ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຍັງເຊື່ອໝັ້ນ ໃນຕົວ ນາຍພົນ Allen (ວີດິໂອ ກັບສະໄລດ໌)

ຮູບ ທ່ານ David Petraeus ຫົວໜ້າອົງການສືບລັບຊີໄອເອຂອງສະຫະລັດ ຖະແຫລງທີ່ ລັດຖະສະພາສະຫະລັດ ຫລື Capitol Hil ທີ່ນະຄອນ Washingtonໃນວັນທີ 31 ມັງກອນ 2012 ແລະ ນາຍພົນ John Allen ວ່າ ຍັງສາມາດສືບຕໍ່ເປັນຜູ້ບັນຊາການກອງກຳລັງທະຫານສະຫະລັດ ໃນອັຟການນີສຖານ ທີ່ໄປເຖິງທີ່ນັ້ນ ເຊັ່ນກັນ ເພື່ອໃຫ້ຄໍາໃຫ້ການ ໃນວັນທີ 28 ມິຖຸນາ 2011.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon
Panetta ເວົ້າວ່າ ທ່ານມີ “ຄວາມເຊື່ອໝັ້ນ” ໃນຕົວຂອງນາຍ
ພົນ John Allen ວ່າ ຍັງສາມາດສືບຕໍ່ເປັນຜູ້ບັນຊາການ
ກອງກຳລັງທະຫານສະຫະລັດ ໃນອັຟການນີສຖານໄດ້ເຖິງ
ແມ່ນວ່າ ທ່ານຈະມີສ່ວນພົວພັນກັບຂ່າວນອງນັນທີ່ພາໃຫ້
ທ່ານ David Petraeus ຫົວໜ້າອົງການສືບລັບຊີໄອເອ ຂອງສະຫະລັດລາອອກຈາກຕໍາແໜ່ງ ກໍຕາມ.

ທ່ານ Panetta ໄດ້ໃຫ້ຄໍາເຫັນຢ່າງເປັນການເປີດເຜີຍຄັ້ງທໍາ
ອິດ ກ່ຽວກັບເລື້ອງທີ່ເປັນຂໍ້ໂຕ້ແຍ້ງກັນ ໃນວັນພຸດມື້ນີ້ ຢູ່ອັອສ
ເທຣເລຍ ບ່ອນທີ່ທ່ານໄປຮ່ວມກັນເຈລະຈາດ້ານການຮ່ວມມື
ທາງຍຸດທະສາດສອງຝ່າຍ ຢູ່ນັ້ນ.

ໄລຍະເວລາທີ່ນໍາໄປສູ່ການພົວພັນຂອງທ່ານນາຍພົນ Petraeus ກັບ
ນາງ
Broadwell ຊຶ່ງການເປັນຂ່າວນອງນັນໃນເວລານີ້:
Loading...

ນາຍພົນ Allen ກໍາລັງຢູ່ພາຍໃຕ້ການສືບສວນສອບສວນພາຍໃນຂອງທຳນຽບຫ້າແຈລຸນ ຫລັງອົງການສັນຕິບານກາງ FBI ຄົ້ນພົບ email ຈຳນວນ 20 ຫາ 30 ພັນໜ້າ ທີ່ສົ່ງໄປ ມາຫາກັນ ລະຫວ່າງທ່ານກັບນາງ Jill Kelly. ການສືບສວນດັ່ງກ່າວ ແມ່ນແນໃສ່ວ່າ ການ ຕິດຕໍ່ນີ້ ເປັນການຕິດຕໍ່ “ແບບບໍ່ເໝາະສົມ” ຫລືບໍ່.

ຍ້ອນການຮ້ອງທຸກຂອງນາງ Kelly ຕໍ່ອົງການ FBI ກ່ຽວກັບອີແມລທີ່ຂົ່ມຂູ່ສົ່ງຈາກນາງ Paula Broadwell, ຊຶ່ງເປັນຜູ້ຂຽນຊີວະປະຫວັດ ແລະເປັນແມ່ຍິງທີ່ທ່ານ Petraeus ມີຄວາມສຳພັນນອກສົມລົດນໍານັ້ນ ຊຶ່ງໃນທີ່ສຸດໄດ້ພາໃຫ້ທ່ານ Petraeus ລາອອກ ຈາກຕຳແໜ່ງຫົວໜ້າອົງການຊີໄອເອ.

ທ່ານ Panetta ໄດ້ເຕືອນພວກນັກຂ່າວວ່າ “ຜູ້ໃດກໍຕາມ ບໍ່ຄວນຈະຟ້າວຟັ່ງໃຫ້ການສະ ຫລຸບ” ກ່ຽວກັບເລື້ອງນີ້ເທື່ອ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນອງນັນຂອງທ່ານ Petraeus:
ລິງໂດຍກົງ
XS
SM
MD
LG