ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ. ໂອບາມາວ່າ ລັດຖະບານທ່ານ ສະໜັບສະໜຸນ ອິສຣາແອລ ຢ່າງແຂງຂັນ


ປະທານາທິບໍດີບາຣັກໂອບາມາ ກ່າວຄຳປາໄສ ຕໍ່ກອງປະຊຸມຂອງ ອົງການ Union of Reform Judaism ທີ່ລັດ Maryland (16 ທັນວາ 2011)
ປະທານາທິບໍດີບາຣັກໂອບາມາ ກ່າວຄຳປາໄສ ຕໍ່ກອງປະຊຸມຂອງ ອົງການ Union of Reform Judaism ທີ່ລັດ Maryland (16 ທັນວາ 2011)

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາກ່າວຕໍ່ພວກຊາວຢິວກຸ່ມນຶ່ງວ່າ ລັດຖະບານ
ຂອງທ່ານໄດ້ມີຄວາມໝັ້ນໝາຍຢ່າງເຕັມທີ່ ຕໍ່ອິສຣາແອລແລະໄດ້ກ່າວປ້ອງກັນການຕຳໜິຕິ ຕຽນຢ່າງແຮງຕໍ່ທ່ານກ່ຽວກັບເລື່ອງນີ້ ຈາກບັນດາຜູ້ສະມັກປະທານາທິບໍດີຂອງພັກຣີພັບບລີ
ກັນ.

ທ່ານໂອບາມາໄດ້ກ່າວຕໍ່ກອງປະຊຸມຂອງອົງການ Union of Reform Judaism ຢູ່ນອກ
ກຸງວໍຊິງຕັນໃນມື້ວັນສຸກວານນີ້ວ່າ ລັດຖະບານຂອງທ່ານ ໄດ້ດຳເນີນການຫຼາຍກວ່າລັດຖະ
ບານຊຸດອື່ນໆ ໃນການໃຫ້ຄວາມສະໜັບສະໜຸນ ໃນດ້ານຄວາມໝັ້ນຄົງ ຂອງອິສຣາແອລ. ທ່ານເອີ້ນຄວາມໝາຍໝັ້ນຂອງສະຫະລັດ ຕໍ່ຄວາມໝັ້ນຄົງ ຂອງອິສຣາແອລວ່າ ບໍ່ມີມື້ສັ່ນ
ຄອນ.

ບັນດາຜູ້ສະມັກປະທານາທິບໍດີຂອງພັກຣີພັບບລີກັນໄດ້ຕິຕຽນການໃຫ້ຄວາມໝັ້ນໝາຍຂອງ
ທ່ານໂອບາມາຕໍ່ອິສຣາແອລແລະນະໂຍບາຍຂອງທ່ານໃນຂອບເຂດທີ່ກວ້າງຂວາງອອກໄປ
ຂອງທ່ານຕໍ່ພາກຕາເວັນອອກກາງ.

ທ່ານໂອບາມາແລະເຈົ້າໜ້າທີ່ລັດຖະບານສະຫະລັດໄດ້ປະຕິເສດຢ່າງແຂງຂັນຕໍ່ການກ່າວຫາ
ທີ່ວ່ານີ້ແລະໄດ້ຊີ້ໃຫ້ເຫັນເຖິງການຮ່ວມມືຢ່າງເຂັ້ມແຂງທາງດ້ານທະຫານແລະສືບລັບກັບອິສ
ຣາແອລ ຮວມທັງໃຫ້ການສະໜັບສະໜຸນ ຕໍ່ການສ້າງລະບົບຕໍ່ຕ້ານລູກສອນໄຟຂອງອິສຣາ
ແອລເພື່ອປົກປ້ອງຈາກການໂຈມຕີດ້ວຍຈະຫຼວດ.

ປະທານາທິບໍດີໂອບາມາກ່າວໃນມື້ວັນສຸກວານນີ້ວ່າ ຄວາມຜູກພັນອັນພິເສດລະຫວ່າງສະ
ຫະລັດແລະອິສຣາແອລຄວນຈະຢູ່ເໜືອການເມືອງຂອງພັກໃດພັກນຶ່ງ.

ຄວາມສຳພັນຂອງທ່ານໂອບາມາ ກັບນາຍົກລັດຖະມົນຕີອິສຣາແອລທ່ານເບັນຈະມິນເນຕັນ
ຢາຮູ ໄດ້ມີຄວາມເຄັ່ງຕຶງເປັນບາງຄັ້ງບາງຄາວ ຂະນະທີ່ລັດຖະບານສະຫະລັດພະຍາຍາມທີ່
ຈະຊັກຊວນໃຫ້ລັດຖະບານອິສຣາແອລຢຸດເຊົາການຕັ້ງຖິ່ນຖານຢູ່ໃນເຂດຢຶດຄອງຝັ່ງຕາເວັນ
ຕົກຂອງແມ່ນໍ້າຈໍແດັນ.

ທຳນຽບຂາວກ່າວວ່າ ທ່ານໂອບາມາໄດ້ພົບປະເປັນເວລາສັ້ນໆ ກ່ອນກ່າວຄຳປາໄສກັບທ່ານ
Ehud Barak ລັດຖະມົນຕີປ້ອງກັນປະເທດອິສຣາແອລ ຊຶ່ງໄດ້ກ່າວຄຳປາໄສຕໍ່ກອງປະຊຸມ
ນີ້ດ້ວຍ.

XS
SM
MD
LG