ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານມິດ ຣອມນີ ໄດ້ຮັບໄຊຊະນະ ທີ່ລັດວໍຊິງຕັນ


 ທ່ານມິດ ຣອມນີ ອະດີດຜູ້ປົກຄອງລັດ Massachusetts.
ວັນທີ 4 ມີນາ 2012.
ທ່ານມິດ ຣອມນີ ອະດີດຜູ້ປົກຄອງລັດ Massachusetts. ວັນທີ 4 ມີນາ 2012.


















ອະດີດ​ຜູ້​ປົກຄອງ​ລັດ Massachusetts ທ່ານ​ມິດ ຣອມນີ ​ໄດ້ຮັບ​ໄຊ​ຊະນະຢ່າງ​ງ່າ​ຍ
ດາຍ ​ໃນ​ກອງປະຊຸມຂອງ​ສະມາຊິກ​ພັກ Republican ຂອງ​ລັດ​ວໍ​ຊິງ​ຕັນ​ໃນ​ພາກ​ຕາ
ເວັນ​ຕົກ​ສຽງ​ເໜືອ​ຂອງສະຫະລັດ ຊຶ່ງເປັນ​ແຮງ​ກະ​ຕຸ້ນ​ໃຫ້​ແກ່​ການ​ໂຄສະນາ​ຫາ​ສຽງ​
ຂອງ​ທ່ານ ​ໃນ​ຂະນະ​ທີ່​ມຸ່ງ​ໜ້າ ໄປ​ສູ່​ການ​ແຂ່ງຂັນ​ໃຫຍ່​ໃນວັນ​ອັງຄານ​ ໃນ​ອັນ​ທີ່​ເອີ້ນ
ວ່າ ​ການ​ແຂ່ງຂັນວັນ​ອັງຄານໃຫຍ່ ຫລື “Super Tuesday” ​ໃນ 10 ລັດນັ້ນ.

ທ່ານຣອມນີ ​ໄດ້​ຮັບ​ສຽງ​ສະໜັບສະໜຸນ 38​ ເປີ​ເຊັນ​ຂອງ​ຄະ​ແນນ​ສຽງ ທັງ​ໝົດ​ຂອງ
ກອງ​ປະຊຸມ​ສະມາຊິກພັກ​ໃນ​ວັນ​ເສົາ​ວານ​ນີ້ ຮອງ​ລົງ​ມາ​ແມ່ນ​ທ່ານ Ron Paul ສະມາ
ຊິກ​ສະພາ​ຕໍ່າ​ສະຫະລັດ​ຈາກ​ລັດ​ເທັກ​ຊັສ ຊຶ່ງ​ໄດ້​ຮັບ​ສຽງ​ສະໜັບສະໜຸນ 25 ​ເປີເຊັນ ​
ແລະ​ອັນ​ດັບ​ສາມໄດ້​ ແກ່​ທ່ານຣິກ ຊັນ​ໂຕຣໍາ ສະມາຊິກ​ສະພາ​ສູງ​ຈາກ​ລັດ Pennsyl
vania. ສ່ວນ​ທ່ານ Newt Gingrich ອະດີດ​ປະທານ​ສະພາ​ຕໍ່າ​ສະຫະລັດ ​ໄດ້​ຮັບ​
ສຽງ​ສະໜັບສະໜຸນ​ໃນ​ອັນ​ດັບ 4 ຄື 10 ​ເປີ​ເຊັນ​ຂອງຄະ​ແນນ​ສຽງ​ທັງ​ໝົດ​ໃນ​ລັດ​ວໍ
ຊິງ​ຕັນ​ນັ້ນ.

ທ່ານຣອມນີ ​ໄດ້​ກ່າວ​ຂອບ​ອົກ​ຂອບໃຈ​ຕໍ່​ພວກ​ທີ່​ໃຫ້ການ​ສະໜັບສະໜຸນ​ທ່ານ​ໃນ​ຂໍ້
ຄວາມ​ທີ່​ລົງ​ໃນ​ສື່​ສັງຄົມ Twitter ​ແລະ Facebook.

ການ​ລົງມະຕິ​ຂອງ​ກອງ​ປະຊຸມ​ສະມາຊິກ​ພັກ​ດັ່ງກ່າວ​ມີ​ຂຶ້ນ​ກ່ອນ​ໜ້າການເລືອກ​ຕັ້ງ​ຂັ້ນ
ຕົ້ນ​ຂອງພັກ​ ​ໃນ​ມື້​ທີ່​ເອີ້ນ​ວ່າ ‘Super Tuesday” ຊຶ່ງ​ຈະ​ເປັນຮ່ອງ​ຮອບ​ບອກ​ໃຫ້​ຮູ້ວ່າ
ຜູ້​ສະມັກ​ຄົນ​ໃດຈາກ​ພັກຣີພັບ​ບລິ​ກັນຈະ​ໄດ້ ​ເປັນ​ຜູ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ລົງ​ແຂ່ງກັບ​ປະທາ
ນາທິບໍດີ ​ບາຣັກ ​ໂອ​ບາ​ມາ​ແຫ່ງ​ພັກ​ເດ​ໂມກຣັດ ​ໃນ​ການເລືອກ​ຕັ້ງ​ປະທານາທິບໍດີ​ສະ
ຫະລັດ​ໃນ​ເດືອນ​ພະຈິກ​ ທ້າຍປີ​ນີ້.

ໃນ​ການ​ສໍາ​ຫລວດ​ຫາງ​ສຽງ​ທົ່ວ​ປະ​ເທດຄັ້ງ​ຫລ້າ​ສຸດ​ຂອງ​ພັກສະ​ແດງໃຫ້​ເຫັນ​ວ່າ ທ່ານ
ຣອມນີ ​ໄດ້​ຮັບ​ສຽງ​ສະໜັບສະໜຸນ 35 ​ເປີ​ເຊັນໃນຂະນະ​ທີ່​ທ່ານ ຣິກ ​ແຊນ​ໂຕຣໍາ ​ໄດ້
ຮັບ​ 24 ​ເປີ​ເຊັນ, ທ່ານ Gingrich ​ໄດ້​ຮັບ 15 ​ເປີ​ເຊັນ ​ແລະ​ທ່ານ Ron Paul ​ໄດ້
ຮັບ 11 ​ເປີ​ເຊັນ.

XS
SM
MD
LG