ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຂອງແຫຼວ ຮົ່ວອອກ ຈາກຖັງ ເກັບນິວເຄລຍ ຢູ່ລັດ ວໍຊິງຕັນ


ປ້າຍເຕືອນ ກ່ຽວກັບກຳມັນຕະພາບລັງສີ ທີ່ບ່ອນເກັບຮັກສານິວເຄລຍ Hanford ໃກ້ໆເມືອງ Richland ໃນລັດວໍຊິງຕັນ.
ປ້າຍເຕືອນ ກ່ຽວກັບກຳມັນຕະພາບລັງສີ ທີ່ບ່ອນເກັບຮັກສານິວເຄລຍ Hanford ໃກ້ໆເມືອງ Richland ໃນລັດວໍຊິງຕັນ.
ຂອງແຫຼວທີ່ມີກຳມັນຕະພາບລັງສີ ໄດ້ຮົ່ວໄຫຼອອກມາຈາກຖັງ ຢູ່
ສະຖານທີ່ເກັບນິວເຄລຍທີ່ເປື້ອນເປິທີ່ສຸດແຫ່ງນຶ່ງໃນສະຫະລັດ
ຊຶ່ງພາໃຫ້ເກີດຄວາມວິຕົກກັງວົນ ກ່ຽວກັບຄວາມໜ້າເຊື່ອຖືຂອງ
ສະຖານທີ່ເກັບຮັກສານິວເຄຼຍ Handford ໃນລັດວໍຊິງຕັນ ທາງ ພາກຕາເວັນຕົກສຽງເໜືອຂອງສະຫະລັດ.

ເຈົ້າໜ້າທີ່ເວົ້າວ່າ ຖັງທີ່ມີໂລຫະຫຸ້ມແຕ່ພຽງຊັ້ນດຽວອາດເຮັດໃຫ້ ຂອງແຫຼວທີ່ມີກຳມັນຕະພາບລັງສີຫຼາຍເຖິງ 1,135 ລິດຮົ່ວໄຫລ ອອກມາໃນແຕ່ລະປີຊຶ່ງຈະເປັນໄພຂົ່ມຂູ່ໃນໄລຍະຍາວທີ່ອາດມີ ຜົນຕໍ່ລະບົບນໍ້າໃຕ້ດິນຫຼືແມ່ນໍ້າຕ່າງໆ.

ທ່ານ Jay Inslee ຜູ້ປົກຄອງລັດວໍຊິງຕັນ ກ່າວໃນວັນສຸກວານນີ້
ວ່າ ພວກເຮົາໄດ້ຖືກແຈ້ງໃຫ້ຊາບວ່າບັນຫານີ້ໄດ້ມີການແກ້ໄຂໄປ ແລ້ວເມື່ອຫຼາຍປີກ່ອນ.

ການມ້ຽນມັດທຳຄວາມສະອາດສະຖານທີ່ນິວເຄລຍດັ່ງກ່າວນີ້ ອາດຈະຕ້ອງໃຊ້ເງິນຫຼາຍພັນ ລ້ານໂດລາ ແລະໃຊ້ເວລາຫຼາຍໆສິບປີ.
XS
SM
MD
LG