ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ວ່າ ບາງກໍລະນີ ການສອດແນມ ແມ່ນເຮັດໄປ ເກີນຂອບເຂດ (ວີດີໂອ)


ທ່ານ John Kerry ລັດຖະມົນຕີການຕ່າງປະເທດ ສຫລ
ທ່ານ John Kerry ລັດຖະມົນຕີການຕ່າງປະເທດ ສຫລ
ລັດຖະມົນຕີຕ່າງປະເທດສະຫະລັດທ່ານ John Kerry ກ່າວວ່າ ກິດຈະການຕິດຕາມສອດແນມ ຂອງສະຫະລັດ ແມ່ນເຮັດເກີນ
ຂອບເຂດໃນບາງກໍລະນີແລະໃຫ້ຄຳໝັ້ນສັນຍາວ່າມັນຈະບໍ່ເກີດ
ຂຶ້ນອີກ.

ທ່ານ Kerry ໃຫ້ຄວາມເຫັນດັ່ງກ່າວທີ່ກຸງວໍຊິງຕັນໃນວັນພະຫັດ
ວານນີ້ ໂດຍຜ່ານທາງວີດີໂອລິງຄ໌ ຕໍ່ກຸງປະຊຸມທີ່ກຸງລອນດອນ.

ລາຍງານສື່ມວນຊົນເມື່ອໄວໆມານີ້ແຈ້ງວ່າ ອົງການຄວາມໝັ້ນ
ຄົງແຫ່ງຊາດຫຼື NSA ຂອງສະຫະລັດ ໄດ້ຕິດຕາມເບິ່ງການໃຊ້
ໂທລະສັບຂອງນາຍົກລັດຖະມົນຕີເຢຍຣະມັນທ່ານນາງ Angela Merkel ແລະຜູ້ນຳຄົນ
ອື່ນໆຂອງພັນທະມິດຊຶ່ງໄດ້ກໍ່ໃຫ້ເກີດຄວາມໂກດແຄ້ນຢູ່ໃນຕ່າງປະເທດແລະກຸງວໍຊິງຕັນ. ລາຍງານເຫຼົ່າ ນີ້ແມ່ນອີງຕາມເອກກະສານທີ່ເປີດເຜີຍໂດຍອະດີດພະນັກງານສັນຍາຈ້າງ
ຂອງອົງການ NSA ທ້າວ Edward Snowden.

ໃນວັນພະຫັດວານນີ້ ຄະນະກຳມະການສືບລັບຂອງສະພາສູງສະຫະລັດ ໄດ້ໃຫ້ການອະ
ນຸມັດຕໍ່ຮ່າງກົດໝາຍສະບັບນຶ່ງ ເພື່ອທຳການຄວບຄຸມ ໃຫ້ເຄັ່ງຄັດຂຶ້ນກວ່າເກົ່າ ກ່ຽວກັບ
ວ່າອົງການສືບລັບສາມາດເຮັດຫຍັງໄດ້ແດ່ ນຳບັນທຶກການສື່ສານໂອ້ລົມ. ຮ່າງກົດໝາຍ ສະບັບນີ້ ໄດ້ກຳນົດໃຫ້ອົງການສືບລັບເກັບຮັກສາບັນທຶກເຫຼົ່າ ນັ້ນ ໄວ້ໄດ້ໃນເວລາຈຳກັດ
5 ປີ.

US NSA
please wait
Embed

No media source currently available

0:00 0:00:47 0:00
XS
SM
MD
LG