ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ແລະ ເກົາຫຼີໃຕ້ ຈະຕ້ານຢັນ ການຮຸກຮານ ຂອງ ເກົາຫຼີເໜືອ (ວີດິໂອ)


ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດ
ສະຫະລັດ ທີ່ເວົ້າໃນວັນອັງຄານວານນີ້ວ່າ ສະຫະລັດຈະປ້ອງ
ກັນຕົນເອງ ແລະເກົາຫລີໃຕ້ ຊຶ່ງເປັນພັນທະມິດຂອງຕົນນັ້ນ
ຕໍ່ການຂົ່ມຂູ່ທາງທະຫານຈາກເກົາຫລີເໜືອ.
ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ທີ່ເວົ້າໃນວັນອັງຄານວານນີ້ວ່າ ສະຫະລັດຈະປ້ອງ ກັນຕົນເອງ ແລະເກົາຫລີໃຕ້ ຊຶ່ງເປັນພັນທະມິດຂອງຕົນນັ້ນ ຕໍ່ການຂົ່ມຂູ່ທາງທະຫານຈາກເກົາຫລີເໜືອ.
ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດ
ສະຫະລັດ ເວົ້າໃນວັນອັງຄານວານນີ້ວ່າ ສະຫະລັດຈະປ້ອງ
ກັນຕົນເອງ ແລະເກົາຫລີໃຕ້ ຊຶ່ງເປັນພັນທະມິດຂອງຕົນນັ້ນ
ຕໍ່ການຂົ່ມຂູ່ທາງທະຫານ ຈາກເກົາຫລີເໜືອ ແລະເວົ້າວ່າ
ກຸງວໍຊິງຕັນຈະບໍ່ຍອມຮັບເອົາ ການເປັນປະເທດທີ່ມີລະເບີດ
ນີວເຄລຍຂອງເກົາ ຫລີເໜືອ.

ທ່ານ Kerry ໃຫ້ຄໍາເຫັນດັ່ງກ່າວ ຢູ່ທີ່ນະຄອນວໍຊິງຕັນ ໂດຍມີ
ທ່ານ Yun Byung-se ລັດຖະມົນຕີກະຊວງການຕ່າງປະເທດ
ເກົາຫລີໃຕ້ ຢືນຢູ່ຄຽງຂ້າງ ເອີ້ນການຂົ່ມຂູ່ຂອງກຸງພຽງຢາງເມື່ອ
ມໍ່ໆມານີ້ ທີ່ຈະດໍາເນີນການທາງທະຫານ ຕໍ່ເກົາຫລີໃຕ້ແລະສະ
ຫະລັດນັ້ນວ່າ “ເປັນການທ້າທາຍເກາະຜິດ, ອັນຕະລາຍ ແລະບໍ່ໄຕ່ຕອງລະມັດລະວັງ.” ທ່ານກ່າວອີກວ່າສະຫະລັດແມ່ນ “ກຽມພ້ອມ ແລະມີຄວາມສາມາດຢ່າງເຕັມທີ່” ໃນການ ປ້ອງກັນຜົນປະໂຫຍດຂອງຕົນ ແລະເວົ້າວ່າ ທ່ານເຊື່ອວ່າ “ເກົາຫລີເໜືອຮູ້ເລື້ອງນີ້ດີ.”

ການໃຫ້ຄໍາເຫັນຂອງທ່ານ Kerry ໄດ້ມີຂຶ້ນບໍ່ພໍເທົ່າໃດຊົ່ວໂມງ ລຸນຫລັງທີ່ເກົາຫລີເໜືອ
ກ່າວວ່າ ຕົນຈະເລີ້ມແລ່ນຈັກຫຼືເຄື່ອງປະຕິກອນນີວເຄລຍທີ່ຢຸດແລ່ນ ມາດົນແລ້ວນັ້ນຄືນ
ໃໝ່ ຢູ່ທີ່ໂຮງໄຟຟ້າ Yongbyon ໂດຍແນໃສ່ເພື່ອຜະລິດລະເບີດນິວເຄລຍຕື່ມອີກ
ແລະແກ້ໄຂບັນຫາການຂາດແຄນໄຟຟ້າໃນປະເທດທີ່ ທຸກຈົນດັ່ງກ່າວ.

ວິທະຍຸທາງການເກົາຫລີເໜືອເວົ້າວ່າ ການເລີ້ມແລ່ນຈັກດັ່ງກ່າວຄືນໃໝ່ນີ້ ຈະລວມທັງຈັກ
ທີ່ສາມາດກັ່ນທາດຢູເຣນຽມ ແລະຈັກຂະໜາດຫ້າເມກາວັດ ທີ່ສາມາດຜະລິດທາດປລູໂຕ
ນຽມເພື່ອນຳໄປສ້າງອາວຸດໄດ້ນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG