ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳປູເຈຍ ອາດເຂົ້າຮ່ວມ ​ພາຄີການຄ້າ ຂ້າມ​ມະຫາ​ສະມຸດ ​ປາຊີ​ຟິກ​ ຫຼື TPP


ທ່ານ​ນາງ Catherine Novelli ລະຫວ່າງການລາຍງານ
ຕໍ່ສະພາ.
ທ່ານ​ນາງ Catherine Novelli ລະຫວ່າງການລາຍງານ ຕໍ່ສະພາ.

ຮອງ​ລັດຖະມົນ​ຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Catherine Novelli ​ໄດ້​ພົບ​ປະ​ກັບ​ບັນດາ​ຜູ້ນຳ​ຂັ້ນ​ສູງ​ຂອງ​ກຳປູ​ເຈຍ ​ທີ່​ນະຄອນຫລວງ​ພະນົມ​ເປັນ ​ໃນວັນ​ສຸກ​ແລ້ວ​ນີ້ລະ
ຫວ່າງ ​ການ​ຢ້ຽມຢາມປະ​ເທດ​ດັ່ງກ່າວ​ເປັນ​ເວລາ​ສາມ​ວັນ ​ໂດຍ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຫລາຍໆ​ບັນຫາ​ ຮວມທັງ ການ​ຕັດ​ໄມ້ທຳລາຍ​ປ່າ ການ ລົງທຶນ​ດ້ານ​ດິນ​ຟ້າ​ອາກາດ ພະລັງ​ງານ ​ແລະ​ເທັກ​ໂນ​ໂລ​ຈີ.

ທ່ານ​ນາງ Novelli ຍັງ​ໄດ້​ຫາລື​ກ່ຽວ​ກັບ​ຄວາມເປັນ​ໄປ​ໄດ້ທີ່​ວ່າ ກຳປູ​ເຈຍອາດເຂົ້າຮ່ວມຂໍ້​ຕົກລົງການ​ຄ້າ​ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ​ ຫຼື TPP ທີ່ນຳພາ ​ໂດຍ​ສະຫະລັດ ​ແລະ​ຍັງເປັນ​ບັນຫາ​ໂຕ້​ແຍ້​ງ ລະ​ຫວ່າ​ງບັນດາ​ປະ​ເທດ​ໃນເຂດ ​ແຄມ​ຝັ່ງ​ມະຫາ​ສະມຸດ​ປາຊິຟິກ.

ການ​ຢ້ຽມຢາມດັ່ງກ່າວ​ນີ້ ມີ​ຂຶ້ນ​ສີ່​ເດືອນ ຫລັງ​ຈາກລັດຖະມົນຕີ​ຕ່າງປະ​ເທດ ທ່ານ John Kerry ​ໄດ້​ເດີນທາງ​ໄປປະ​ເ​ທດເອ​ເຊຍ​ອາ​ຄະ​ເນດັ່ງກ່າວ ທ່ານ​ນາງ Novelli ​ໄດ້​ພົບ​ກັບ​ລັດຖະມົນຕີສິ່ງ​ແວດລ້ອມ ທ່ານ Say Sam Al ​ແລະ ລັດຖະມົນຕີ​ກະ​ສິກຳ ທ່ານ Ouk Rabun ​ພ້ອມ​ດ້ວຍບັນດາ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງດ້ານ​ຄົມມະນາຄົມ ບັນດາ​ນັກ​ຂ່າວ ​ແລະ​ບັນດາເຈົ້າ​ຂອງບໍລິສັດ​ເທັ​ກ​ໂນ​ຈີ.

ທ່ານ​ນາງ​ໄດ້​ກ່າວໃນ​ການ​ພົບ​ປະ​ກັບ​ບັນດາ​ນັກ​ຂ່າວລະຫ​ວ່າງການ​ຢ້ຽມຢາມ​ວ່າ “ພວກ​ເຮົາ​ຄິດ​ວ່າ​ສາຍພົວພັນ​ດ້ານ​ເສດຖະກິດ​ຂອງ​ພວກ​ເຮົາ ມີ​ຄວາມ​ເຂັ້​ມ​ແຂງ​ໃນ​ຈຳນວນ 3 ພັນ​ລ້ານ​ໂດລາ ​ໃນການຄ້າ​ສອງ​ທາງ ​ແລະ​ພວກ​ເຮົາ​ເປັນ​ຄູ່​ປະ​ເທດ​ສຸດ​ຍອດ​ກັບກຳປູ​ເຈຍເມື່ີອ​ເວົ້າ​ເຖິງ​ເລື້ອງ​ການ​ຄ້າ.”

“ພວກ​ເຮົາ​ຕ້ອງການ​ຢາກເສີມ​ຂະຫຍາຍ​ໃນ​ເລື້ອງນີ ບາງທີ​ສະຫລຸບ​ສົນທິສັນຍາ ການລົງ
ທຶນສອງ​ຝ່າຍ ພ້ອມ​ທັງ​ຊອກ​ຫາ​ຊ່ອງ​ທາງ​ປະຕິບັດ​ງານ​ຮ່ວມ​ກັນ​ໃນ​ບັນ ຫາ​ທີ່​ມີ​ຢູ່ ທີ່​ສາ​ມາດ​ເຮັດ​ໃຫ້​ສາຍສຳພັນ​ຂອງ​ພວກ​ເຮົາ​ແໜ້ນແຟ້ນ ​ແລະ​ຊ່ວຍນຳ ພາ​ກຳ​ປູ​ເຈຍ​ໄປ​ສູ່​ອີກ​ລະ​ດັບ​ນຶ່ງ.”

ທ່າມກາງ​ຄວາມ​ເຄັ່ງ​ຕຶງທາງດ້ານ​ການ​ເມືອງ​ຢູ່​ໃນ​ປະ​ເທດດັງ່ກາວ ທ່ານ​ນາງ Novelli ກ່າວ​ວ່າ ລັດຖະບານ​ທີ່​ນຳພາ​ໂດຍນາຍົກລັດຖະມົນຕີ Hun Sen ຈຳ​ເປັນ​ຕ້ອງ​ໄດ້​ດຳ​ເນີນ​ການ​ເພີ້ມຕື່ມ ​ເພື່ອ​ຄໍ້າປະກັນ​ສະຖຽນ​ລະ​ພາບທາງ​ດ້ານ​ການ​ເມືອງ ​ເພື່ອ​ບໍ່ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ການ​ລົງ​ທືນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG