ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫຼີເໜືອ ເຮັດວີດິໂອ ຕຶກລັດຖະສະພາ ສຫລ ແລະ ທໍານຽບຂາວ ຖືກໂຈມຕີ (ວີດິໂອ)


ສາກພາບ ໃນວີດິໂອ ເຮັດໂດຍເກົາຫລີເໜືອ ທີ່ສະແດງ ການໂຈມຕີຕຶກລັດຖະສະພາສະຫະລັດ ແລະທໍານຽບຂາວ

ວີດິໂອທີ່ນໍາອອກເຜີຍແຜ່ໂດຍເກົາຫລີເໜືອໃນວັນອັງຄາ
ນມື້ນີ້ ລວມມີສາກພາບ ທີ່ສະແດງໃຫ້ເຫັນວ່າ ມີການໂຈມຕີ ຕຶກລັດຖະສະພາສະຫະລັດ ຫລື Capitol ແລະທໍານຽບຂາວ.

ສາກວິດິໂອດັ່ງກ່າວ ສະແດງໃຫ້ການເລັງເປົ້າໃນການໂຈມຕີ
ໂດຍຄອມພີວເຕີເຮັດໃສ່ທໍານຽບຂາວ ຕິດຕາມດ້ວຍຕຶກລັດ
ຖະສະພາ ທີ່ຖືກທໍາລາຍດ້ວຍການໂຈມຕີຂອງລູກສອນໄຟ.

ກຸງພຽງຢາງໄດ້ຂູ່ວ່າຈະເຮັດສົງຄາມນີວເຄລຍກັບສະຫະລັດເພື່ອເປັນການຕອບໂຕ້ຕໍ່
ການລົງໂທດຄັ້ງໃໝ່ຂອງສະຫະປະຊາຊາດ ຍ້ອນການທົດລອງນິວເຄລຍຂອງພຽງຢາງ
ຄັ້ງຫລ້າສຸດ ທີ່ຜ່ານມາ. ປະເທດດັ່ງກ່າວຍັງສັນຍາອີກວ່າ ຈະໂຈມຕີເກົາຫລີໃຕ້ ແລະສະ
ຫະລັດ ທີ່ໄດ້ທໍາ ການຊ້ອມລົບຮ່ວມ ຊຶ່ງຕົນຖືວ່າ ເປັນການຝຶກຊ້ອມເພື່ອຈະທໍາສົງຄາມ.

ສັນຍານເຕືອນເຖິງຄວາມເຄັ່ງຕຶງທີ່ເພີ້ມທະວີຂຶ້ນອີກຢ່າງນຶ່ງກໍຄືທໍານຽບຫ້າແຈປະກາດ
ໃນວັນຈັນວານນີ້ວ່າ ຕົນໄດ້ສັ່ງໃຫ້ ເຮືອບິນຖິ້ມລະເບີດ B-52 ທີ່ມີຄວາມສາມາດຖິ້ມ
ລະເບີດນີວເຄລຍໄດ້ບິນໄປຍັງເກົາຫລີໃຕ້ ຊຶ່ງເປັນສ່ວນນຶ່ງຂອງການຊ້ອມລົບຮ່ວມ
ທີ່ກໍາລັງດໍາເນີນໄປຢູ່ນັ້ນ.

ໃນຕົ້ນເດືອນນີ້ ເກົາຫລີເໜືອປະກາດວ່າ ຕົນຈະບໍ່ຍຶດໝັ້ນຕໍ່ສັນຍາຢຸດຍິງປີ 1953 ທີ່ ໄດ້ຍຸຕິສົງຄາມໃນແຫລມເກົາຫລີລົງນັ້ນອີກຕໍ່ໄປແລ້ວ.

XS
SM
MD
LG