ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Gingrich ຈະຍຸຕິ ການໂຄສະນາຫາສຽງ ຢ່າງເປັນທາງການ


ທ່ານ Newt Gingrich ອະດີດປະທານສະພາຕໍ່າສະຫະລັດປະກາດຈະຖອນຕົວການແຂ່ງຂັນປະທານາທິບໍດີ
ທ່ານ Newt Gingrich ອະດີດປະທານສະພາຕໍ່າສະຫະລັດປະກາດຈະຖອນຕົວການແຂ່ງຂັນປະທານາທິບໍດີ

ໂຄສົກ​ຂອງ​ທ່ານ Newt Gingrich ກ່າວ​ວ່າ ອະດີດ​ປະທານ​ສະພາ​ຕໍ່າສະຫະລັດຈະ​ຍຸຕິ ຢ່າງ​ເປັນ​ທາງ​ການຈາກ​ການແຂ່ງຂັນເພື່ອ​ໃຫ້​ຖືກ​ແຕ່ງ ຕັ້ງເປັນ​ຕົວ​ຂອງ​ພັກ​ຣີພັບ​ບລິ​ກັນ​ ໃນ​ການ​ເລືອກຕັ້ງປະທານາທິບໍດີ​ສະຫະລັດ ​ໃນ​ອາທິດ​ໜ້າ​ນີ້.

ໂຄສົກ​ກ່າວ​ອີກ​ວ່າ ທ່ານ Gingrich ຈະ​ປະກາດ​ໃຫ້ການ​ສະໜັບສະໜຸນ ທ່ານມິດຣອມນີ ຜູ້​ທີ່ຄາດ​ວ່າ​ຈະ​ໄດ້​ເປັນ​ຕົວ​ແທນ ຂອງ​ພັກ​ເວລາ​ທ່ານ​ງົດ​ການ​ໂຄສະນາຫາ​ສຽງ​ຂອງ​ທ່ານແລ້ວ. ທ່ານຣອມນີໄດ້​ໂທລະ​ສັບໄປຫາ ທ່ານ Gingrich ​ເມື່ອ​ວັນ​ພຸດ​ວານ​ນີ້ ມື້​ນຶ່ງ​ຫລັງ​ຈາກ​ທ່ານຣອມນີ ຊະນະ​ການ​ເລືອກ​ຕັ້ງ​ຂັ້ນຕົ້ນ ໝົດທັງ​ຫ້າ​ລັດ ຄື​ລັດ Connecticut, Delaware, New York, Pennsylvania ​ແລະລັດ Rhode Island ​ເພື່ອຮັບປະ ກັນຢ່າງ​ແນ່ນອນ​ ໃນ​ການ​ຖືກສະ​ເໜີ​ຊື່ແຕ່ງຕັ້ງຂອງ​ພັກເພື່ອ​ແຂ່ງຂັນເອົາຕໍາ​ແໜ່​ງປະທາ ນາທິບໍດີ​ນັ້ນ.

ທ່ານ Gingrich ​ໄດ້​ຮັບ​ຮູ້​ວ່າ ​
ທ່ານຣອມນີ​ເບິ່ງ​ຊົງ​ວ່າ​ຈະ​ໄດ້​
ເປັນ​ຕົວ​ແທນຂອງ​ພັກ​ ​ໃນ​ລະ
ຫວ່າງການ​ໂຄສະ​ນາ​ຫາ​ສຽງ
ເມື່ອ​ວັນ​ພຸດວານ​ນີ້ ​ທີ່​ລັດ
North Carolina.

ທ່ານ Gingrich ​ໄດ້ໂຜ່​ໂຕ
ຂື້ນ​ມາ​ເປັນ​ຜູ້​ທ້າ​ທາຍທີ່​ເຂັ້ມ​
ແຂງ ຫລັງ​ຈາກ​ທ່ານ​ຊະນະ​
ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ທີ່​ລັດ
South Carilina ​ເມື່ອ
ເດືອນ​ມັງກອນຜ່ານ​ມາແຕ່
ການ​ໂຄສະນາ​ຫາ​ສຽງ​ຂອງ
ທ່ານ​ຕົກ​ຕໍ່າລົງ​ໄປ​ຫລັງ​ຈາກ​
ທ່ານ​ໄດ້ປາໄຊການ​ໃນ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຢູ່ລັດ​ຟລໍຣິດາ​ໃນ​ເວລາ​ຕໍ່​ມາ. ໄຊຊະນະ​ຂອງທ່ານ Gingrich ອີກພຽງ​ຄັ້ງ​ດຽວ​ຄື​ທີ່​ລັດ Georgia ​ຊຶ່​ງ​ເປັນ ລັດ​ບ້ານ​ເກີດ​ຂອງ​ທ່ານ​ໃນ​ເດືອນ​ມີນາ​ຜ່ານ​ມາ​ ​ແລະ​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ຕ້ອງ​ເປັນ​ໜີ້​ຢູ່ 4 ລ້ານ​ກວ່າ​ໂດ​ລາ.

XS
SM
MD
LG