ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຍີ່ປຸນ ແລະເກົາຫລີໃຕ້ ປະຊຸມສາມຝ່າຍ ເພື່ອເອົາທ່າທີຮ່ວມກັນ ກ່ຽວກັບເກົາຫລີເໜືອ


ລັດຖະມົນຕີຕ່າງປະເທດສະຫະລັດ Hillary Rodham Clinton ໂດຍມີ ລັດຖະມົນຕີຕ່າງປະເທດເກົາຫລີໃຕ້ Kim Sung-hwan (ຂວາ) ກັບລັດຖະມົນຕີຕ່າງປະເທດຍີ່ປຸ່ນ Seiji Maehara (ຊ້າຍ) ອ້ອມຂ້າງ, ກ່າວຄໍາ ຖະແຫລງ ກ່ອນໄຂກອງປະຊຸມ 3 ຝ່າຍ ທີ່ກະຊວງຕ່າງປະເທດສະຫະລັດ ທີ່ວໍຊິງຕັນ, ເມື່ອວັນທີ 6
ລັດຖະມົນຕີຕ່າງປະເທດສະຫະລັດ Hillary Rodham Clinton ໂດຍມີ ລັດຖະມົນຕີຕ່າງປະເທດເກົາຫລີໃຕ້ Kim Sung-hwan (ຂວາ) ກັບລັດຖະມົນຕີຕ່າງປະເທດຍີ່ປຸ່ນ Seiji Maehara (ຊ້າຍ) ອ້ອມຂ້າງ, ກ່າວຄໍາ ຖະແຫລງ ກ່ອນໄຂກອງປະຊຸມ 3 ຝ່າຍ ທີ່ກະຊວງຕ່າງປະເທດສະຫະລັດ ທີ່ວໍຊິງຕັນ, ເມື່ອວັນທີ 6

ເມື່ອວັນຈັນຜ່ານມານີ້ (ທີ 6 ທັນວາ) ທ່ານນາງຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະ ເທດສະຫະລັດ ພ້ອມດ້ວຍຄູ່ຕໍ່າແໜ່ງ ຈາກເກົາຫລີໃຕ້ ແລະຍີ່ປຸ່ນ ໄດ້ຮຽກຮ້ອງໃຫ້ເກົາ ຫລີເໜືອຈົ່ງເອົາບາດກ້າວແຫ່ງຄວາມປອງດອງກັນ ກ່ອນທີ່ການເຈລະຈາຫົກຝ່າຍກັບ ລັດຖະບານພຽງຢາງ ຈະ​ໄຂຂຶ້ນ​ໄດ້. ກອງປະຊຸມລະຫວ່າງ​ສາມລັດຖະມົນຕີດັ່ງກ່າວ ທີ່ ນະຄອນຫລວງວໍຊິງຕັນດີຊີ ​ໄດ້​ມີ​ຂຶ້ນຫລັງຈາກການໂຈມຕີ ດ້ວຍປືນໃຫຍ່ໃສ່ເກາະເກົາຫລີ ໃຕ້ ໂດຍເກົາຫລີເໜືອ ໃນທ້າຍເດືອນແລ້ວນີ້.

ຈີນໄດ້ຜັກດັນໃຫ້ຈັດກອງປະຊຸມສຸກເສີນສໍາລັບການເຈລະຈາ
ຫົກຝ່າຍຂຶ້ນ ​ໃນ​ຖານະເປັນພາຫະນະເພື່ອຜ່ອນຄາຍຄວາມ
ເຄັ່ງຕຶງ ລຸນຫລັງການຍິງໂຈມຕີເກາະເກົາຫລີໃຕ້ ເມື່ອວັນທີ
23 ເດືອນພະຈິກຜ່ານມານີ້ ຊຶ່ງ​ເປັນການໂຈມຕີ ຄັ້ງທໍາອິດ
ຂອງເກົາຫລີເໜືອໃສ່ເຂດປະຊາຊົນຂອງເກົາຫລີໃຕ້ ນັບຕັ້ງ
ແຕ່ໄດ້ມີການເຊັນສັນຍາສະຫງົບເສິກເກົາຫລີກັນ ເມື່ອປີ 1953 ນັ້ນ.

ເຖິງແມ່ນຈະຍິນດີນໍາການລິເລີ່ມດັ່ງກ່າວຂອງຈີນກໍຕາມ
ແຕ່ທ່ານນາງຄລິນຕັນ ພ້ອມ​ກັບລັດຖະມົນຕີຕ່າງປະເທດ
ເກົາຫລີໃຕ້ ທ່ານກິມ ຊຸງ ຮວັນ ແລະລັດຖະມົນຕີຕ່າງປະ
ເທດຍີ່ປຸ່ນ ທ່ານ Seiji Maehara ກໍກ່າວວ່າ ບໍ່ຄວນທີ່
ຈະມີສິ່ງຕອບແທນໃດໆທາງດ້ານການທູດ ສໍາລັບພຶດຕິ
ການຂອງເກົາຫລີເໜືອນັ້ນ ແລະວ່າທາງພຽງຢາງແມ່ນຈະ
ຕ້ອງປັບປຸງບັນຍາກາດທາງການເມືອງໃຫ້ດີຂຶ້ນເສຍກ່ອນ.

