ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄວາມພະຍາຍາມຢຸດນໍ້າມັນ ຮົ່ວ ຄັ້ງຫລ້າສຸດ ບໍ່ສໍາເລັດຜົນ


ບໍລິສັດ​ນ້ຳມັນ BP ປະກາດ​ໃຫ້​ຮູ້​ວ່າຄວາມ​ພະຍາຍາມ​ຂອງ​ຕົນຄັ້ງຫລ້າ​ສຸດ​ເພື່ອ​ຢຸດ​ບໍ່​ໃຫ້​ນ້ຳມັນ
ດິບ​ຮົ່ວ​ໄຫ​ລອອກ​ມາ​ໃນ​ອ່າວ​ເມັກ​ຊິ​ໂກ​ນັ້ນປະສົບ​ກັບ​ຄວາມ​ລົ້ມ​ແຫລວ. ​ໃນ​ຖ້ອຍ​ຖະ​ແຫລ​ງ​ຂ່າວ

ສັ້ນໆ​ໃຫ້​ຮູ້​ໃນແລງ​ວັນ​ເສົາ​ວານ​ນີ້ ທ່ານ Doug Suttles ຫົວໜ້າ​ບໍລິຫານ​ນ້ຳມັນBP ກ່າວ​ວ່າ ທາງ​ບໍລິສັດ​ບໍ່​ສາມາດ​ຢຸດ​ໃຫ້​ນ້ຳມັນ​ຮົ່ວ​ໄຫລ​ອອກ​ມາ​ໄດ້ ໂດຍ​ວິທີ​ໃຊ້ນ້ຳມັນແຫລວຫລື fluid ທ່ີ​ໃຊ້​ໃນ​ການ​ເຈາະ​ບໍ່​ນ້ຳມັນ​ແລະວັດ​ສະດຸ​ອື່ນໆ​ເພື່ອ​ອັດ​ຕັນ​ບໍ່​ນ້ຳມັນ​ທ່ີ​ພຸ່ງ​ອອກ​ມາ​ນັ້ນ.

ທ່ານ Suttles ກ່າວ​ວ່າ ຍຸດທະວິທີ​ແບບ​ໃໝ່​ຈະ​ພະຍາຍາມ​ໃຊ້​ຝາອັດທໍ່​ເຈາະ​ນ້ຳມັນ​ ທີ່ຢູ່​ໃກ້ໆ ກັບ​ພື້ນ​ທະ​ເລ​ນັ້ນ. ທ່ານ Suttles ກ່າວ​ວ່າຝາອັດ​ທ່ີ​ວ່າ​ນີ້​ຈະ​ສາມາດ​ອັດ​ນ້ຳມັນ​ທ່ີໄຫລ​ຂຶ້ນ​ມາ​ຈາກ​ ບໍ່​ນັ້ນໄດ້​ເກືອບ​ທັງໝົດ ​ແຕ່​ທ່ານ​ກ່າວ​ເຕືອນ​ວ່າ ວິທີ​ການ​ດັ່ງກ່າວ​ນີ້​ຈະ​ໃຊ້​ເວລາ​ຢ່າງ​ນ້ອຍ 4 ມື້​ ເພື່ອ​ຈະວາງ​ຝາອັດ​ຮູ​ນ້ຳມັນ​ທ່ີ​ວ່າ​ນີ້.

ບໍ່​ນ້ຳມັນ​ທ່ີ​ຮົ່ວ​ນີ້​ສົ່ງ​ນ້ຳມັນ​ຂຶ້ນ​ສູ່​ໜ້າ​ນ້ຳ ມື້​ນຶ່ງ​ປະມານ 12 ຫາ 19 ພັນຖັງ​ໃນ​ແຕ່​ລະ​ມື້ ນັບ​ແຕ່​ເດືອນ ​ແລ້ວ​ນີ້ເປັນ​ຕົ້ນ​ມາ ຊຶ່ງ​ເປັນ​ນ້ຳມັນ​ຮົ່ວ​ໄຫລ​ອອກ​ມາ​ຄັ້ງ​ຮ້າຍ​ແຮງ​ທ່ີ​ສຸດ​ໃນ​ປວັດ​ສາດ​ຂອງ​ສະຫະລັດ.

ຫລັງ​ຈາກ​ບໍລິສັດ BP ປະກາດ​ຂ່າວ​ນີ້​ໃຫ້​ຮູ້​ແລ້ວ ປະທານາທິບໍດີ ບາຣັກ ໂອ​ບາ​ມາ​ ກໍ​ໄດ້​ອອກຄໍາ ຖະ​ແຫລ​ງສະບັບ​ນຶ່ງ ​ກ່າວ​ວ່າ ລັດຖະບານ​ຈະ​ດຳ​ເນີນ​ການ​ທຸກໆ​ວິທີ​ເພື່ອຮັບຜິດຊອບໃນ​ການ ​ເຮັດ​ໃຫ້​ນ້ຳມັນຢຸດເຊົາຮົ່ວ​.

XS
SM
MD
LG