ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກຣີພັບບລິກັນເລື່ອນ ລາຍການຕ່າງໆ ຂອງກອງປະຊຸມຫຼວງ ອອກໄປມື້ນຶ່ງ (ວີດີໂອ)


ບັນດາ​ເຈົ້າໜ້າ​ທີ່​ພັກຣີພັບ​ບລິ​ກັນ ​ໄດ້​ເລື່ອນ​ກອງ​ປະຊຸມຫລວງ​ສໍາລັບ​ແຕ່ງ​ຕັ້ງ​ຜູ້​ສະມັກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີຂອງ​ພັກ​ ທີ່​ຈະ​ຈັດ​ຂຶ້ນຢູ່​ເມືອງ Tampa ລັດ​ຟລໍຣິດານັ້ນ ອອກ​ໄປ​ມື້​ນຶ່ງ ຄື ເລື່ອນການ​ເລີ້ມ​ລາຍການ ຕ່າງໆ​ ອອກ​ໄປ​ເປັນ​ວັນອັງຄານ ​ໂດຍ
ຫວັງ​ວ່າຈະຫຼີກລ່ຽງຄວາມ​ຮ້າ​ຍຂາດ ​ຂອງພາຍຸ​ເຂດ​ຮ້ອນ​ ທີ່​ຈະ​ມາ ເຖິງນີ້.

​ຖະ​ແຫຼງການ​ຂອງ​ພັກຣີພັບ​ບລິ​ກັນ​ສະບັບ​ນຶ່ງ​ທີ່​ອອກ​ເມື່ອ​ຕອນ​ບ່າຍ​ວັນ​ເສົາ ວານ​ນີ້​ເວົ້າ​ວ່າ ກອງ​ປະຊຸມ​ຫລວງ ​ຈະ​ໄຂ​ຂື້ນເປັນ​ເວລາ​ສັ້ນໆໃ​ນວັນຈັນ ​ແລະ​ກໍ​ຈະ​ຢຸດ​ພັກ​ໃນ​ທັນ​ທີ ​ໄປ​ຈົນ​ເຖິງ​ຕອນ​ບ່າຍ
ວັນ​ອັງຄານ. ຄໍາ​ປະກາດ​ນີ້ ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ລົມພາຍຸ Isaac ກໍາ​ລັງ​ພັດ​ຜ່ານ​ປະ​ເທດ​ຄິວ​ບາ ມຸ້ງ​ໜ້າ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ ​ໄປ​ຍັງ​ຝັ່ງ​ອ່າວ​ຟລໍຣິດາ ​ເວລາລົມ​ເພີ່ມ​ຄວາມ​ແຮງ​ຂຶ້ນ​ ເມື່ອ​ຕອນບ່າຍວັນເສົາ​ວານ​ນີ້.

ສ່ວນ​ໃນຂ່າວອື່ນ​ນັ້ນ ທ່ານ​ມິດ ຣອມນີ ຜູ້​ທີ່​ຄາດ​ວ່າ​ຈະ​ເປັນ​ຕົວ​ແທນ​ພັກຣີພັບບລິ​ກັນ​ເຂົ້າ​ແຂ່ງຂັນ​ສະ​ມັກ​ເລືອກ​ຕັ້ງ​ປະທານາທິບໍດີ ​ໄດ້​ຮ້ອງ​ຂໍ​ສຽງ​ສະໜັບສະໜຸນ ຈາກກຸ່ມ​ວິ​ສາ​ຫະກິດແມ່ຍິງ ​ໃນ​ລະຫວ່າງ​ການ​ໂຮມ ຊຸມນຸມ​ໂຄສະນາ​ຫາສຽງ​ໃນ​ວັນ​ເສົາ​ວານ​ນີ້ ທີ່​ລັດ​ໂອ​ໄຣ​ໂອ.

ທ່ານຣອມນີ ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ​ຈະ​ຊ່ວຍ​ເຫຼືອວົງ​ການ​ທຸລະ​ກິດ​ຕ່າງໆ​ທີ່ ນໍາ​ໂດຍແມ່​ຍິງທັງຫຼາຍ ຖ້າ​ຫາກ​ທ່ານ​ໄດ້​ຖືກ​ເລື​ອກ​ເປັນ​ປະທານາທິບໍດີ ຊຶ່ງ ທ່ານ​ມິດ ຣອມນີ ກ່າວ​ວ່າ ບັນດາ​ແມ່ຍິງ​ຢູ່​ໃນ​ສະຫະລັດ ​ແມ່ນ​ມີ​ທ່າ​ທາງ ຈະເລີ່​ມປະກອບ​ທຸລະ​ກິດຫຼາຍກວ່າ​ຜູ້​ຊາຍ.

ຜົນ​ການ​ຢັ່ງ​ຫາງ​ສຽງ​ພົບ​ວ່າ ທ່ານຣອມນີ ມີ​ຄະ​ແນນຫລຸດ​ປະທານາທິບໍດີ​ໂອ​ບາ​ມາໜ້ອຍ​ນຶ່ງ​ ໃນ​ບັນດາຜູ້​ປ່ອນ​ບັດ​ທີ່​ເປັນ​ແມ່ຍິງ ​ໃນ​ການ​ເລືອກ​ຕັ້ງ​ອີກສອງ​ເດືອນ​ກວ່າໆ​ຕໍ່ໜ້າ​ນີ້.

ສ່ວນ​ປະທານາທິບໍດີ​ໂອ​ບາ​ມາ ບໍ່​ໄດ້​ມີ​ກໍານົດລາຍການ​ອອກ​ໂຄສະນາ​ຫາ​ສຽງ​ໃນ​ວັນ​ເສົາ​ວານ​ນີ້ ​ແຕ່​ທ່ານ​ໂອ​ບາ​ມາ ​ໄດ້​ໃຊ້​ຄໍາ​ຖ​ະ​ແຫຼງປະ​ຈໍາ​ອາທິດ​ ຂອງ​ທ່ານທີ່​ໄດ້​ບັນທຶກ​ສຽງ​ໄວ້​ກ່ອນ​ແລ້ວນັ້ນ ​ຊຸກຍູ້​ແຜນການ​ຕ່າງໆ​ຂອງ​ທ່ານ​ເພື່ອ​ຮັກສາ​ໂຄງການ​ສຸຂະ​ພາບ​ເມ​ດິ​ແຄ​ໄວ້ ຊຶ່ງ​ເປັນ​ໂຄງການ​ຊ່ວຍ​ເຫຼືອຮັກສາສຸຂະພາບຂອງ​ລັດຖະບານ​ສະຫະລັດ​ສໍາລັບ​ຜູ້​ສູງ​ອາຍຸ.
XS
SM
MD
LG