ໃນການອ່ານຖະແຫລງການສະບັບນຶ່ງ ຕອນປິດກອງປະ
ຊຸມສາມຝ່າຍ ທີ່ບໍ່ຄ່ອຍຈະມີຂຶ້ນນັ້ນ ທ່ານນາງຄລິນຕັນກ່າວວ່າ ປະທານາທິບໍດີບາຣັກ
ໂອບາມາ ກໍໄດ້ໃຫ້ເຫດຜົນດຽວກັນ ​ເມື່ອບໍ່ເທົ່າໃດຊົ່ວໂມງກ່ອນໜ້ານັ້ນ ເວລາທ່ານໂທ
ລະສັບໄປຫາປະທານປະ​ເທດຈີນ ທ່ານຫູ ຈິນເຖົາ ຊຶ່ງທ່ານນາງຄລິນຕັນ ຊີ້​ແຈງວ່າ:

"ເມື່ອຄືນນີ້ ປະທານາທິບໍດີໂອບາມາໄດ້ລົມກັບປະທານປະ​ເທດຈີນ ທ່ານຫູຈິນ
ເຖົາ ​ແລະຜູ້ນໍາທັງສອງໄດ້ຢືນຢັນຄືນອີກໃໝ່ ເຖິງຄວາມສໍາຄັນຂອງການປອດ
ນີວເຄລຍໃນຂົງເຂດແຫລມເກົາຫລີ. ແລະພວກເຮົາຂໍຊົມ​ເຊີຍ​ການລິເລີ່ມຂອງ
ປັກ​ກິ່ງ ທີ່ສະເໜີໃຫ້ຈັດກອງປະຊຸມສຸກເສີນຫົກຝ່າຍຂຶ້ນ​ນັ້ນ. ແຕ່ວ່າກ່ອນອື່ນໝົດ
ພວກເຮົາຈໍາ​ເປັນ​ຕ້ອງ​ມີ​ພື້ນຖານທີ່​ເໝາະສົມ ສໍາລັບການຮື້​ຟື້ນ​ການເຈລະຈາ
ຫົກຝ່າຍນັ້ນ. ແນ່ນອນວ່າ ຄວາມພະຍາຍາມໃດໆກໍ​ຕາມ ແມ່ນຈະຕ້ອງເລີ່ມຕົ້ນ
ໂດຍໃຫ້ເກົາຫລີ​ເໜືອຍຸຕິການປະພຶດ​ທຸກ​ຢ່າງ​ທີ່​ເປັນເກາະຜິດຄິດຮ້າຍ ແລະ
ແບບກະຫາຍສົງຄາມ ນັ້ນເສຍກ່ອນ."

ທ່ານນາງຄລິນຕັນກ່າວວ່າ ເກົາຫລີເໜືອຈະຕ້ອງດໍາ​ເນີນ​ການເພື່ອປັບປຸງສາຍສໍາພັນຂອງ
ຕົນກັບເກົາຫລີໃຕ້ ຕ້ອງປະຕິບັດຕາມພັນທະຂອງຕົນທີ່​ມີ​ຕໍ່ນານາຊາດ ແລະເອົາບາດກ້າວ
ຢ່າງ​ເປັນ​ຮູບ​ປະ​ທໍາ ເພື່ອຈັດ​ຕັ້ງປະຕິບັດຖະແຫລງການຮ່ວມສະບັບເດືອນກັນຍາປີ 2005
ຂອງການເຈລະຈາຫົກຝ່າຍນັ້ນ ຊຶ່ງໃນເວລານັ້ນ ພຽງຢາງໄດ້ຕົກລົງໃນທາງຫລັກການ ທີ່​
ຈະຍຸຕິໂຄງການນີວເຄລຍຂອງຕົນເພື່ອແລກກັບການຊ່ວຍເຫລືອ ແລະສິນຍ້ອມນໍ້າໃຈທາງ ການທູດຈາກຝ່າຍປະກອບສ່ວນອື່ນໆ ​ໃນ​ການ​ເຈລະຈາ​ຫົກ​ຝ່າຍ ກໍຄື ເກົາຫລີໃຕ້ ຍີ່ປຸ່ນ ສະຫະລັດ ຣັດເຊຍ ແລະ ຈີນ ຜູ້ເປັນເຈົ້າພາບນັ້ນ.

ການເຈລະຈາໄດ້ແຕກຫັກລົງໃນປີ 2008. ​ບັນຍາກາດທາງການເມືອງ​ໄດ້​ເຊື່ອມ​ໂຊມລົງໄປ
ເລື້ອຍໆນັບ​ແຕ່​ນັ້ນມາ ທ່າມກາງການທົດລອງລູກສອນໄຟ ແລະລະ​ເບີດນີວເຄລຍຂອງ
ເກົາຫລີເໜືອ ການຈົມເຮືອລົບຂອງເກົາຫລີໃຕ້ ໃນເດືອນມີນາຜ່ານມາ ແລະການລະດົມຍິງ
ປືນໃຫຍ່ໃ​ສ່ເກາະເກົາຫລີໃຕ້ ເມື່ອວັນທີ 23 ພະຈິກ ບໍ່ເທົ່າໃດອາທິດຜ່ານມານີ້.

