ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ໂຈະການປະຕິບັດງານ ໃນອ່າວເມັກຊິໂກ


ພວກພະນັກງານ ທີ່ພົວພັນ ໃນການດຳເນີນ ຄວາມພະຍາ ຍາມ ເພື່ອອຸດຕັນ ບໍ່ນໍ້າມັນຮົ່ວ ໃນເຂດ ອ່າວເມັກຊິໂກ ໄດ້ຮັບຄຳສັ່ງ ໃຫ້ຍົກຍ້າຍ ອອກໜີ ຂະນະທີ່ ລົມພາຍຸເຂດຮ້ອນ BONNIE ພວມເຄື່ອນເຂົ້າໄປ ໃກ້ໆບໍລິເວນດັ່ງກ່າວ.

ຫົວໜ້າຮັບມື ກ່ຽວກັບເລື່ອງ ນໍ້າມັນຮົ່ວ ຂອງລັດຖະບານ ສະຫະລັດ ພົນເຮືອເອກ ເບ້ຍບຳນານ THAD ALLEN ກ່າວວ່າ ກຳປັ່ນແລະເຮືອເຈາະ ພວມກະກຽມ ເຄື່ອນຍ້າຍ ອອກໄປຈາກ ເຂດອັນຕະລາຍ. ຮວມໃນນັ້ນ ກໍມີເຮືອ ທີ່ພວມທຳການ ເຈາະຮູບັນເທົາ ຊຶ່ງພິຈາລະນາກັນວ່າ ເປັນຊ່ອງທາງ ອັນສຸດທ້າຍ ສຳລັບອຸດຕັນ ບໍ່ນໍ້າມັນທີ່ຮົ່ວ.

ຝາອັດໃໝ່ ທີ່ໄດ້ປ້ອງກັນ ບໍ່ໃຫ້ມີ ນໍ້າມັນຮົ່ວໄຫຼ ອອກມາຕື່ມອີກ ໃນຮອບສັບປະດາ ຜ່ານມາ ຍັງຈະຖືກໃຊ້ ຕໍ່ໄປ ເຖິງແມ່ນໄດ້ມີ ການຍຸຕິ ການປະຕິບັດງານ ຮວມທັງ ການຕິດຕາມ ສັງເກດການ ກໍຕາມ.

ອົງການ ພະຍາກອນອາກາດ ແຫ່ງຊາດ ຂອງສະຫະລັດ ກ່າວວ່າ ລົມພາຍຸເຂດຮ້ອນ BONNIE ໄດ້ກໍ່ໂຕຂຶ້ນ ໃນເຂດທະເລ ຄາຣິບບຽນ ແລະພວມນຳເອົາ ຝົນຕົກໜັກ ແລະລົມແຮງ ເຖິງ 65 ກິໂລແມັດ ຕໍ່ຊົ່ວໂມງ ມາພ້ອມ.

ບໍລິສັດ ນໍ້າມັນບີພີ ຫວັງວ່າ ຈະສາມາດອຸດຕັນ ບໍ່ນໍ້າມັນທີ່ຮົ່ວ ຂອງຕົນ ຢ່າງເປັນການ ຖາວອນ ພາຍໃນຕົ້ນ ເດືອນສິງຫາ ຈະມານີ້.

XS
SM
MD
LG