ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ໂອບາມາ ປະກາດ ມາດຕະການໃໝ່ ສຳລັບຄວບຄຸມ ຄວາມຮຸນແຮງ ຈາກປືນ


Obama Rolls Out New Gun Control Measures, Bypassing Lawmakers
please wait

No media source currently available

0:00 0:02:21 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ປະກາດ ມາດຕະການ ໃໝ່ຫຼາຍສະບັບ ເຊິ່ງມີຈຸດປະສົງເພື່ອຫຼຸດຜ່ອນ ຄວາມຮຸນແຮງຈາກການໃຊ້ປືນ ໂດຍບໍ່ຜ່ານລັດຖະສະພາ ກ່ຽວກັບ ບັນຫາທີ່ໄດ້ສ້າງຄວາມແບ່ງແຍກຢ່າງ​ໃຫຍ່​ຫຼວງ ໃນສັງຄົມ ອາເມ ຣິກາ. ທ່ານປະທານາທິບໍດີ ໄດ້ເປີດເຜີຍຫຼາຍມາດຕະການ ໃນກາ ນຖະແຫຼງຂ່າວທີ່ທຳນຽບຂາວໃນວັນອັງຄານທີ່ຜ່ານມາ, ເຊິ່ງໃນ ລະຫວ່າງ ການກ່າວຄຳປາໄສນັ້ນ ທ່ານ ໂອບາມາ ໄດ້ມີ​ຄວາມ​ຮູ້ ສຶກໂສກເສົ້າຂະນະ​ທີ່ທ່ານ ລະນຶກຄືນເຖິງຈຳນວນຜູ້ເສຍຊີວິດໃນ ການສັງຫານ​ໝູ່ ​ໃນ​ໄລຍະ​ສອງສາມປີທີ່ ຜ່ານມາ. ຜູ້ສື່ຂ່າວວີໂອເອ Jeff Cluster ລາຍງານຈາກນະຄອນຫຼວງ ວໍຊິງຕັນ ເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ດຳ​ລັດ​ຂອງ​ປະທານາທິບໍດີ​ຈະ​ບັງຄັບໃຫ້ຜູ້ປືນທັງຫຼາຍຕ້ອງ​ມີ​ໃບອະນຸຍາດ ແລະ ໃຫ້ມີການ ກວດກາປະຫວັດຂອງຜູ້ຊື້ປືນ.

ນອກ​ນັ້ນມາດຕະການດັ່ງກ່າວຍັງຈະບັງຄັບ​ໃຫ້ນຳໃຊ້ກົດໝາຍການມີ​ອາວຸດ​ປືນ​ຢູ່​ໃນ​ຄວາມ ຄອບຄອງ ທີ່ມີຢູ່​ແລ້ວນັ້ນ ​ເຄັ່ງ​ຄັດ​ຂຶ້ນກວ່າ​ເກົ່າ, ຂະຫຍາຍການປິ່ນ ປົວສຸຂະພາບຈິດ ແລະ ຂະຫຍານການຄົນຄວ້າໃນເທັກໂນໂລຈີຄວາມປອດ ໄພຂອງປືນ.

ໃນລະຫວ່າງການກ່າວ​ຄຳ​ປາ​ໄສຂອງທ່ານປະທານາທິບໍດີນັ້ນ, ທ່ານໄດ້ເກີດມີ ຄວາມຮູ້ສຶກ ຫວັ່ນໄຫວເມື່ອທ່ານໄດ້ລະນຶກເຖິງເຫດການຍິງກັນໃນປີ 2012 ທີ່ ໂຮງຮຽນປະຖົມ Sandy Hook ໃນເມືອງ Newtown ລັດ Connecticut ທີ່​ໄດ້ ເຮັດໃຫ້ນັກຮຽນ ແລະ ຄູອາຈານເສຍ ຊີວິດ 26 ຄົນ.

ທ່ານ ບາຣັກ ໂອບາມາ ກ່າວວ່າ “ທຸກໆເທື່ອທີ່ຂ້າພະເຈົ້າຄິດເຖິງເດັກນ້ອຍ ພວກນັ້ນມັນເຮັດ ໃຫ້ຂ້າພະເຈົ້າເສຍໃຈ. ແລະຈັ່ງໃດກໍຕາມ, ມັນກໍໄດ້ເກີດຂຶ້ນຢູ່ຖະໜົນຂອງນະຄອນ Chicago ທຸກໆມື້. ດັ່ງນັ້ນ ພວກເຮົາທຸກຄົນຕ້ອງຮຽກ ຮ້ອງຕໍ່ລັດຖະສະພາ, ​ໃຫ້ມີຄວາມ ກ້າຫານພໍທີ່ຈະລຸກຂຶ້ນຕໍ່ສູ້ກັບຄຳຫຼອກລວງ ຂອງກຸ່ມສະໜັບສະໜູນການໃຊ້ປືນ, ພວກ ເຮົາທຸກຄົນຕ້ອງລຸກຂຶ້ນ ແລະ ປົກ ປ້ອງປະຊາຊົນຂອງພວກເຮົາ, ພວກເຮົາທຸກຄົນຕ້ອງ ຮຽກຮ້ອງໃຫ້ບັນດາຜູ້ ຄອງລັດ ແລະ ສະມາຊິກສະພາ ແລະ ຫົວໜ່ວຍທຸລະກິດຕ່າງໆໃຫ້ ເຮັດໜ້າທີ່ ໃນພາກສ່ວນຂອງພວກເຈົ້າ ເພື່ອເຮັດໃຫ້ສັງຄົມຂອງພວກເຮົາມີຄວາມປອດ ໄພຂຶ້ນຕື່ມ.”

ທ່ານ ໂອບາມາ ໄດ້ເນັ້ນຢ້ຳວ່າມາດຕະການດັ່ງກ່າວນັ້ນ ຈະບໍ່ສາມາດແກ້ໄຂ ທຸກໆບັນຫາອາ ຊະຍາກຳ ທີ່ຮຸນແຮງໃນປະເທດໄດ້. ແຕ່ທ່ານກໍໄດ້ກ່າວວ່າ ບາດ ກ້າວ​ເຫຼົ່ານີ້ຈະມີໂອກາດໃນ ການຊ່ວຍຊີວິດ ແລະບັນເທົາຄວາມເຈັບປວດຂອງ ບັນດາຄອບຄົວ​ໃນການສູນເສຍທີ່ບໍ່ທຳມະ ດານີ້.

ບັນດາຜູ້ສະໜັບສະໜູນສິດທິໃນການຄອບຄອງປືນໄດ້ກ່າວປະນາມການກະທຳຂອງທ່ານປະ ທານາທິບໍດີ, ໂດຍ​ເວົ້າວ່າມັນ​ຈະ​ຈຳກັດ​ຮັດ​ແຄບສິດທິໃນການມີ​ອາ ວຸດປືນຢູ່ໃນ​ຄວາມ​ຄອບ​ຄອງ​ຕາມລັດຖະທຳມະນູນ.

ພໍ່ຄ້າຂາຍປືນໃນລັດ ເທັກຊັສ ທ້າວ James Hillin ກ່າວວ່າ ກົດລະບຽບໃໝ່ນີ້ແມ່ນບໍ່ຈຳເປັນ.

ທ້າວ Hillin ເວົ້າວ່າ “ພວກເຮົາ​ໄດ້​ຮັບອະນຸຍາດໃຫ້ຊື້ປືນຈາກສ່ວນ​ບຸກຄົນ​ໄດ້. ແມ່ນແລ້ວ, ພວກເຂົາເຈົ້າຢາກຈະລົງທະບຽນທົ່ວປະເທດ. ການລົງທະບຽນທົ່ວ ປະເທດຈະນຳໄປສູ່ ການຍຶດ​ເອົາ​ປືນ. ທ່ານ Hitler, ທ່ານ Stalin ພວກເຂົາ ເຈົ້າເປັນຜູ້ນຳທີ່ຍິ່ງໃຫຍ່ໃນເວລາ ດຽວກັນ ກໍ​ໄດ້​ຍຶດ​ເອົາປືນ ດັ່ງນັ້ນພວກເຂົາ ເຈົ້າຈຶ່ງສາມາດເລີ່ມຄວບຄຸມປະຊາຊົນ​ໄດ້, ແລະ ນັ້ນກໍແມ່ນທຸກໆຢ່າງທີ່ມັນ ກ່ຽວຂ້ອງ.”

ໂຄສົກສະພາຕ່ຳສະຫະລັດ ທ່ານ Paul Ryan ໄດ້ເອີ້ນຂໍ້ສະເໜີນີ້ວ່າເປັນ “ດຳ ລັດທີ່ກ້າວ​ກ່າຍໃນລະດັບທີ່​ເປັນອັນຕະລາຍ,” ແລະ ໄດ້ກ່າວຫາທ່ານປະທານາທິບໍດີວ່າຫາ​ທາງທຳ ລາຍຂະ​ແໜງນິບັນຍັດຂອງລັດຖະບານ.

ການປະກາດໃນວັນອັງຄານທີ່ຜ່ານມາ ໄດ້ມີຂຶ້ນຫຼັງຈາກການຍິງສັງຫານ​ໝູ່​ຫຼາຍຄັ້ງໃນ ສະຫະ ລັດ ເມື່ອປີກາຍນີ້, ລວມທັງການໂຈມຕີກໍ່ການຮ້າຍໃນລັດ ຄາລີຟໍເນຍ ທີ່ເຮັດໃຫ້ມີຄົນເສຍ ຊີວິດ 14 ຄົນ.

ການຢັ່ງຫາງສຽງເມື່ອບໍ່ດົນມານີ້ໄດ້ສະແດງໃຫ້ເຫັນວ່າ ມີ​ຊາວ​ອາ​ເມຣິກັນ​ໃນ​ຈຳ ນວນເພີ່ມຂຶ້ນ​ໃຫ້ການສະໜັບສະໜູນຕໍ່ການກວດກາປະຫວັດຄວາມເປັນມາຂອງ ຜູ້ທີ່ຢາກຈະຊື້ປືນ.

XS
SM
MD
LG