ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ​ຍັງ​​ສື​ບຕໍ່ ສອບຖາມ ຂໍ້ມູນ ຈາກຜູ້ຕ້ອງສົງໄສ ທີ່ບາດເຈັບ (ສະໄລດ໌/ວີດີໂອ)


ຮູບຂອງສອງພີ່ນ້ອງ ຜູ້ຕ້ອງສົງໄສ ໃນການວາງລະເບີດ ໃນ​ນະ​ຄອນ Boston
ຮູບຂອງສອງພີ່ນ້ອງ ຜູ້ຕ້ອງສົງໄສ ໃນການວາງລະເບີດ ໃນ​ນະ​ຄອນ Boston
ທາງ​ການ​ສະຫະລັດ ​ຍັງ​ສືບ​ຕໍ່​ສື​ບຫາ​ຂໍ້​ມູນ​ ຈາກ​ຜູ້​ຕ້ອງ​ສົງ​ໄສ​
ທີ່​ຍັງ​ມີ​ຊີວິດ​ ​ໃນ​ການວາງ ລະ​ເບີດ​ທີ່​ຮ້າຍ​ແຮງ​ເຖິງ​ຕາຍ​ ຢູ່​ບ່ອນ​
ແຂ່ງແລ່ນ ​ມາຣາທອນ​ ໃນ​ນະ​ຄອນ Boston ຊຶ່ງ​ຜູ້ກ່ຽວ​ກໍາລັງ
ປະ​ເຊີນ​ກັບ​ຂໍ້ຫາ​ ໃຊ້​ອາວຸດ​ທີ່​ທໍາລາຍ​ລ້າງຜານ​ຜູ້​ຄົນ​ເປັນ​
ຈໍານວນຫລາຍ​ນັ້ນ.

ທາງ​ການ​ສະຫະລັດ​ ​ໄດ້​ຕັ້ງ​ຂໍ້​ຫາ​ຢ່າງ​ເປັນ​ທາງ​ການ ຕໍ່ຜູ້​ຕ້ອງ
​ສົງ​ໄສ ອາຍຸ 19 ປີ ທ້າ​ວ Dzhokhar Tsarnaev ​ໃນ​ວັນ​ຈັນ
​ວານ​ນີ້ ຢູ່​ໂຮງໝໍ​ບ່ອນ​ທີ່​ຜູ້ກ່ຽວຖືກ​ພາ​ໂຕ​ໄປ​ພັກຮັກສາບາດ
​ແຜ​ ຈາກການ​ຖືກ​ຍິງຫລາຍໆ​ຄັ້ງ.

ທ້າ​ວ Dzhokhar ມີ​ສິດ​ຖືກ​ໂທດ​ທັນ​ຂັ້ນ​ປະຫາ​ນຊີວິດ ຖ້າຖືກພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ​ ​
ໃນ​ການວາງ​ລະ​ເບີດ ທີ່​ໄດ້ສັງຫານ 3 ຄົນ ​ແລະ​ເຮັດ​ໃຫ້ ຫຼາຍ​ກ່ວາ 170 ຄົນ​ໄດ້​ຮັບ​ບາດ
​ເຈັບ​ນັ້ນ.

​ໃນ​ຂະນະ​ທີ່​ການ​ສືບ​ສວນ​ສອບສວນ​ ຍັງ​ດໍາ​ເນີນ​ຢູ່​ຕໍ່​ໄປ​ນັ້ນ ສື່ມວນ​ຊົນສະຫະລັດ​ລາຍ​
ງານຂ່າວ​ວ່າ ທ້າ​ວ Dzhokhar ໄດ້ສື່ສາ​ນກັບ​ທາງ​ເຈົ້າ​ໜ້າ​ທີ່​ດ້ວຍ​ວິທີ​ຂຽນ​ເອົາ ບອກວ່າ
ລາວ​ແລະ​ອ້າຍ​ຂອງ​ລາວ ທ້າວ Tamerlan ອາຍຸ 26 ປີ ແມ່ນດໍາ​ເນີນ​ການ​ຕາມ​ລໍາພັງ ​
ໂດຍ​ທີ່​ບໍ່​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກກຸ່ມ​ຕ່າງປະ​ເທດ​ໃດ​ໆ. ​ແຕ່ລາຍ​ງານ​ຂ່າວ​ຂອງ​
ສື່​ມວນ​ຊົນ ຍັງ​ບໍ່ໄດ້​ຮັບ​ການ​ຢືນຢັນ​ຈາກ​ແຫ​ລ່ງອິດ​ສະລະ​ເທື່ອ. ​ແລະທາງ​ການ​ກໍຍັງ​ບໍ່
​ທັນ​ໄດ້ເປີດ​ເຜີຍ​ໃຫ້​ຊາບ​ເຖິງ ​ສາ​ເຫດ​ຂອງ​ການ​ກໍ່​ການ​ໂຈມ​ຕີ​ຄັ້ງ​ນີ້​ເທື່ອ.



ທ້າວ Tamerlan Tsarnaev ອ້າຍ​ຂອງ ທ້າ​ວ Dzhokhar ​ໄດ້​ເສຍ​ຊີວິດ ​ໃນ​ການ​
ປະ​ທະ​ກັນ​ກັບ​ເຈົ້າ​ໜ້າ​ທີ່ ​ໃນ​ແລງ​ວັນ​ພະຫັດແລ້ວນີ້ ນຶ່ງ​ມື້ກ່ອນ​ທີ່​ຜູ້​ເປັນ​ນ້ອງຖືກ​ຈັບໄດ້ນັ້ນ.
ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາສະຫະລັດ ທ່ານ Eric Holder ​ ​ກ່າວ​ວ່າ ຂໍ້​ຫາຕໍ່ ທ້າວ
Dzhokhar ນັ້ນ ສະ​ແດງ​ໃຫ້​ເຫັນ​ວ່າ​ “ພວກ​ທີ່​ແນ່​ເປົ້າ​ໝາຍ​ໃສ່​ຊາວອາ​ເມຣິກັນ​
ຜູ້​ບໍລິສຸດ ບໍ່​ມີ​ຄວາມ​ຜິດ ​ແລະ​ພະຍາຍາມ​ທີ່​ຈະ​ສ້າງຄວາມ​ຢ້ານກົວ​ໃຫ້ບ້ານ​
ເມືອງ​ຂອງ​ພວກ​ເຮົາ​ນັ້ນ ​ແມ່ນ​ຈະ​ບໍ່​ສາມາດ​ໜີ​ຈາກ​ຄວາມ​ຍຸຕິ​ທໍາໄປໄດ້.”


ທ່ານ​ຍັງ​ກ່າວ​ເພີ່ມ​ຕື່ມວ່າ“ພວກ​ເຮົາ​ຈະ​ນໍາ​ເອົາ​ພວກທີ່​ຮັບຜິດຊອບ​ໃນ​ການ​ໂ
ຈມ​ຕີ​ອັນ​ຊົ່ວ​ຮ້າຍ​ນີ້ ​ ມາ​ລົງໂທດ​ຢ່າງ​ຖືກຕ້ອງ​ຕາມກົດໝາຍ​ ໃຫ້​ເຖິງ​ທີ່​ສຸດ.”


ທ້າ​ວ Dzhokhar Tsarnaev ​ຍັງ​ຖືກ​ຂໍ້​ຫາ ​ໃນ​ຖານ​ທໍາລາຍຊັບ​ສິນ​ ​ດ້ວຍ​ເຈດ​ຕະນາ
​ຮ້າຍນໍາ.

ນະຄອນ Boston ໄດ້​ກັບຄືນ​ສູ່​ສະພາບການປົກກະ​ຕິ​ແລ້ວ ​ໃນ​ວັນ​ຈັນ​ວານ​ນີ້. ຜູ້​ຄົນ​ກັບ​
ຄືນ​ສູ່​ທ້ອງຖະໜົນ ເດີ​ນທາງໄປ​ລ້າ​ໄປ​ການ. ພວກ​ເດັກນ້ອຍກໍ​ພາກັນ​ຍ່າງ​ໄປ​ໂຮງ​ຮຽນ
​ແລະ​ຫ້າງ​ຮ້ານ​ທຸລະ​ກິດ​ ກໍ​ເປີດ​ໃຫ້​ບໍລິການ​.

​ແຕ່​ວ່າ ​ເມືອງ​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອຂອງ​ສະຫະລັດ​ແຫ່ງ​ນີ້ ໄດ້ຢືນ​ສະຫງົບ​ໄວ້
​ອາ​ໄລ ​ໃນ​ເວລາ 2:50 ຕອນສວາຍຂອງ​ວັນ​ຈັນ​ວານ​ນີ້ ​ເພື່ອ​ເປັນ​ຂີດ​ໝາຍ​ຄົບຮອບ
​ນຶ່ງອາທິດ ​ຂອງ​ເຫດການສະ​ລົດ​ໃຈດັ່ງ​ກ່າວ​ນີ້.

ພວກ​ຕອ້ງສົງ​ໄສ​ທັງສອງ ​ແມ່ນ​ເປັນ​ຊາວ Chennia ທີ່​ໄດ້​ອົບ​ພະຍົບ​ເຂົ້າ​ມາ​ຢູ່ສະຫະລັດ​
ເວລາຍັງ​ເປັນ​ເດັ​ກຊາຍ​ຢູ່. ທາງ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ ສອງ​ພີ່ນ້ອງ​
ດັ່ງກ່າວ​ນີ້​ ​ບໍ່​ມີ​ສ່ວນ​ພົວພັນ​ກັບ​ຕາໜ່າງກຸ່ມ​ກໍ່​ການ​ຮ້າຍ​ໃດໆ ​ແລະ​ວ່າ ພວກ​ເຂົາ​ເຈົ້າ​
ກະທໍາ​ໂດຍ​ລໍາພັງ.

XS
SM
MD
LG