ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບີພີພະຍາຍາມອີກເທື່ອໃໝ່ ເພື່ອຄວບຄຸມນໍ້າມັນຮົ່ວ


ພວກວິສາວະກອນ ຂອງບໍລິສັດນໍ້າມັນຍັກໃຫຍ່ບີພີ ພວມ ດຳເນີນຄວາມພະຍາຍາມເທື່ອລ່າສຸດ ເພື່ອຫາທາງຄວບຄຸມ ການຮົ່ວໄຫລຂະໜາດໃຫຍ່ ຂອງນໍ້າມັນ ໃນບໍລິເວນອ່າວເມັກຊິໂກ.

ໃນວັນເສົາມື້ນີ້ ພວກຄົນງານຂອງບໍລິສັດພວມພະຍາຍາມ ຕິດຕັ້ງທໍ່ ໃສ່ບໍລິເວນ ທີ່ມີການຮົ່ວໄຫລ ຢູ່ພື້ນທະເລ ທີ່ ສາມາດ ດູດເອົານໍ້າມັນ ທີ່ຮົ່ວອອກມານັ້ນ ຂຶ້ນໄປໃສ່ ກຳປັ່ນ ທີ່ຢູ່ເທິງໜ້ານໍ້າ. ບໍລິສັດບີພີ ໄດ້ປະສົບກັບ ຄວາມລົ້ມແຫລວ ໃນການດຳເນີນ ຄວາມພະຍາຍາມ ເທື່ອກ່ອນ ທີ່ຈະຄວບຄຸມ ການຮົ່ວໄຫຼ ຂອງນໍ້າມັນດິບ ອອກມາຈາກບໍ່ ຫຼາຍຮ້ອຍພັນລິດ ໃນແຕ່ລະມື້.

ພວກນັກຊ່ຽວຊານ ຫຼາຍຝ່າຍກ່າວວ່າ ປະລິມານ ນໍ້າມັນທີ່ຮົ່ວໄຫຼ ອອກມານັ້ນ ແມ່ນສູງ ກວ່າທີ່ໄດ້ຄາດຄິດໄວ້ ໃນຂັ້ນຕົ້ນ.

ຫລາຍໆຜະແນກການ ຂອງລັດຖະບານກາງ ສະຫະລັດ ກຳລັງດຳເນີນງານ ເພື່ອຫາທາງ ປ້ອງກັນ ບໍລິເວນ ແຄມຝັ່ງທະເລ ທາງທິດທິດໃຕ້ ຂອງສະຫະລັດ ຂະນະທີ່ ນໍ້າມັນຮົ່ວ ໄຫລອອກມານັ້ນ ພວມລອຍ ເຂົ້າໄປໃກ້. ພວກຄົນງານ ໄດ້ວາງເຄື່ອງ ປ້ອງກັນ ແລະສີດ ສານເຄມີພິເສດໃສ່ ເພື່ອໃຫ້ແຜ່ນນໍ້າມັນ ຂະໜາດໃຫຍ່ ທີ່ລອຍໄປນັ້ນ ແຕກອອກຈາກກັນ.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ສັ່ງໃຫ້ ທຳການທົບທວນ ຢ່າງລະອຽດ ເບິ່ງຜະແນກການ ຂອງລັດຖະບານກາງ ສະຫະລັດ ທີ່ກຳກັບນຳການ ເຈາະນໍ້າມັນ. ທ່ານກ່າວວ່າ ທ່ານຈະຢຸດຕິ ໃນອັນທີ່ທ່ານເອີ້ນວ່າ ຄວາມສຳພັນ ແບບອົບອຸ່ນ ລະຫວ່າງ ຜະແນກບໍລິການ ຄຸ້ມຄອງບໍ່ແຮ່ ຂອງລັດຖະບານ ສະຫະລັດ ແລະບໍລິສັດ ນໍ້າມັນ.

XS
SM
MD
LG