ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຈະຊ່ອຍເຫຼືອອີຈິບ ແລະຕູນີເຊຍ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ມີກຳນົດ
ຈະກ່າວຄຳປາໄສທີ່ສຳຄັນໃນວັນພະຫັດມື້ນີ້ກ່ຽວກັບການ
ປ່ຽນແປງທາງດ້ານການເມືອງ ໃນພາກຕາເວັນອອກກາງ
ແລະອາຟຣິກາເໜືອ.

ການກ່າວຄຳປາໄສຂອງປະທານາທິບໍດີໂອບາມາທີ່ກະຊວງ
ການຕ່າງປະເທດສະຫະລັດ ແມ່ນຈະເພັ່ງເລັງໃສ່ ຂະບວນ
ການເຄື່ອນໄຫວໄປສູ່ປະຊາທິປະໄຕແບບສັນຕິຢູ່ໃນຂົງເຂດ.

ເປັນທີ່ຄາດກັນວ່າ ທ່ານຈະນຳສະເໜີຄວາມຄິດລິເລີ່ມທາງ
ດ້ານການເງິນຕ່າງໆເພື່ອໃຫ້ການສະໜັບສະໜຸນຕໍ່ການປັບ
ປຸງເສດຖະກິດໃຫ້ທັນສະໄໝ ການປະຕິຮູບແລະສະຖຽນລະພາບ ຢູ່ໃນອີຈິບແລະຕູນີເຊຍ ບ່ອນທີ່ການໂຮມຊຸມນຸມຮຽກຮ້ອງເອົາປະຊາທິປະໄຕ ໄດ້ບັງຄັບໃຫ້ຜູ້ປົກຄອງຜະເດັດການ
ມາເປັນເວລາດົນນານຂອງປະເທດທັງສອງ ຕ້ອງລາອອກໄປນັ້ນ.

ເປັນທີ່ຄາດກັນວ່າ ປະທານາທິບໍດີໂອບາມາຈະປະກາດກ່ຽວກັບການຍົກເລີກໜີ້ສິນແລະການ
ລົງທຶນໃນຂັ້ນຕົ້ນໃນມູນຄ່າ 1 ພັນລ້ານໂດລາ ແລະອີກ 1 ພັນລ້ານໂດລາສໍາລັບໃຫ້ເງິນກູ້
ຢືມ ແບບມີການຄໍ້າປະກັນແກ່ອີຈິບແລະຕູນີເຊຍ.

ການກ່າວຄຳປາໄສ ທີ່ກຸງວໍຊິງຕັນໃນມື້ນີ້ ມີຂຶ້ນໃນຂະນະທີ່ບັນຫາຂັດແຍ້ງທີ່ຮຸນແຮງຫລາຍ​
ກ່ວາຢູ່ໃນເຢເມນ ຊີເຣຍແລະບ່ອນອື່ນໆ ໄດ້ເປັນເງົາບົດບັງການປະຕິວັດ ໃນຕູນີເຊຍ ແລະ
ອີຈິບນັ້ນ.

XS
SM
MD
LG