ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ແຂ່ງຂັນ​ລະຫວ່າງ ບັນດາຜູ້ສະມັກເລືອກຕັ້ງ ຈາກພັກ Republican ກໍາລັງຂຸ້ນຂ້ຽວຂຶ້ນ (​ເບິ່ງ​ວີ​ດີ​ໂອ)


ທ່ານ ຣິກ ຊັນໂຕຣັມ ຜູ້ສະມັກປະທານາທິບໍດີສະຫະລັດວສັງກັດພັກ
Republican,
ວັນທີ 11 ມີນາ 2012.
ທ່ານ ຣິກ ຊັນໂຕຣັມ ຜູ້ສະມັກປະທານາທິບໍດີສະຫະລັດວສັງກັດພັກ Republican, ວັນທີ 11 ມີນາ 2012.

ທ່ານຣິກ ຊັນ​ໂຕຣັມ ຜູ້​ສະມັກ​ປະທານາທິບໍດີ​ສະຫະລັດ​ສັງກັດ​ພັກ Republican ​ໄດ້​ຊະນະ​ກອງ​ປະຊຸມ​ຄໍ​ກັສຂອງ​ພັກ​ຢາງ​ຖ້ວມ​ລົ້ນ​ໃນລັດ Kansas ​ໃນ​ພາກ​ກາງ​ຂ້ອນ​ໄປ​ທາງຕາ​ເວັນ​ຕົກ ​ແຕ່​ທ່ານ​ມິດຣອມນີ​ໄດ້​ຊະນະ​ຢ່າງ​ແຂງ​ແຮງ​ໃນ​ລັດ Wyoming ​ໃນ​ພາກຕາ​ເວັນຕົກ ​ແລະ​ໃນ​ສາມດິນ​ແດນ​ຂອງ​ສະຫະລັດ ຄື​ໃນໝູ່​ເກາະ Guam ກັບ​ພາກເໜືອ ​ຂອງໝູ່​ເກາະ Mariana ​ແລະ​ໝູ່​ເກາະ Virgin.

ຜູ້​ແທນ​ໄປ​ຮ່ວມ​ໃນ​ກອງ​ປະຊຸມ​ຫລວງ​ຂອງ​ພັກ ຈໍານວນ 52 ຄົນ ​ແມ່ນເປັນ​ເດີມ​ພັນ​ໃນ​ການ​ແຂ່ງຂັນ​ຢູ່ 2 ລັດ ໃນມື້ວານ​ນີ້ ຄື 40 ຄົນ​ໃນ​ລັດ Kansas ​ແລະ 12 ຄົນ ​ໃນ​ລັດ Wyoming. ທ່ານ ຊັນ​ໂຕຣັມໄດ້​ຮັບ ​ຜູ້​ແທນ​ຫລາຍ​ເຖິງ 33 ຄົນ​ໃນ​ລັດ Kansas ຂະນະ​ທີ່ທ່ານຣອມນີ ​ໄດ້​ຮັບ​ຈໍານວນ​ທີ່​ຍັງ​ເຫຼືອ 7 ຄົນ.

ໃນ​ລັດ Wyoming ຊຶ່ງ​ບໍ່​ມີພົນລະ​ເມື​ອງ​ຫລາຍນັ້ນ ທ່ານຣອມນີ​ໄດ້​ຮັບຜູ້​ແທນ 7 ຄົນ ​ໃນ​ຈໍານວນ​ທັງ​ໝົດ 12 ຄົນ. ລັດ Wyoming ມີ​ພົນ ລະ​ເມືອງ​ໜ້ອຍ​ກວ່າ​ໝົດ​ທຸກ​ລັດ​ໃນ​ສະຫະລັດ ຄືມີ​ພົນລະ​ເມືອງບໍ່​ຮອດ 6 ​ແສນ​ຄົນ.

ທ່ານຣອມນີ​ໄດ້​ເພີ່ມ​ຈໍານວນ​ຜູ້​ແທນ​ພັກທີ່​ສະໜັບສະໜຸນ​ທ່ານ​ ທີ່​ທ່ານ​ນໍາ​ໜ້າ​ຢູ່​ແລ້ວ​ນັ້ນຕື່ມ​ອີກ​ ໃນ​ຄໍ່າ​ຄືນ​ຜ່ານ​ມາ​ນີ້ ຫລັງ​ຈາກ​ໄດ້​ຮັບ​ຜູ້​ແທນ​ທັງ​ໝົດ 9 ຄົນໃນ​ເກາະ Guam ​ແລະ​ອີກ 9 ຄົນ​ໃນ​ໝູ່​ເກາະ Mariana ​ເໜືອ ແລະ 7 ຄົນ​ໃນ​ໝູ່​ເກາະ Virgin ຂອງ​ສະຫະລັດ.

ໄຊຊະນະ​ຂອງ​ທ່ານ​ຊັນໂຕຣັມ​ໃນ​ລັດ Kansas ນັ້ນ​ ​ໄດ້​ເປັນ​ການ​ສົ່ງ​ເສີມການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ ​ຂະນະ​ທີ່ທ່ານ​ພະຍາຍາມທີ່​ຈະບົດ​ບັງ​ທ່ານຣອມນີ​ໃນ​ການ​ແຂ່ງຂັນ​ກັນ​ເປັນ​ຜູ້​ສະມັກເລືອກ​ຕັ້ງຕາງໜ້າ​ພັກ Republican ໄປ​ແຂ່ງກັບ​ປະທານາທິບໍດີ​ ບາຣັກ ​ໂອ​ບາ​ມາ ​ໃນ​ເດືອນ​ພະຈິກ​ທ້າຍ​ປີ​ນີ້.

ຜູ້​ສະມັກ​ຄົນ​ໃດ​ກໍ​ຕາມ​ຈະ​ຕ້ອງ​ໄດ້ຮັບສຽງ​ສະໜັບສະໜຸນ​ຈາກຜູ້​ແທນ​ຈໍານວນ 1144 ຄົນ ​ເພື່ອ​ໃຫ້​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ສະມັກ​ເລືອກ​ຕັ້ງ​ປະທານາທິບໍດີ​ຕາງໜ້າ​ພັກ​ໃນ​ກອງ​ປະຊຸມ​ຫລວງ​ຂອງ​ພັກ ຢູ່ນະຄອນ Tampa ​ລັດ Florida ​ໃນ​ທ້າຍເດືອນ​ສິງຫາ​ຈະ​ມາ​ນີ້. ​ແລະຜູ້​ທີ່ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້ຕາງໜ້າ​ຂອງ​ພັກກໍຈະ​ໄປ​ປະ​ເ​ຊີ​ນໜ້າ​ກັບ​ປະທານາ ທິບໍດີ​ບາຣັກ​ໂອ​ບາ​ມາ ສັງກັດ​ພັກ​ເດ​ໂມກຣັດ ​ໃນ​ການ​ເລືອກ​ຕັ້ງໃນ​ເດືອນພະຈິກ​.

XS
SM
MD
LG