ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Santorum ຊະນະ ການເລືອກຕັ້ງຂັ້ນຕົ້ນ ຂອງພັກຣີພັບບລິກັນ ຢູ່ໃນ 3 ລັດ (ເບິ່ງສະໄລດ໌)


ທ່ານ Rick Santaurum ອະດີດສະມາຊິກສະພາສູງສະຫະລັດຈາກລັດ
Pennsylvania ໄດ້ຮັບໄຊ ຊະນະໃນການເລືອກຕັ້ງ ໝົດທັງສາມລັດ
ທ່ານ Rick Santaurum ອະດີດສະມາຊິກສະພາສູງສະຫະລັດຈາກລັດ Pennsylvania ໄດ້ຮັບໄຊ ຊະນະໃນການເລືອກຕັ້ງ ໝົດທັງສາມລັດ

ການ​ໂຄສະ​ນາ​ຫາ​ສຽງ​ຂອງ​ທ່ານ ຣິກ ​ແຊນ​ທໍຣໍາ ​ສຳ​ຫຼັບໃຫ້​ໄດ້​ຮັບ​ການ​ແຕ່ງຕັ້ງ​ ເປັນ​ຜູ້
ສະໝັກ​ເລືອກ​ຕັ້ງປະທານາທິບໍດີ​ສະຫະລັດຂອງ​ພັກຣີພັບ​ບລິ​ກັນ​ໄດ້​ຮັບໄຊຊະນະ​ຢ່າງ​
ໃຫຍ່​ຫຼວງ​ໃນ​ການ​ແຂ່ງຂັນ​ເລືອກ​ຕັ້ງ​ເມື່ອ​ວັນ​ອັງຄານ​ວານ​ນີ້ ທີ່ລັດ Minnesota,
Missouri ແລະ Colorado.

ຈາກບັດ​ຄະ​ແນນ​ສຽງ​ທີ່​ຖືກ​ນັບ​ໄປ​ແລ້ວ​ສ່ວນ​ຫລາຍ ອະດີດ​ສະມາຊິກ​ສະພາ​ສູງ​ສະຫະລັດ
ຈາກ​ລັດ​ Pennsylvania ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ປະ ຊຸມ​ຄັດ​ເລືອກຂອງພັກ​ ໃນ​ລັດ
Minnesota ດ້ວຍ​ຄະ​ແນນ​ສຽງ 45 ​ເປີ​ເຊັນ. ສະມາຊິກ​ສະພາ​ຕໍ່າ​ສະຫະລັດທ່ານ ຣອນ
ພອລ ​ມາ​ໃນ​ອັນ​ດັບ​ສອງ ​ໄດ້ຮັບ​ຄະ​ແນນ 27 ​ເປີ​ເຊັນ ​ແລະ​ອະດີດຜູ້ປົກຄອງລັດ​ມາສ
ຊາ​ຈູ​ເຊັດ​ສ໌ ທ່ານ ມິດ ຣອມນີ ທີ່​ຖື​ວ່າ​ເປັນ​ຜູ້​ມີຄະ​ແນນ​ນໍາໜ້າຂອງ​ພັກຣີພັບບລີ​ກັນນັ້ນ
ໄດ້​ຮັບ​ຄະ​ແນນຫຼຸດລົງ​ມາຫຼາຍ​ພໍ​ສົມຄວນ ເປັນອັນ​ດັບ​ສາມຄື ​17 ​ເປີ​ເຊັນ.

ຈາກບັດທີ່​ນັບ​ໄປ​ແລ້ວ​ເກືອບ​ທັງ​ໝົດ ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ທີ່​ລັດ​ມີ​ສຊູຣີ ປະກົດ​ວ່າ
ທ່ານ​ຣິກແຊນ​ທໍຣຳ ​ໄດ້​ຊະນະ 45% ຂອງ​ຄະ​ແນນ​ສຽງ​ທັງ​ໝົດ ຂະນະ​ທີ່​ທ່ານຣອມນີ
ມາ​ເປັນອັນ​ດັບ​ສອງດ້ວຍ​ຄະ​ແນນ 25% ​ແລະ​ທ່ານພອລ​ເປັນອັນ​ດັບ​ສາມດ້ວຍ​ຄະ​ແນນ
17%.

