ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ຢາກໃຫ້ ລັດຖະສະພາ ຮັບຜ່ານ ຮ່າງກົດໝາຍ ຄວບຄຸມປືນ ສະບັບໃໝ່ (ວີດິໂອ)


ທ່ານບາຣັກ ໂອບາມາ ປະທານາທິບໍດີສະຫະລັດກ່າວຄໍາປາໄສ ໃນວັນຈັນວານນີ້ ທີ່ມະຫາວິທະຍາໄລ Hartford ໃນລັດ Connecticut ກ່ຽວກັບມາດຕະການໃນການຫລຸດຜ່ອນ ຄວາມຮຸນແຮງໃນການໃຊ້ປືນລົງ
ທ່ານບາຣັກ ໂອບາມາ ປະທານາທິບໍດີສະຫະລັດກ່າວຄໍາປາໄສ ໃນວັນຈັນວານນີ້ ທີ່ມະຫາວິທະຍາໄລ Hartford ໃນລັດ Connecticut ກ່ຽວກັບມາດຕະການໃນການຫລຸດຜ່ອນ ຄວາມຮຸນແຮງໃນການໃຊ້ປືນລົງ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາໄດ້ຮຽກຮ້ອງ
ອີກຄັ້ງນຶ່ງ ໃຫ້ ຊາວອາເມຣິກັນທໍາການກົດດັນລັດຖະສະພາ ໃຫ້ຮັບຜ່ານຮ່າງກົດໝາຍຄວບຄຸມປືນສະບັບໃໝ່.

ໃນການກ່າວຄໍາປາໄສຂອງທ່ານ ໃນວັນຈັນວານນີ້ ທີ່ມະຫາວິທະ
ຍາໄລ Hartford ໃນລັດ Connecticut ຢູ່ທາງພາກຕາເວັນອອກ
ສຽງເໜືອຂອງປະເທດນັ້ນ ທ່ານໂອບາມາໄດ້ຮຽກຮ້ອງໃຫ້ປະຊາ
ຊົນເຂົ້າໄປພົວພັນ ແລະມີສ່ວນກ່ຽວພັນນໍາການດໍາເນີນຄວາມພະ
ຍາຍາມ ເພື່ອສະກັດກັ້ນສິ່ງທີ່ທ່ານ ເອີ້ນວ່າ “ຂໍ້ມູນທີ່ຜິດພາດ” ທີ່ ເປັນຄວາມພະຍາຍາມຈະເຮັດໃຫ້ກົດໝາຍດັ່ງກ່າວ ຢຸດຊະງັກຢູ່
ໃນລັດຖະສະພາ.

ທ່ານໂອບາມາ ໄດ້ປະກົດຕົວ ທີ່ມະຫາວິທະຍາໄລຮ່ວມກັນກັບທ່ານ Dannel Malloy ຜູ້
ປົກຄອງລັດ Connecticut ທີ່ໄດ້ເຊັນຮັບຮອງເອົາຮ່າງກົດໝາຍຄວບຄຸມປືນທີ່ເຂັ້ມ
ງວດ ໃນອາທິດແລ້ວນີ້ ລຸນຫລັງທີ່ມັນໄດ້ຖືກຮັບຜ່ານໂດຍສະພາຂອງລັດແລ້ວ.

ໃນເດືອນທັນວາຜ່ານມາ ມືປືນອາຍຸ 20 ປີ ໄດ້ຍິງເດັກນ້ອຍ 20 ຄົນ ແລະຜູ້ໃຫຍ່ທີ່ເປັນ
ພະນັກງານ 6 ຄົນ ຢູ່ໂຮງຮຽນປະຖົມແຫ່ງນຶ່ງໃນເມືອງ Newton ຂອງລັດ Connecticut
ຕາຍ. ກ່ອນທີ່ຈະທໍາການສັງຫານໝູ່ດັ່ງກ່າວ ມືປືນຄົນນັ້ນ ໄດ້ຍິງແລະສັງຫານແມ່ຂອງ
ລາວ. ພາຍຫລັງທີ່ໄດ້ທໍາການຍິງສັງຫານ ຢູ່ໂຮງຮຽນປະຖົມແລ້ວ ຜູ້ກ່ຽວກໍໄດ້ຍິງຕົນເອງຕາຍ.

ທ່ານໂອບາມາ ໃຫ້ເຫດຜົນວ່າ ສະມາຊິກລັດຖະສະພາຂອງສະຫະລັດແມ່ນມີພັນທະຮັບຜິດ
ຊອບ ຕໍ່ເດັກນ້ອຍ 20 ຄົນ ແລະຜູ້ໃຫຍ່ 6 ຄົນ ທີ່ເສຍຊີວິດໄປໃນການຍິງສັງຫານໝູ່ດັ່ງ ກ່າວ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:


XS
SM
MD
LG