ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ຢືນຢັນ ການຕິດຕໍ່ ເຊື້ອໄວຣັສ Zika ຜ່ານການ ມີເພດສຳພັນ


ຕົວຢ້່ງເລືອດຈາກແມ່ຍິງຖືພາ ຖືກນຳມາວິເຄາະ ເພື່ອກວດຫາເຊື້ອໄວຣັສ Zika ທີ່ໂຮງໝໍສະຫວັດດີການສັງຄົມແມ່ຍິງຖືພາ ກົວເຕມາລາ. ນະຄອນຫຼວງ ກົວເຕມາລາ, ປະເທດ ກົວເຕມາລາ. 2 ກຸມພາ, 2016.
ຕົວຢ້່ງເລືອດຈາກແມ່ຍິງຖືພາ ຖືກນຳມາວິເຄາະ ເພື່ອກວດຫາເຊື້ອໄວຣັສ Zika ທີ່ໂຮງໝໍສະຫວັດດີການສັງຄົມແມ່ຍິງຖືພາ ກົວເຕມາລາ. ນະຄອນຫຼວງ ກົວເຕມາລາ, ປະເທດ ກົວເຕມາລາ. 2 ກຸມພາ, 2016.

ທີ່ເມືອງແຫ່ງໜຶ່ງ ໃນລັດ Texas ທາງພາກຕາເວັນຕົກສຽງໃຕ້ຂອງ ສະຫະລັດ ເມື່ອວັນອັງຄານວານນີ້ ໄດ້ລາຍງານ​ໃນສິ່ງທີ່ປະກົດວ່າ ຈະເປັນກໍລະນີທຳອິດຂອງເຊື້ອໄວຣັສ Zika ທີ່ຕິດຕໍ່ກັນຜ່ານທາງ ເພດສຳພັນໃນປະເທດ ສະຫະລັດ.

ບັນດາເຈົ້າໜ້າທີ່ໃນເມືອງ Dallas ກ່າວວ່າ ຄົນໄຂ້ໄດ້ຕິດເຊື້ອ ໄວ ຣັສ Zika ຫຼັງຈາກມີເພດສຳພັນ ກັບຄົນໄຂ້ອີກຄົນໜຶ່ງ ທີ່ເດີນທາງ ກັບມາຈາກປະເທດໜຶ່ງທີ່ມີເຊື້ອໄວຣັສລະບາດຢູ່.

ຕໍ່ມາທາງເມືອງໄດ້ລາຍງານຜ່ານທາງສື່ສັງຄົມ Twitter ວ່າຜູ້ທີ່ໄດ້ ຕິດເຊື້ອໄວຣັສດັ່ງກ່າວນັ້ນ ໄດ້ເດີນທາງໄປປະເທດ Venezuela.

ສູນກາງເພື່ອຄວບຄຸມພະຍາດ​ຂອງສະຫະລັດ ເຊິ່ງເປັນອົງການສາທາ ລະນະສຸກລະດັບສູງ ຂອງລັດຖະບານກາງ ໄດ້ຢືນຢັນກໍລະນີການຕິດ ເຊື້ອໄວຣັສໃນລັດ Texas ທີ່ໄດ້ມີ​ການລາຍ ງານກ່ອນ​ໜ້ານີ້.

Dr. Tom Frieden ຫົວໜ້າຂອງສູນກາງຄວບຄຸມພະຍາດ​ຂອງ ສະຫະລັດ ​ໄດ້​ໃຫ້ການ​ຢືນ ຢັນ ​ໂດຍ​ການ​ຖະ​ແຫຼງ ຜ່ານ​ທາງ Twitter ​ໃນ​ວັນ​ອັງຄານ​ວານນີ້ວ່າ ກໍ​ລະ​ນີທີ່​ມີ​ການ​ລາຍ​ງານ​ນີ້ ​ໄດ້​ຕິດ​ຕໍ່​ໄປ​ໃສ່​ຄູ່​ຮ່ວມ​ເພດ ທີ່​ບໍ່​ເຄີຍ​ເດີນທາງ​ອອກ​ຈາກ​ສະຫະລັດ​ເລີຍ.

​ແລະ​ໃນ​ອີ​ແມ​ລທີ່​ສົ່ງ​ຫາ​ວີ​ໂອ​ເອນັ້ນ ສູນ​ກາງ​ຄວບ​ຄຸມພະ​ຍາດ​ຂອງ​ສະ ຫະລັດ ກ່າວ​ວ່າ ຕົນ​ຂໍ “ໃຫ້ການຢືນຢັນຜ່ານການທົດລອງ ກໍລະນີທຳອິດຂອງການຕິດເຊື້ອໄວຣັສ Zika ຂອງ ສະຫະລັດ ໃນຫ້ອງວິໄຈ. ເຊິ່ງເປັນການຕິດເຊື້ອຂອງຄົນທີ່ບໍ່ໄດ້ເດີນທາງໄປໄສໃນແຜ່ນ ດິນຂອງປະເທດ ສະຫະລັດ.”

ພວກເຂົາເຈົ້າກ່າວວ່າໃນກໍລະນີນີ້, ມັນບໍ່ມີຄວາມສ່ຽງ​ໃດໆ​ກ່ຽວ​ກັບລູກອ່ອນທີ່ຍັງບໍ່ທັນເກີດ.

ປະທານາທິບໍດີ ບຣາຊິລ ທ່ານນາງ Dilma Rousseff ໄດ້ກ່າວຕໍ່ບັນດາສະມາຊິກສະພາໃນ ວັນອັງຄານວານນີ້ວ່າ ລັດຖະບານຂອງທ່ານນາງ ຈະເຮັດທຸກໆຢ່າງໃນການຕໍ່ສູ້ກັບຍຸງ ທີ່ບັນ ດາເຈົ້າໜ້າທີ່ກ່າວວ່າ ເປັນພາຫະ​ໃນ​ການນຳພາເຊື້ອໄວຣັສ ແລະ ເປັນອັນຕະລາຍຢ່າງຍິ່ງຕໍ່ ບັນດາແມ່ຍິງທີ່ຖືພາ.

WHO Advice for Pregnant Women
please wait

No media source currently available

0:00 0:01:56 0:00

XS
SM
MD
LG