ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານຈັບ ນັກການທູດສະຫະລັດ


ທ່ານ Raymond Davis ນັກການທູດສະຫະລັດ ກໍາລັງຖືກເຈົ້າໜ້າທີ່
ຕໍາຫລວດປາກິສຖານ ນໍາໂຕອອກຈາກສານທີ່ເມືອງ Lahore.
ທ່ານ Raymond Davis ນັກການທູດສະຫະລັດ ກໍາລັງຖືກເຈົ້າໜ້າທີ່ ຕໍາຫລວດປາກິສຖານ ນໍາໂຕອອກຈາກສານທີ່ເມືອງ Lahore.

ປາ​ກິ​ສຖານ​ກໍາລັງ​ຮຽກຮ້ອງ​ໃຫ້​ສະຫະລັດ​ເຄົາລົບ​ນັບ​ຖື​ ​ຂັ້ນ​ຕອນ​ທາງ​ດ້ານ​ກົດໝາຍ​ຂອງ​ຕົນ ຫລັງ​ຈາກ​ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດຮຽກຮ້ອງ​ໃຫ້​ປາ​ກິ​ສຖານ​ປ່ອຍ​ໂຕ​ນັກ​ການ​ທູດ​ອາ​ເມຣິກັນ​ຄົນ​ນຶ່ງ ​ທີ່ຖືກຈັບໃນຂໍ້ ຫາ​ ​ຍິງ​ຊາວ​ປາ​ກິ​ສຖານ 2 ຄົນ​ຕາຍ​.

ກະຊວງ​ການ​ຕ່າງປະ​ເທດ​ປາ​ກິ​ສຖານ ກ່າວ​ວ່າ ​ເລື້ອງ​ນີ້​ກໍາລັງ​ຢູ່​ພາຍ​ໃຕ້​ການ​ສືບສວນ​ສອບ​ສວນ ​ແລະພາຍ​ໃຕ້​ອໍານາດ​ຂອງ​ສານ.

ກ່ອນ​ໜ້າ​ນັ້ນ ໃນວັນ​ເສົາ​ວານ​ນີ້ ສະຖານທູດ​ສະຫະລັດ​ທີ່​ກຸງ​ອິສລາມາ​ບັດກ່າວ​ວ່າ ນັກ​ການ​ທູດ​ຂອງ​ຕົນ​ຄົນ​ດັ່ງກ່າວມີ​ສິດທາງ​ການ​ທູດ ທີ່​ຈະ ໄດ້​ຮັບ​ການ​ຍົກ​ເວ້ນ​ຈາກ​ການດໍາ​ເນີນ​ຄະດີ ​ແລະ​ໄດ້​ຖືກເຈົ້າ​ໜ້າ​ທີ່​ປາ​ກິສຖານ​ຈັບ​ກຸມ​ຢ່າງ​ບໍ່​ຖືກຕ້ອງ​ຕາມກົດໝາຍ​ໃນ​ເມືອງ Lahore ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປາ​ກິ​ສຖານ ​ບ່ອນເກີດເຫດ
ການ​ຍິງ​ກັນ​ນັ້ນ.

ໂຄສົກ​ຍິງ​ປະ​ຈໍາ​ສະຖານທູດ​ສະຫະລັດ ກ່າວ​ວ່າ ທ່ານ Raymond Davis ນັກ​ການ​ທູດ​ສະຫະລັດ ​ໄດ້ເຮັດ​ໄປ​ເພື່ອ​ປ້ອງ​ກັນ​ຕົນ​ເອງ​ຫລັງ​ຈາກ​ທ່ານ​ເອົາ​ໂຕ​ຫລົບໜີຈາກ​ຊາຍ​ສອງ​ຄົນ ​ທີ່ທ່ານ​ກ່າວ​ຫາ​ວ່າ​ ພະຍາຍາມ​ຈະປຸ້ນ​ຈີ້​ທ່ານ​ໃນ​ວັນ​ພະຫັດ​ຜ່ານ​ມາ​ໃນ​ເມືອງ Lahore ນັ້ນ. ທາງ​ການ​ປາ​ກິ​ສຖານ​ກ່າວ​ວ່າ ທ່ານ Davis ຍິງ​ປືນໃສ່ຊາຍ 2 ຄົນ​ນີ້​ ທີ່ໄດ້​ເສຍ​ຊີວິດ​ໄປ​ ​ໃນ​ເວລາຕໍ່​ມາ​ນັ້ນ.

ທ່ານ Davis ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ​ສອງ​ກະທົງ ​ໃນ​ຖານທໍາ​ການ​ຄາດ​ຕະກໍາ​ຊາຍ​ສອງ​ຄົນ​ນີ້. ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ຜູ້​ພິພາກສາ ​ໄດ້​ສັ່ງ​ໃຫ້​ຈັບ​ກຸມ​ທ່ານ​ໄວ້​ເປັນ​ເວລາ 6 ມື້ ​ໃນ​ຂະນະ​ທີ່​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ພວມ​ທໍາ​ການ​ສືບສວນ​ສອບ​ສວນ​ເລື້ອງ​ນີ້​.

XS
SM
MD
LG