ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດຈະໃຫ້ ການຊ່ວຍ ຝ່າຍຄ້ານຊີເຣຍ ໃນມູນຄ່າ 100 ລ້ານ ໂດລາ (ວີດິໂອກ່ຽວຂ້ອງ)


ໃນ​ຂະນະ​ດຽວ​ກັນ ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ກ່າວ​ວ່າ ວໍ​ຊິງ
​ຕັນມີ​ແຜນ​ຈະ​ໃຫ້ການ​ຊ່ວຍ​ເຫລືອໃໝ່ ​ໃນ​ມູນ​ຄ່າປະມານ
100 ລ້ານ​ໂດ​ລາ ໃນ​ ແກ່ຝ່າຍ​ຄ້ານຂອງຊີ​ເຣຍ ​ໃນ​ຮູບ​ຂອງ
​ເຄື່ອງ​ອຸປະ​ກອນ​ທະຫານ ​ທີ່​ບໍ່​ແມ່ນ​ອາວຸດ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ລັດຖະມົນຕີ​ການ​ຕ່າງປະ​ເທດ
ທ່ານ John Kerry ຈະ​ປະກາດ ການ​ຊ່ວ​ຍເຫລືອໃໝ່​ນີ້
ໃນຊ່ວງ​ສຸດ​ສັບປະດານີ້ ຢູ່ ທີ່​ກອງ​ປະຊຸມ​ນາໆ​ຊາດກ່ຽວ
​ກັບ​ຊີ​ເຣຍ ທີ່​ທ່ານ​ຈະ​ເຂົ້າ​ຮ່ວມ ໃນປະ​ເທດ ​ເທິ​ກີ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ຊ່ວຍ​ເຫລື​ອ​ໃໝ່​ຈະ​ບໍ່​ຮວມເອົາ​ອາວຸດ
​ໃດໆ ຫລື​ອຸປະກອນ​ທີ່ຮ້າຍ​ແຮງ​ເຖິງ​ຕາຍ. ການ​ຊ່ວຍ​ເຫລືອດ້ານອຸປະກອນ​ທະຫານ​ທີ່​ບໍ່​
ແມ່ນ​ອາວຸດ​ຮ້າຍ​ແຮງ ​ແມ່ນ​ມີ​ຮວມ​ທັງ​ຊຸດຫຸ້ມເກາະ ແວ່ນຕາ ໃຊ້ເບິ່ງ​ຢູ່​ໃນ​ຄວາມ​ມືດ ​
ແລະ​ອຸປະກອນ​ສື່ສານ.

​ໃນ​ວັນ​ສຸກ​ວານ​ນີ້ ທູດ​ພິ​ເສດຮ່ວມ​ຂອງສະຫະ​ປະຊາ​ຊາດ​ແລະສັນນິບາດອາຣັບ ທີ່​ເປັນຜູ້
ໄກ່​ເກ່ຍບັນຫາ​ຂັດ​ແຍ້​ງ​ໃນ​ຊີ​ເຣຍ ທ່ານ Lakdar Brahimi ​ໄດ້​ໃຫ້ການ​ສັ່ງ​ຊາ​ຕີ​ລາຄາ ທີ່​
ມືດ​ມົນ​ກ່ຽວ​ກັບການ​ຂັດ​ແຍ້ງ​ໃນ ຊີ​ເຣຍນັ້ນ.

ທ່ານ Brahimi ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ຫລັງ​ຈາກ​ການ​ປະຊຸມ​ປິດລັບ ກັບ​ສະພາ​ຄວາມ ໝັ້ນຄົງ ວ່າ​ ສະຖານະ​ການແມ່ນຮ້າຍ​ແຮງ​ທີ່​ສຸດ ​ແລະ​ທ່ານສະ​ແດງ​ຄວາມ​ຫງຸດຫງິດ ກັບ​ສະຫະ​ປະຊາ​ຊາດ ລັດຖະບານ​ຊີ​ເຣຍ ​ແລະ​ພວກ​ຝ່າຍ​ຄ້ານ ທີ່​ບໍ່​ຊ່ວຍ​ເຮັດ​ໃຫ້​ມີ​ຫຍັງ​ຄື​ບ
ໜ້າ​ເລີຍ.

​ໃນ​ເຫດການ​ຜັນ​ຂະຫຍາຍ​ຢູ່​ໃນ​ຊີ​ເຣຍ​ໃນ​ວັນ​ສຸກ​ວານ​ນີ້ ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ຊີ​ເຣຍ​ເວົ້າ​ວ່າ ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຊີ​ເຣຍຄົນ​ນຶ່ງ ​ໄດ້​ຖືກ​ສັງຫານ​ຢູ່​ຮ້ານ​ອາຫານ​ແຫ່ງ​ນຶ່ງ ​ໃນ​ນະ​ອນຫລວງ​ດາ​ມັສກັສ.

ວີດິໂອ: ສະຫະລັດກຽມຮັບມືກັບ ສະຖານນະການທີ່ແກ່ຍາວ ຢູ່ຊີເຣຍ:

US Poised for Prolonged Syrian Conflict
please wait

No media source currently available

0:00 0:02:16 0:00
ລິງໂດຍກົງ
XS
SM
MD
LG