ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ຄັດຄ້ານ ຕໍ່ການແຕ່ງຕັ້ງ ອະດີດນາຍົກ ປາແລສໄຕ໌ນ ເຂົ້າຮັບໜ້າທີ່ ໃນ ສປຊ


ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການ ສະຫະປະຊາຊາດ ທ່ານນາງ Nikki Haley.
ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການ ສະຫະປະຊາຊາດ ທ່ານນາງ Nikki Haley.

ສະຫະ​ລັດ​ໄດ້​ຂັດ​ຂວາງການ​ແຕ່ງ​ຕັ້ງ​ ​ໃຫ້ອະດີດ​ນາຍົກລັດຖະມົນຕີ​ປາ​ແລ​ສ​ໄຕ໌​ນເປັນ​ຫົວ ໜ້າ​ຫ້ອງການ​ດ້ານ​ການ​ເມືອງ ​ຂອງ​ສະຫະ​ປະຊາ​ຊາດ ​ໃນ​ລີ​ເບຍ.

​ເລຂາທິການ​ໃຫຍ່​ສະຫະ​ປະຊາຊາດທ່ານ Antonio Guterres ​ໄດ້​ແຈ້ງ​ໃຫ້​ສະພາ​ຄວາ​ມ ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ຢູ່​ໃນ​ໜັງ​ສືສະບັບ​ນຶ່ງ ​ໃນ​ວັນ​ພະຫັດ​ທີ່ ຜ່ານ​ມາ​ວ່າ ທ່ານ​ມີ​ແຜນ​ທີ່​ຈະ​ແຕ່ງ​ຕັ້ງນັກ​ເສດຖະສາດ​ທີ່​ໄດ້​ຮັບ​ການ​ສຶກສາ​ຈາກ​ປະ​ເທດຕາ​ເວັນ​ຕົກທ່ານ Salam Fayyad ​ເຂົ້າ​ຮັບ​ໜ້າ​ທີ່ດັ່ງກ່າວ. ທ່ານ Fayyad ​ຊຶ່ງເປັນ​ທີ່​ນັບຖື​ຈາກ​ສາກົນ ທີ່ມີ​ອາຍຸ 64 ປີ ​ເຄີຍ​ຮັບ​ໃຊ້​ເປັນ​ນາຍົກ ລັດຖະມົນຕີອຳນາດການ​ປົກຄອງປາ​ແລ​ສ​ໄຕ​ນ໌ແຕ່​ປີ 2007 ຫາ​ 2013 ​ແລະ ​ກໍ​ເປັນລັດຖະມົນ​ຕີ​ການ​ເງິນ​ນຳ​ດ້ວຍ.

​ແຕ່ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະຈຳ​ສະຫະ​ປະຊາ​ຊາດ ທ່ານ​ນາງ Nikki Haley ​ໄດ້​ອອກ​ຖະ​ແຫລ​ງການ​ໃນ​ຕອນ​ແລງ​ວັນ​ສຸກວານ​ນີ້​ວ່າ ສະຫະລັດ “ຜິດ​ຫວັງ” ນຳ​ການ​ເລືອກດັ່ງກ່າວ.

ທ່ານ​ນາງ Haley ​ໄດ້​ກ່າວ ​ຢູ່​ໃນ​ຖະ​ແຫລ​ງການ ຂອງ​ທ່ານ​ນາງ​ວ່າ “​ເປັນ​ເວລາ​ດົນ​ນານ​ເກີນ​ໄປ​ແລ້ວທີ່ສະຫະ​ປະຊາ​ຊາດ​ໄດ້​ມີ​ຄວາມ​ລຳອຽງ​ແບບ​ບໍ່​ຍຸຕິ​ທຳ ທີ່​ເຫັນ​ພ້ອມ​ກັບ​ອຳ ນາດ​ການ​ປົກຄອງ​ປາ​ແລ​ສ​ໄຕ​ນ໌ ທີ່​ເປັນ​ອັນ​ຕະລາຍ ​ຕໍ່​ພັນທະ​ມິດ​ຂອງ​ພວກ​ເຮົາໃນ​ອິສ ຣາ​ແອ​ລ"​. ທ່ານ​ນາງ​ໄດ້​ກ່າວ​ເພີ້​ມອີກ​ວ່າ “ຕໍ່​ການດຳ​ເນີນ​ການໄປ​ໜ້າ ສະຫະລັດ​ຈະ​ປະ ຕິບັດ ບໍ່​ພຽງ​ແຕ່ຄຳ​ເວົ້າ ​ໃນ​ການ​ສະໜັບສະໜູນ ​ພັນທະ​ມິດ​ຂອງ​ພວກ​ເຮົາ.”