ໃນການ​ຖະ​ແຫລ​ງຂ່າວຮ່ວມກັນກັບຄູ່ຕໍາແໜ່ງເກົາຫລີໃຕ້ແລະຍີ່ປຸ່ນນັ້ນ ທ່ານນາງຄລິນຕັນ
ກ່າວວ່າ ຈີນຊຶ່ງເປັນພາຄີການຄ້າ ແລະຜູ້ໃຫ້ການຊ່ວຍເຫລືອຜູ້ສໍາຄັນຂອງເກົາຫລີເໜືອນັ້ນ ແມ່ນມີບົດບາດອັນສໍາຄັນທີ່ສຸດ ທີ່ຈະຕ້ອງດໍາເນີນ​ໃນທາງການທູດກັບພຽງຢາງ ຊຶ່ງທ່ານນາງ ກ່າວຕື່ມວ່າ:

ທັງສາມລັດຖະມົນຕີຖະແຫລງ ຕໍ່ນັກຂ່າວຫລັງຈາກ ກອງປະຊຸມ.
ທັງສາມລັດຖະມົນຕີຖະແຫລງ ຕໍ່ນັກຂ່າວຫລັງຈາກ ກອງປະຊຸມ.

"ຈີນ ມີຄວາມສໍາພັນກັນແບບ
ພິເສດກັບເກົາຫລີເໜືອ ແລະ
ພວກເຮົາກໍຫວັງວ່າ ຈີນຈະ
ປະຕິບັດງານ ກັບພວກເຮົາ
ເພື່ອສົ່ງຂໍ້ຄວາມທີ່ແຈ້ງຂາວ
ແລະບໍ່ອາດ​ເຂົ້າ​ໃຈ​ຜິດ​ໄດ້
ໄປ​ຍັງເກົາຫລີ​ເໜືອວ່າ ເກົາ
ຫລີເໜືອ ຈະຕ້ອງສະແດງ​
ໃຫ້​ເຫັ​ນ​ເຖິງ​ຄວາມເອົາຈິງ
ເອົາຈັງຕໍ່ເປົ້າໝາຍ ​ໂດຍ​
ການຍຸຕິພຶດຕິການເກາະຜິດ
ຄິດຮ້າຍຂອງຕົນນັ້ນເສຍ
ຊຶ່ງມັນກໍມີຫລາຍວິທີທີ່​ເຮັດ​
ໄດ້ ແລະພວກເຮົາກໍຈະເພ່ງ
ເລັງໃສ່ການພະຍາຍາມປະ
ຕິບັດງານກັບພວກປະເທດ
ພັນທະມິດ ແລະພາຄີຂອງ
ພວກເຮົາໃນການເຈລະຈາຫົກຝ່າຍນັ້ນ ເພື່ອນໍາສົ່ງສານ​ຫລືຂໍ້ຄວາມດັ່ງກ່າວ."

ຖະແຫລງການຮ່ວມທີ່​ຂຽນ​ອອກ​ສະບັບນຶ່ງ ແມ່ນໄດ້ຢືນຢັນຄືນໃໝ່​ ເຖິງຄວາມໝັ້ນໝາຍ
ດ້ານປ້ອງກັນປະເທດ ຂອງສະຫະລັດ ຕໍ່ເກົາຫລີໃຕ້ແລະຍີ່ປຸ່ນ ​ໂດຍຖືວ່າເປັນປັດໃຈທີ່ຈໍາ
ເປັນຕໍ່​ການຮັກສາສັນຕິພາບ ແລະສະຖຽນລະພາບ ໃນຂົງເຂດເອເຊຍຕາເວັນອອກສຽງ ເໜືອນັ້ນ.

ທ່ານນາງຄລິນຕັນກ່າວວ່າ ນາຍພົນເຮືອ​ເອກ Michael Mullen ປະທານເສນາທິການ
ຮ່ວມກອງທັບສະຫະລັດ ​ໄດ້ອອກເດີນທາງຈາກວໍຊິງຕັນດີຊີໃນຕອນບ່າຍຂອງວັນຈັນນີ້
ເພື່ອ​ໄປເຈລະຈາກັບພວກເຈົ້າໜ້າທີ່ດ້ານຄວາມໝັ້ນຄົງ ທີ່ກຸງໂຊລ ແລະໂຕກຽວ.

ທ່ານນາງກ່າວຕື່ມວ່າ ນັກການທູດລະດັບສູງສະຫະລັດຄະນະນຶ່ງ ກໍຈະອອກເດີນທາງມຸ້ງ
ໜ້າໄປທີ່ຂົງເຂດດັ່ງກ່າວ ໃນອາທິດໜ້ານີ້ ເພື່ອຕິດຕາມເບິ່ງຜົນການເຈລະຈາສາມຝ່າຍໃນ ​ມື້ວັນຈັນຜ່ານມານັ້ນ.

XS
SM
MD
LG