ທ່ານ Santorum ຊະນະ ການເລືອກຕັ້ງຂັ້ນຕົ້ນ ຂອງພັກຣີພັບບລິກັນ ຢູ່ໃນ 3 ລັດ (ເບິ່ງສະໄລດ໌)
ທ່ານ Santorum ຊະນະ ການເລືອກຕັ້ງຂັ້ນຕົ້ນ ຂອງພັກຣີພັບບລິກັນ ຢູ່ໃນ 3 ລັດ (ເບິ່ງສະໄລດ໌)

ໃນ​ຄຳ​ປາ​ໄສ​ສະຫຼອງ​ໄຊຊະນະ​ທີ່ລັດມິ​ສຊູຣີ ​ໃນຕອນ​ແລງ​ຂອງ​ວັນ​ອັງຄານວານ​ນີ້ ທ່ານ
ຣິກ ​ແຊນ​ທໍຣໍາປະກາດ​ວ່າ ລະບົບ​ອະນຸລັກ​ນິຍົມ​ຍັງບໍ່​ຕາຍ ​ແລະຍັງ​ມີ​ຄວາມ​ເຂັ້ມ​ແຂງ ​ຢູ່
ໃນ​ລັດ Missouri ​ແລະ ລັດ Minnesota.

ນອກ​ນີ້​ແລ້ວ​ທ່ານ ຣິກ ​ແຊນ​ທໍ​ຣໍາ ຍັງ​ໄດ້​ປະກາດ​ຕົນ​ເອງ​ວ່າ​ເປັນຫົວ​ອະນຸລັກ​ນິຍົມ
ທາງ​ເລືອກ​ທີ່​ແທ້​ຈິງ ຕໍ່​ທັງ​ທ່ານ​ມິດ ຣອມນີ ​ແລະ​ປະທານາທິບໍດີ ສະຫະລັດ​ ທ່ານ​ບາຣັກ
ໂອ​ບາ​ມາ ທີ່​ສັງກັດພັກ​ເດ​ໂມ​ແຄຣດ ນັ້ນ. ທ່ານ​ແຊນ​ທໍຣໍາ ​ໄດ້​ກ່າວ​ຫາ​ທ່ານ​ໂອ​ບາ​ມາວ່າ
ອວດດີ ທີ່​ບໍ່​ຮັບ​ຟັງສຽງ​ປະ​ຊາ​ຊົນ​ອາ​ເມຣິກາ ​ໃນ​ການ​ຄັດຄ້ານ​ຂອງ​ພວກ​ເຂົ​າ​ເຈົ້າ​ ຕໍ່​ການ
ຊ່ອຍ​ກອບ​ກູ້​ພາກສ່ວນ​ການ​ເງິນ ​ແລະການ​ປະຕິ​ຮູບ​ລະບົບ​ການ​ຮັກສາ​ສຸຂະພາບ​ນັ້ນ.

ນອກ​ນີ້​ທ່ານ ​ແຊນທໍຣໍາ ​ຍັງ​ໄດ້​ຮັບ​ໄຊຊະນະ​ແບບ​ບໍ່​ຄາດ​ຝັນ ຕໍ່​ທ່ານ​ມິດ ຣອມນີ ​ໃນ​
ການ​ປະຊຸມ​ຄັດ​ເລືອກ​ຜູ້ຕາງໜ້າ​ຂອງ​ພັກ​ທີ່​ລັດ​ໂຄ​ໂລຣາ​ໂດຄື ​ໄດ້​ຮັບ​ຫຼາຍ​ກວ່າ 40 ​ເປີ​
ເຊັນ​ຂອງ​ຄະ​ແນນ​ສຽງທັງ​ໝົດ ຊຶ່ງ​ທ່ານ​ມິດຣອມ ນີ ​ໄດ້ 35 ​ເປີ​ເຊັນ ​ແລະ​ອະດີດ​ປະທານ
ສະພາ​ຕໍ່າ​ສະຫະລັດ​ທ່ານ Newt Gingrich ມາ​ອັນດັບສາມ ​ທີ່​ມີ​ຄະ​ແນນ​ສຽງ​ຫ່າງ​ໝູ່
ຄືພຽງ 13 ​ເປີ​ເຊັນ​ນັ້ນ.

XS
SM
MD
LG