ສະຫະ​ລັດ ​ແມ່ນ​ຮວມຢູ່​ໃນບັນດາ​ສະມາຊິກ​ກຸ່ມ​ນ້ອຍ​ ຂອງ​ສະຫະ​ປະຊາ​ຊາດທີ່​ບໍ່ໄດ້​ຮັບ ​ຮູ້ປາ​ແລ​ສ​ໄຕ​ນ໌ວ່າ ​ເປັນ​ປະ​ເທດ​ເອກ​ກະລາດ ຊຶ່ງ​ມີ​ຖານະ​ເປັນ​ພຽງ​ແຕ່ ຜູ້​ສັງເກ​ດການທີ່ ​ບໍ່ແມ່ນ​ສະມາຊິກ ຢູ່ໃນ​ສະຫະ​ປະຊາ​ຊາດ.

ອະດີດນາຍົກລັດຖະມົນຕີ ປາແລສໄຕນ໌ ທ່ານ Salam Fayyad.
ອະດີດນາຍົກລັດຖະມົນຕີ ປາແລສໄຕນ໌ ທ່ານ Salam Fayyad.

​ໃນ​ເດືອນ​ທັນວາ ລະຫວ່າງຊຸມ​ມື້​ສຸດ​ທ້າຍ ​ຂອງ​ລັດຖະບານ​ທ່ານ Obama ສະຫະລັດ​ໄດ້​ເລືອກ ​ບໍ່ໃຊ້​ສິດ​ຢັບຢັ້ງຕໍ່​ຍັດຕິ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການຄວບ​ຄຸມການ​ຕັ້ງ​ຖິ່ນ​ຖານໃໝ່​ຂອງ​ອິສຣາ​ແອ​ລ ​ໂດຍອະນຸຍາດໃຫ້​ມາດຕະການດັ່ງກ່າວ ຜ່ານ. ນາຍົກລັດຖະ ມົນຕີອິສຣາ​ແອລທ່ານ Benjamin Netanyahu ​ໄດ້​ຮ້ອງ​ການ​ບໍ່​ໃຊ້​ສິດຢັບຢັ້ງ ຂອງສະ ຫະລັດ​ແລະ​ມະຕິ​ນັ້ນວ່າ “​ເປັນ​ທີ່​ໜ້າ​ອັບອາຍ” ແລະ​ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ຈະ​ບໍ່​ເອົາ​ຫົວຊາ​ຕໍ່ຂໍ້ກຳນົດດັ່ງກ່າວ​ນີ້.

​ເອກ​ອັກ​ຄະ​ລັດຖະທູດ​ອີສຣາ​ແອ​ລປະຈຳ​ສະຫະ​ປະ​ຊາ​ຊາດ ທ່ານ Danny Danon ​ໄດ້​ອອກ​ຖະ​ແຫລ​ງການສະບັບ​ນຶ່ງ​ໃນ​ວັນ​ສຸກ​ວານ​ນີ້ຍ້ອງຍໍ​ລັດຖະບານ​ທ່ານ Trump ທີ່​ໃຫ້ ການ​ສະໜັບສະໜູນ ແກ່​ປະ​ເທດ​ຂອງ​ທ່ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

UN US Fayyad
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG