ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ແລະ ຟີລິບປິນ ເຈລະຈາກັນ ເພື່ອເພີ້ມ ການຮ່ວມມື ທາງທະຫານ (ວີດິໂອ)


Carlos Sorreta (ຊ້າຍ) ຫົວໜ້າຜູ້ແທນເຈລະຈາ ຂອງລັດຖະບານຟີລິບປິນ ກ່າວຢູ່ຂ້າງທ່ານ Pio Lorenzo Batino, ກົມປ້ອງກັນຊາດຟີລິບປິນ, ລັດຖະມົນຕີຊ່ວຍ ດ້ານກົດໝາຍ, ວຽກງານດ້ານຕຸລາການ ແລະຍຸດທະຍາດ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ກອງບັນຊາການທະຫານ ໃນເມືອງ Quezon ຂອງເຂດເທດສະບານນະຄອນມະນີລາ ໃນວັນທີ15 ສິງຫາ 2013.
Carlos Sorreta (ຊ້າຍ) ຫົວໜ້າຜູ້ແທນເຈລະຈາ ຂອງລັດຖະບານຟີລິບປິນ ກ່າວຢູ່ຂ້າງທ່ານ Pio Lorenzo Batino, ກົມປ້ອງກັນຊາດຟີລິບປິນ, ລັດຖະມົນຕີຊ່ວຍ ດ້ານກົດໝາຍ, ວຽກງານດ້ານຕຸລາການ ແລະຍຸດທະຍາດ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ກອງບັນຊາການທະຫານ ໃນເມືອງ Quezon ຂອງເຂດເທດສະບານນະຄອນມະນີລາ ໃນວັນທີ15 ສິງຫາ 2013.
ສະຫະລັດແລະຟີລິບປິນ ເປີດການເຈລະຈາກັນ ກ່ຽວກັບການ ເສີມຂະຫຍາຍການມີໜ້າຂອງທະຫານອາເມຣິກັນ ຢູ່ໃນຟີ​ລິບ​
ປິນ ຊຶ່ງ​ເປັນປະເທດ ທີ່​ຕັ້ງຢູ່ໃນເຂດເອເຊຍຕາເວັນອອກສຽງ
ໃຕ້ນັ້ນ.

ທັງສອງຝ່າຍກໍາລັງເຈລະຈາກ່ຽວ​ກັບ​ຂໍ້​ຕົກລົງ​ສະບັບ​ນຶ່ງ ທີ່ຈະ
ອຳນວຍ​ໃຫ້​ມີ​ການ​ສົ່ງກໍາລັງທະຫານສະຫະລັດ ແລະອຸປະກອນ
ເຂົ້າໄປປະຈຳ ​ຢູ່​ຕາມ​ຄ້າຍ​ທະຫານ​ແຫ່ງ​ຕ່າງໆຂອງຟີລິບປິນ
​ເປັນ​ການຊົ່ວຄາວໄດ້.

ກຸງມະນີລາ ກໍາລັງຊຸກຍູ້ໃຫ້ມີ​ການ​ເສີມ​ຂະຫຍາຍຄວາມເຂັ້ມແຂງ​
​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ ຂະນະ​ທີ່ຈີນໄດ້ເນັ້ນຢໍ້າການອ້າງເອົາກໍາມະສິດທາງທະເລເກືອບ
​ວ່າ​ທັງ​ໝົດ​ໃນ ເຂດທະເລຈີນໃຕ້ ທີ່ອຸດົມສົມບູນໄປດ້ວຍແຮ່ທາດແລະພະລັງງານ. ເຈົ້າໜ້າ
ທີ່ຟີລິບປິນເວົ້າວ່າ ການເພີ້ມການມີໜ້າທີ່ໝູນວຽນສັບປ່ຽນກັນໄປຂອງສະຫະລັດ ຈະຊ່ວຍ
ສະໜັບ ສະໜຸນຕໍ່ການ​ວາງທ່າ​ທີກ່ຽວ​ກັບ “ລະບົບປ້ອງກັນປະ​ເທດທີ່ເຊື່ອຖືໄດ້​ໃນ​ລະດັບ​
ຕໍ່າ​ສຸດ” ຂອງຟີ​ລິບ​ປິນ.

ໃນວັນຈັນຜ່ານມາ ທ່ານ Albert del Rosario ລັດຖະມົນຕີກະຊວງການຕ່າງປະເທດຟີ​
ລິບ​ປິນກ່າວ​ວ່າ ຟີລິບປິນ​ໄດ້ຕັດສິນໃຈຢ່າງເດັດດ່ຽວ​ແລ້ວວ່າ ຈະໃຊ້ວິທີການທູດ ເພື່ອແກ້
ໄຂບັນຫາຂັດແຍ້ງກັນ ແຕ່ກໍເນັ້ນໜັກວ່າ ລັດຖະບານຈະເຮັດທຸກສິ່ງທຸກຢ່າງເພື່ອປົກປັກ
ຮັກສາເຂດນໍ້າແດນດິນຂອງຕົນ. ທ່ານ del Rosario ເວົ້າວ່າ:

“ພາກພື້ນຂອງພວກເຮົາ ຈະຕ້ອງຮູ້ຈັກວ່າ ພວກເຮົາຢຶດໝັ້ນຢ່າງໜຽວແໜ້ນຕໍ່
ສັນຕິພາບ ແຕ່ວ່າ ພວກເຮົາກໍກຽມພ້ອມທີ່ຈະໃຊ້ທຸກສິ່ງທຸກຢ່າງທີ່ພວກເຮົາມີ
ຮ້ອງຂໍພັນທະມິດທຸກປະເທດ ​ໃຫ້ດຳ​ເນີນ​ການ​ທຸກສິ່ງ​ທີ່​ມີ​ຄວາມຈໍາເປັນ ເພື່ອ
ປ້ອງກັນສິ່ງໃດກໍຕາມທີ່ເປັນຂອງພວກເຮົາ ເພື່ອປົກປ້ອງປະເທດຂອງພວກ
ເຮົາ ແລະປ້ອງກັນ ຄວາມປອດໄພຂອງປະຊາ ຊົນຂອງພວກເຮົາ.”


ໃນຕົ້ນເດືອນນີ້ ຟີລິບປິນ ໄດ້ກາຍເປັນເຈົ້າຂອງຢ່າງເປັນທາງ ​ເຮືອລົບເກົ່າລຳ​ນຶ່ງຂອງ​ໜ່ວຍຍາມຝັ່ງສະຫະລັດ ທີ່ສ້ອມແປງ​ໃໝ່ ຊຶ່ງໄດ້ມອບໃຫ້ ພາຍ​ໃຕ້​ໂຄງການພັນທະມິດ ທາງທະຫານກັບກຸງວໍຊິງຕັນ. ເຮືອລໍາດັ່ງກ່າວໄດ້ຮ່ວມ​ສົມທົບ​ກັບ​ເຮືອ​ລົບເກົ່າ​ອີກ​ລຳ​ນຶ່ງ ຂອງ​ສະຫະລັດ ທີ່ນຳ​ເຂົ້າປະຈຳການ​ຄືນ​ອີກໂດຍຟີລິບປິນ ໃນປີ 2011.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ວີດິໂອ-ສະຫະລັດ ແລະ ຟີລິບປິນ ເຈລະຈາກັນ
please wait

No media source currently available

0:00 0:00:51 0:00
XS
SM
MD
LG