ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເຕືອນ ອົງການ ສືບລັບ ຕ່າງປະເທດ ເລື່ອງ ທ້າວ Snowden (ວີດີໂອ)


ທ້າວ Edward Snowden ອະດີດພະນັກງານສັນຍາຈ້າງ ຂອງອົງການຄວາມໝັ້ນຄົງແຫ່ງຊາດ ຊຶ່ງໃນເວລານີ້ ລີ້ໄພຢູ່ຣັດເຊຍ.
ທ້າວ Edward Snowden ອະດີດພະນັກງານສັນຍາຈ້າງ ຂອງອົງການຄວາມໝັ້ນຄົງແຫ່ງຊາດ ຊຶ່ງໃນເວລານີ້ ລີ້ໄພຢູ່ຣັດເຊຍ.
ໜັງສືພິມທີ່ມີຊື່ສຽງສະບັບນຶ່ງ ຂອງສະຫະລັດ ກ່າວວ່າ ເຈົ້າໜ້າທີ່
ສະຫະລັດ ໄດ້ເຕືອນໃຫ້ບັນດາອົງການສືບລັບ ຂອງຕ່າງປະເທດ
ຈຳນວນນຶ່ງຊາບວ່າເອກກະສານຕ່າງໆທີ່ທ້າວ Edward Snow-
den ພະນັກງານສັນຍາຈ້າງຂອງອົງການຄວາມໝັ້ນຄົງແຫ່ງຊາດ
ຫຼື NSA ໄດ້ໄປນັ້ນອາດໃຫ້ລາຍລະອຽດກ່ຽວກັບການຮ່ວມມືແບບ
ລັບໆຂອງພວກເຂົາເຈົ້າ ກັບກຸງວໍຊິງຕັນ.

ໜັງສືພິມ Washington Post ລາຍງານວ່າ ເອກກະສານຫຼາຍ
ສິບພັນໜ້າ ທີ່ທ້າວ Snowden ໄດ້ໄປນັ້ນ ອາດບັນຈຸເລື່ອງທີ່ຫຼໍ່
ແຫຼມສຳຄັນກ່ຽວກັບໂຄງການເກັບກຳຂ່າວ ຈາກປະເທດຕ່າງໆ
ເຊັ່ນອີຣ່ານ ຣັດເຊຍ ແລະຈີນ ເປັນຕົ້ນ. ໜັງສືພິມສະບັບນີ້ແຈ້ງ
ໃຫ້ຊາບຕື່ມວ່າ ເອກກະສານເຫລົ່ານີ້ ຍັງກ່າວອ້າງອີງເຖິງ ການປະຕິບັດງານ ທີ່ພົວພັນກັບ ປະເທດຕ່າງໆ ທີ່ບໍ່ໄດ້ເປັນພັນທະມິດຢ່າງເປີດເຜີຍກັບສະຫະລັດນຳດ້ວຍ.

ໜັງສືພິມ Washington Post ກ່າວເຖິງຂັ້ນຕອນ ໃນການແຈ້ງໃຫ້ພວກເຈົ້າໜ້າທີ່ ຂອງ ປະເທດຕ່າງໆຊາບກ່ຽວກັບຄວາມສ່ຽງຕໍ່ການເປີດເຜີຍນີ້ວ່າ ລະອຽດອ່ອນ ຍ້ອນໃນບາງ ກໍລະນີນັ້ນ ອີກສ່ວນນຶ່ງຂອງລັດຖະບານ ທີ່ໃຫ້ການຮ່ວມມື ອາດຈະບໍ່ຮູ້ຈັກກ່ຽວກັບເລື່ອງ ນີ້ເລີຍ.

ການແຈ້ງການດັ່ງກ່າວນີ້ ບັງເອີນມີຂຶ້ນພ້ອມໆກັບຂ່າວອຶກກະທຶກນອງນັນຢູ່ໃນທົ່ວໂລກ ກ່ຽວກັບລາຍງານທີ່ວ່າ ສະຫະລັດສອດແນມ ດັກຟັງການໂອ້ລົມທາງໂທລະສັບ ພວກຜູ້
ນຳຂອງໂລກ 35 ທ່ານຊຶ່ງຫຼ້າສຸດກໍແມ່ນລາຍງານກ່ຽວກັບການດັກຟັງໂທລະສັບຂອງນາ
ຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel.

US NSA SURVEILLANCE
please wait

No media source currently available

0:00 0:01:17 0:00
XS
SM
MD
LG