ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຢຍຣະມັນ ແລະ ບຣາຊີລ ຈະຮ່າງຍັດຕິ ສະເໜີຕໍ່ ສປຊ (ວີດີໂອ)


ທຸງຊາດສະຫະລັດ ພວມປິວສະບັດ ຢູ່ເທິງສະຖານທູດ ສຫລ ທີ່ຕັ້ງຢູ່ຕໍ່ໜ້າຕຶກ Reichstag ຂອງສະພາເຢຍຣະມັນ ໃນກຸງເບີລິນ (25 ຕຸລາ 2013)
ທຸງຊາດສະຫະລັດ ພວມປິວສະບັດ ຢູ່ເທິງສະຖານທູດ ສຫລ ທີ່ຕັ້ງຢູ່ຕໍ່ໜ້າຕຶກ Reichstag ຂອງສະພາເຢຍຣະມັນ ໃນກຸງເບີລິນ (25 ຕຸລາ 2013)
ເຢຍຣະມັນ ແລະບຣາຊີລ ກ່າວວ່າ ຕົນພວມດຳເນີນງານກ່ຽວກັບ
ຮ່າງຍັດຕິສະມັດຊາໃຫຍ່ອົງການສະຫະປະຊາຊາດທີ່ຈະໃຫ້ການ
ຄໍ້າປະກັນ ແກ່ເລື່ອງຄວາມລັບ ຂອງສ່ວນບຸກຄົນ ໃນການສື່ສານ ທາງດ້ານອີເລັກໂທຣນິກ.

ພວກນັກການທູດສະຫະປະຊາຊາດ ທີ່ມີສ່ວນພົວພັນນຳກ່າວວ່າ
ນັກການທູດເຢຍຣະມັນ ແລະບຣາຊີລ ໄດ້ພົບປະ ກັບຄູ່ຕຳແໜ່ງ ຈາກຢູໂຣບແລະອາເມຣິກາລາຕິນໃນວັນສຸກວານນີ້ ເພື່ອສົນທະ ນາຫາລືກ່ຽວກັບຮ່າງຍັດຕິດັ່ງກ່າວ ຊຶ່ງຈະຮຽກຮ້ອງໃຫ້ຂະຫຍາຍ
ຂອບເຂດຂໍ້ຕົກລົງນາໆຊາດວ່າດ້ວຍສິດທິພົນລະເມືອງແລະສິດ
ທິທາງດ້ານການເມືອງ ເພື່ອກວມເອົາກິດຈະການຕ່າງໆທາງອິນ
ເຕີແນັດເຂົ້ານຳ ແຕ່ຈະບໍ່ກ່າວເຖິງສະຫະລັດແຕ່ຢ່າງໃດ.

ຮ່າງຍັດຕິສະບັບນີ້ຈະບໍ່ເປັນຮ່າງຍັດຕິທີ່ມີຂໍ້ຜູກມັດ ແຕ່ເບິ່ງກັນວ່າ ເປັນການສະແດງອອກ
ຊຶ່ງຄວາມບໍ່ເຫັນພ້ອມຂອງການສອດແນມສະຫະລັດ ຕາມທີ່ມີການກ່າວຫານັ້ນ.

US NSA SURVEILLANCE
please wait

No media source currently available

0:00 0:00:45 0:00


ການເຄື່ອນໄຫວທີ່ວ່ານີ້ມີຂຶ້ນຫຼັງຈາກມີລາຍງານເປັນລຳດັບມາກ່ຽວກັບການກ່າວຫາທີ່ວ່າ ສະຫະລັດລັກຟັງໂທລະສັບຂອງພວກຜູ້ນຳຕ່າງປະເທດແລະບຸກຄົນອື່ນໆທີ່ໄດ້ສ້າງຄວາມ ປະຫຼາດໃຈແລະໂກດແຄ້ນແກ່ບັນດາປະເທດພັນທະມິດ.

ອົງການຄວາມໝັ້ນຄົງແຫ່ງຊາດ ຫຼື NSA ຂອງສະຫະລັດ ແມ່ນຕົກເປັນຈຸດສູນກາງ ຂອງ ຄວາມໂກດແຄ້ນດັ່ງກ່າວ ຍ້ອນການປະຕິບັດງານຕິດຕາມສິ້ງຊອມທາງອີເລັກໂທຣນິກ ທີ່ ໄດ້ມີການເປີດເຜີຍໃຫ້ຊາບໃນຂ່າວຮົ່ວໄຫລຂອງທ້າວ Edward Snowden ອະດີດພະ ນັກງານສັນຍາຈ້າງຂອງອົງການ NSA.

ທ່ານ Michael Morrell ອະດີດຮອງຜູ້ອຳນວຍການຂອງອົງການສືບລັບຊີໄອເອກ່າວໃນ ການໃຫ້ສຳພາດທາງໂທລະພາບ ທີ່ຈະອອກອາກາດ ໃນວັນອາທິດ ມື້ອື່ນນີ້ວ່າ ການເປີດ ເຜີຍຂ່າວຂອງທ້າວ Snowden ແມ່ນສ້າງຄວາມເສຍຫາຍຮ້າຍແຮງສຸດ ໃຫ້ແກ່ການສືບ
ລັບ ໃນປະຫວັດສາດຂອງປະຊາຄົມສືບລັບສະຫະລັດ.

ທ່ານ Morrell ກ່າວຕໍ່ລາຍການ 60 Minutes ຂອງໂທລະພາບ CBS ວ່າ ເອກກະສານ
ລັບທີ່ຖືກເປີດເຜີຍຊຶ່ງສ້າງຄວາມເສຍຫາຍຮ້າຍແຮງສຸດນັ້ນ ກໍໄດ້ແກ່ອັນທີ່ເອີ້ນວ່າ ງົບປະ ມານມືດ ທີ່ເວົ້າເຖິງລາຍລະອຽດ ກ່ຽວກັບການໃຊ້ຈ່າຍຂອງສະຫະລັດ ໃນດ້ານສືບລັບ.

ທ່ານ Morrell ເວົ້າວ່າທ້າວ Snowden ເຮັດໃຫ້ສະຫະລັດອາເມຣິກາຕົກຢູ່ໃນຄວາມສ່ຽງ ຫຼາຍຂຶ້ນ ຍ້ອນພວກກໍ່ການຮ້າຍໄດ້ຮຽນຮູ້ຈາກຂ່າວທີ່ຮົ່ວໄຫຼແລະພວກເຂົາຈະມີຄວາມລະ ມັດລະວັງຫຼາຍຂຶ້ນແລະສະຫະລັດ ຈະບໍ່ໄດ້ຮັບຂ່າວກອງ ທີ່ຕົນຄວນໄດ້ຮັບອີກແລ້ວ.

NSA Spying Could Complicate US-Europe Trade Talks
please wait

No media source currently available

0:00 0:02:24 0:00
ລິງໂດຍກົງ
XS
SM
MD
LG