ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ໝັ້ນໃຈ ຈີນ ຈະຮ່ວມມື ໃນການລົງໂທດ ຕໍ່ເກົາຫຼີເໜືອ


ທ່ານ David Cohen
ທ່ານ David Cohen
ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ກ່າວ​ວ່າ ​ເຂົາ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ​
ວ່າ ຈີນ ຈະ​ຮ່ວມ​ມືກັບວໍ​ຊິງ​ຕັນ ເພື່ອບັງຄັບ​ໃຫ້​ປະຕິບັດ​ຕາມ
​ການ​ລົງ​ໂທດ​ຂອງ ສະຫະ​ປະຊາ​ຊາດ ຕໍ່ເກົາຫລີ​ເໜືອ.

​ໃນ​ການ​ຖະ​ແຫຼງທີ່​ກຸງ​ປັກ​ກິ່ງ ​ໃນ​ວັນ​ສຸກ​ມື້​ນີ້ ຜູ້​ປະສານ​ງາ​ນການ
​ລົງ​ໂທດຂອງກະຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານ Dan
Fried ກ່າວ​ວ່າ ຈີນ​ເປັນ “ພາກສ່ວນ​ຂອງ​ການ​ແກ້​ໄຂ” ​ແລະ​ກໍາ
ລັງ​ດຳ​ເນີນ​ງານ​ກັບສະຫະລັດ ​ໃນ​ການ “ຮ່ວມແຮງ​ຮ່ວມ​ໃຈ.”

ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ​ຂອງ​ສະຫະລັດ ຮັບ
ຜິ​ດ ຊອບ​ໃນ​ເລື່ອງ​ກໍ່​ການ​ຮ້າຍ​ແລະ​ສື​ບລັບ​ດ້ານ​ການ​ເງິນ ທ່ານ
David Cohen ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ໄດ້​ມີ​ການ​ຮ້ອງ​ຂໍ​ໃຫ້
ເຈົ້າ​ໜ້າ​ທີ່​ຈີນ ​ກວດ​ສອບ​ຢ່າງ​ລະ​ອຽດ​ເບິ່ງສະ​ຖາ​ບັນ​ການ​ເງິນ​
ຂອງ​ເກົາຫລີ​ເໜືອ​ເພື່ອ ​ໃຫ້​ເປັນ​ການ​ສອດຄ່ອງ​ກັບ​ມະຕິ 2094 ​
ຂອງສະພາ​ຄວາມ​ໝັ້ນຄົງ ສະຫະ​ປະ​ຊາ​ຊາດ. ມະຕິ​ດັ່ງກ່າວ​ປະ
​ກອບ​ຂໍ້​ກຳນົດ​ໃຫ້ທັບ​ມ້າງປາບ​ປາມ ​ການ​ບໍລິການ​ດ້ານ​ການ​ເງິນ
​ແລະ​ການ​ຂົນ​ສົ່ງ​ສິນຄ້າ ທີ່​ໃຫ້ການ​ສະໜັບ ສະ​ໜຸນ​ຕໍ່​ໂຄງການ
ນິວ​ເຄລຍ ລູກ​ສອນ​ໄຟ ​ແລະ​ອາວຸດ​ຕ່າງໆ ຂອງ​ເກົາຫຼີ​ເໜືອ ທີ່​ຮວມ​ຢູ່​ໃນ​ບັນດາຄວາມ​
ວິຕົກ​ກັງວົນ​ອື່ນໆ​ນັ້ນ.

​ເຈົ້າໜ້າ​ທີ່​ສະຫະລັດທັງ​ສອງ​ໄດ້​ພົບ​ປະ​ກັບ​ບັນດາເຈົ້າ​ໜ້າ​ທີ່​ຈີນ ​ໃນ​ວັນ​ພະຫັດ​ວານ​ນີ້​
ແລະ​ມີ​ແຜນ​ທີ່ຈະ​ເຈລະຈາ​ກັນ​ຕື່ມອີກ​ໃນ​ວັນ​ສຸກ​ມື້​ນີ້. ການ ​ຢ້ຽມຢາມ​ຂອງ​ເຈົ້າໜ້າທີ່
ສະຫະລັດ​ທັງ​ສອງມີ​ຂື້ນ​ຫລັງ​ຈາກການ​ໄປ​ຢ້ຽມ ຢາມ​ຂອງລັດຖະມົນຕີການ​ເງິນ​ສະຫະ
ລັດ ທ່ານ Jacob Lew ​ແລະ​ມີ​ຂຶ້ນກ່ອນ​ໜ້າການ​ເດີນທາງ​ໄ​ປຢ້ຽມຢາມ​ຂອງ​ລັດຖະ
ມົນ​ຕີ​ຕ່າງປະ​ເທດ ທ່ານ John Kerry​.
XS
SM
MD
LG