ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານໂອ​ບາ​ມາ ບອກທ່ານມິດ ຣອມນີ ​ວ່າ ບໍ່ໜ້າຈະປັ້ນເລຶ່ອງ ທີ່ບໍ່ມີມູນຄວາມຈິງ ຂຶ້ນມາ


ທ່ານ ມິດ ຣອມນີ (ຊ້າຍ) ແລະ ທ່ານ Paul Ryan
ຂະນະໂຄສະນາຫາສຽງ ທີ່ລັດ New Hampshire
ທ່ານ ມິດ ຣອມນີ (ຊ້າຍ) ແລະ ທ່ານ Paul Ryan ຂະນະໂຄສະນາຫາສຽງ ທີ່ລັດ New Hampshire
ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ບອກທ່ານ ມິດ ຣອມນີ ​ຄູ່​ແຂ່ງຈາກ ພັກຣີພັບ​ບລິ​ກັນຂອງ​ທ່ານທີ່​ຫວັງ​ເຂົ້າ​ຄອງ​ທໍານຽບ ຂາວ​ນັ້ນ​ວ່າ ທ່ານຣອມນີ ບໍ່​ໜ້າ​ແຕ່​ຈະ​ປັ້ນ​ເລຶ່ອງທີ່​ບໍ່​ມີ​ມູນ​ຄວາມ​ຈິງຂຶ້ນມາ.

​ໃນລະຫວ່າງການປະກົດ​ຕົວ​ທີ່​ທໍານຽບຂາວ ເພື່ອຖະ​ແຫຼງຂ່າວ​ເປັນ​ເວລາ​ສັ້ນໆນັ້ນ ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ການ​ກ່າວ​ຫາຂອງ​ທ່ານ​ມິດ ຣອມນີ ທີ່​ວ່າປະທານາທິບໍດີ​ໄດ້​ຍົກ​ເລີກ​ເງື່ອນ​ໄຂ​ບັງຄັບ​ຕ່າງໆ​ສໍາລັບ​ຜູ້​ໄດ້​ຮັບ​ເງິນສົງ​ເຄາະຈາກ​ລັດຖະບານ​ ຫຼຶແວລ​ແຟ ​ເພື່ອ​ໃຫ້ເຮັດ​ວຽກ​ນັ້ນ ​ເປັນເລຶ່ອງທີ່​ຜິດ​ຢ່າງ​ຈະ​ແຈ້ງ​.

ນອກ​ນີ້​ແລ້​ວ ທ່ານ​ໂອບາມາ​ຍັງ​ໄດ້ ກ່າວເນັ້ນ​ຍໍ້າຄໍາ​ຮຽກຮ້ອງ​ຂອງ​ທ່ານ ​ໃຫ້​ເປີດ​ເຜີຍ​ພາສີ​ລາຍ​ໄດ້​ປະ​ຈໍາປີ​ຂອງ​ທ່ານຣອມນີ​ເພີ່ມ​ຕື່ມ. ປະທານາທິ ບໍດີ​ໂອບາ​ມາ​ເວົ້າ​ອີກ​ວ່າ ຊີວິດ​ຂອງ​ພວກ​ທີ່​ເຂົ້າຮັບ​ຕໍາ​ແໜ່​ງ​ໃນ​ທໍານຽບຂາວ​ນັ້ນ ກໍ​ຄື​ບ່ອນ​ທີ່​ມີ​ການ​ເປີດ​ເຜີຍ​ໂຈ່ງ​ແຈ້ງ ກ່ຽວ​ກັບລາຍ​ໄດ້ ​ແລະ​ວ່າ ການ​ເປີດ​ເຜີຍ​ພາສີ​ລາຍ​ໄດ້​ປະຈໍາປີ​ນັ້ນ ​ໄດ້​ກາຍ​ເປັນ​ພາກ ສ່ວນ​ສໍາຄັນ​ໃນ​ການ​ໂຄສະນາ​ຫາ​ສຽງ.

ສອງ​ປີ​ຂອງປະຫວັດ​ການ​ເສຍພາສີ​ລາຍ​ໄດ້​ປະ​ຈໍາປີ ພົບ​ວ່າ​ທ່ານຣອມນີ ມີ​ບັນຊີ​ເງິນ​ຝາກ​ຢູ່​ທະນາຄາ​ນ Swiss. ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ອີກ​ວ່າ ບໍ່​ມີ​ທາງ​ທີ່​ທ່ານຈະ​ເວົ້າ​ວ່າ​ ທ່ານ​ມິດ ຣອມນີ ​ໄດ້​ກະທໍາ​ສິ່ງ​ໃດ​ທີ່​ຜິດ​ກົດ ໝາຍ ​ແຕ່​ທ່ານ​ເວົ້າ​ວ່າ ຊາວ​ອ​ະ​ເມຣິກັນ​ໂດຍ​ທົ່ວ​ໄປ​ບໍ່​ໄດ້​ໃຊ້​ບັນຊີການ​ເງິນ​ຢູ່​ໃນ​ຕ່າງປະ​ເທດ​ ເພື່ອຈັດການ​ກັບ​ພັນທະພາສີ​ລາຍ​ໄດ້ນັ້ນ.

ທ່ານຣອມນີ ​ແລະທ່ານ Paul Ryan ຜູ້​ທີ່​ທ່ານ​ຣອມນີ ​ເລືອກເຂົ້າມາສະ ໝັກເປັນຮອງ​ປະທານາທິບໍດີ​ຮ່ວມກັບ​ທ່ານ​ນັ້ນ ​ໄດ້​ອອກ​ໂຄສະນາ​ຫາ​ສຽງ ​ເມື່ອ​ວັນ​ຈັນ​ວານ​ນີ້​ ທີ່​ລັດ New Hampshire ​ໂດຍ​ໄດ້​ກ່າວ​ໂຈມ​ຕີ​ຢ່າງ​ໃຫຍ່ຕໍ່ນະ​ໂຍບາຍ​ຕ່າງໆ​ ​ໃນ​ດ້ານ​ປະກັນ​ສຸຂະພາບ​ຂອງ​ລັດຖະບານ​ຫຼື​ແມ​ດິ​ແຄ ​ແລະ​ການ​ເສດຖະກິດຂອງ​ທ່ານ​ໂອ​ບາ​ມາ.
XS
SM
MD
LG