ້ວາທີແມ່ນສໍາຄັນທີ່ສຸດສໍາລັບທ່ານຣອມນີ.

ທ່ານ ດາວເວົ້າວ່າ: “ໃນປັດຈຸບັນນີ້ ຄະແນນສຽງຂອງຣອມນີ ລົດລົງ 5 ຫຼື 6 ແຕ້ມທົ່ວ ປະເທດ. ທ່ານຣອມນີກໍາລັງສູນເສຍຢູ່ໃນລັດຜູ້ຕາງໜ້າທັງໝົດ. ທ່ານຣອມນີ ບໍ່ຕ້ອງ ການທີ່ຈະເຂົ້າສູ່ສະຖານະການທີ່ ເລື້ອງນີ້ຜ່ານກາຍທ່ານໄປ ແລ້ວທ່ານໄລ່ນໍາບໍ່ທັນ. ທ່ານຕ້ອງສ້າງຄະແນນໃຫ້ໄດ້ໃນການໂຕ້ວາທີວັນທີ 3 ເດືອນຕຸລານີ້ ແລະທ່ານ ຣອມນີ ຕ້ອງເຮັດໃຫ້ໄດ້ດີ ແລະແທ້ໆແລ້ວ ຂ້າພະເຈົ້າຄິດວ່າ ການແຂ່ງຂັນກັນຈະປິດລົງ. ທ່ານ ຣອມນີ ຈະສະແດງໃຫ້ຄົນໄດ້ເຫັນ ແລະເຮັດໃຫ້ໄດ້ດີສົມຄວນ ແຕ່ລາວຕ້ອງເຮັດໃຫ້ໄດ້.”
ຄົນງານກໍາລັງທໍາຄວາມສະອາດເວທີໂຕ້ວາທີ ທີ່ມະຫາວິທະຍາໄລລັດໂຄໂລຣາໂດ
ຄົນງານກໍາລັງທໍາຄວາມສະອາດເວທີໂຕ້ວາທີ ທີ່ມະຫາວິທະຍາໄລລັດໂຄໂລຣາໂດ

ຜົນການຢັ່ງຫາງສຽງມະຫາຊົນຊີ້ແນະວ່າ ປະທານາທິບໍດີ
ໂອບາມາ ມີຄະແນນ ນໍາໜ້າ ທ່ານຣອມນີ ອະດີດຜູ້ວ່າ
ການລັດ Massachusetts ຫຼາຍສົມຄວນ ຢູ່ໃນພວກລັດ
ທີ່ ເອີ້ນກັນວ່າ ຈະເປັນລັດຕັດສິນຊີ້ຂາດຜົນການເລືອກ
ຕັ້ງໃນວັນທີ່ 6 ພະຈິກເດືອນໜ້ານີ້.

ທ່ານຣອມນີເອງ ກໍຍອມຮັບ ວ່າມັນເປັນການໂຕ້ວາທີທີ່ ສໍາຄັນຫຼາຍສໍາລັບທ່ານ.

ທ່ານຣອມນີ ກ່າວວ່າ: “ມັນຈະເປັນໂອກາດອັນດີສໍາລັບ
ປະທານາທິບໍດີ ແລະຂ້າພະເຈົ້າ ທີ່ຈະໄດ້ໂອ້ ລົມສົນທະນາກັບປະຊາ​ຊົນ​ອາເມຣິກັນ ກ່ຽວກັບທັດສະນະຂອງແຕ່ລະຄົນ.”


ທ່ານ Dowd ກ່າວອີກວ່າ ເຖິງແມ່ນວ່າການສະແດງທັດສະນະຂອງພວກເຂົາເຈົ້າ ຄືຈຸດ ສໍາຄັນຂອງການໂຕ້ວາທີກໍຕາມ ແຕ່ຜົນກະທົບຕໍ່ທີ່ສໍາຄັນຕໍ່ພວກປ່ອນບັດນັ້ນ ກໍແມ່ນ ລັກສະນະທ່າທາງ ຫຼາຍກວ່າບໍ່ບໍ່ແມ່ນເລຶ່ອງເນື້ອຫາ.

ທ່ານ ດາວ ກ່າວວ່າ: “ຖ້າພວກເຮົາຫວນຄືນໄປສຶກສາເບິ່ງປະວັດການໂຕ້ວາທີຄັ້ງ ຜ່ານໆ ມານັ້ນ ຈິງໆແລ້ວມັນບໍ່ແມ່ນກ່ຽວກັບລາຍລະອຽດຂອງນະໂຍບາຍໃດ​ນຶ່ງ​ໂດຍສະເພາະ ມັນບໍ່ແມ່ນກ່ຽວກັບຂໍ້ມູນບັນຫາໃດໆ. ປະຊາຊົນໄດ້ຍິນໄດ້ຟັງ​ມາ​ຫຼາຍແລ້ວກ່ຽວກັບ ເລື້ອງແບບນັ້ນ. ພວກເຂົາເຈົ້າໄດ້ເຫັນໄດ້ອ່ານ ແລະກໍຮູ້ໝົດ​ທຸກຢ່າງແລ້ວ. ມັນກ່ຽວກັບ ທ່າທາງທີ່ບົ່ງບອກລັກສະນະຂອງບຸກຄົນ ຫຼື ບຸກຄະລິກ ຫຼືວິທີການວາງຕົວ ດ້ານກິລິຍາມາລະຍາດຂອງຜູ້ສະໝັກເລືອກຕັ້ງນັ້ນ ຫຼາຍກວ່າ.”

ບັນຫາຕ່າງໆດ້ານນະໂຍບາຍຕ່າງປະເທດ ແມ່ນຈົ່ງໄວ້ສໍາລັບການໂຕ້ວາທີກັນຄັ້ງທີ່ສອງ ແລະຄັ້ງສຸດທ້າຍ ທີ່ກໍານົດໃສ່ວັນທີ 16 ແລະ 22 ເດືອນຕຸລານີ້ ແຕ່ຜູ້ສະໝັກທັງສອງທ່ານ ກໍໄດ້ເລີ່ມແຂ່ງຂັນກັນແລ້ວໃນ ບັນຫານີ້ ຊຶ່ງທັງສອງທ່ານໄດ້ທໍາການປຶກສາຫາລື ທາງ ໂທລະສັບກັນ ຄົນລະເທື່ອ ກັບນາຍົກລັດຖະມົນຕີອີສຣາແອລ ເມື່ອວັນສຸກຜ່ານມາກ່ຽວ​ກັບການປ້ອງກັນບໍ່ໃຫ້ອິຣ່ານພັດທະນາອາວຸດນີວເຄຼຍ.

ອິງຕາມວີດີໂອນີ້ ເສດຖະກິດຂອງສະຫະລັດ ຂະຫຍາຍໂຕຊ້າລົງ
ໃນໄຕມາດທີ 2 ຂອງປີນີ້:

US Economy Grew at Slower Pace in Second Quarter
please wait

No media source currently available

0:00 0:02:07 0:00
ລິງໂດຍກົງ
XS
SM
MD
LG